ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ

ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ

ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ  ຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ
ໃນວັນທີ 23 ເມສານີ້, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ (ກົມສົມເດັດພະເທບ) ໄດ້ເດີ່ນທາງມາຢ້ຽມຢາມ ແລະ ເປີດນໍາໃຊ້ຫ້ອງປະຊຸມຝຶກອົບຮົມຂອງສູນພັດທະນາ

 

 ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຢູ່ ຫຼັກ 22 ເມືອງນາຊາຍທອງນະຄອນຫຼວງວຽງຈັນ; ໂດຍການນໍາພາຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທາງການຂອງຝ່າຍໄທ ແລະ ລາວ; ໃຫ້ການຕ້ອນຮັບການມາຢ້ຽມຢາມຄັ້ງນີ້ ໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ລາຍງານກ່ຽວກັບຜົນສໍາເລັດບາງດ້ານ ໃນການຈັດຕັ້ງປະຕິບັດບັນດາວຽກງານຂອງສູນດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ຊຶ່ງສູນດັ່ງກ່າວເປັນໂຄງການຮ່ວມມືແບບພິເສດລະຫວ່າງ ພະບາດ ສົມເດັດ ພະບໍຣົມ ຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ຂອງ ສປປ ລາວ ແລະຣາຊະອານາຈັກໄທ,ເປັນໂຄງການພັດທະນາກະສິກຳຄົບວົງຈອນ ທີ່ໄດ້ເລີ່ມຕົ້ນເປີດຢ່າງເປັນທາງການ ໃນວັນທີ 8 ເມສາ 1994, ມີເນື້ອທີ່ທັງໝົດ 52 ເຮັກຕາ. ການສ້າງສູນແຫ່ງນີ້, ກໍເພື່ອເປັນການຮ່ວມມືທາງດ້ານວິຊາການ ກ່ຽວກັບວຽກງານກະສິກຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໂດຍມີການສາທິດ, ຖ່າຍທອດດ້ານຄວາມຮູ້-ທິດສະດີ, ພາກປະຕິບັດຕົວຈິງ ແລະ ການຂະຫຍາຍແນວພັນພືດ-ແນວພັນສັດ ພາຍໃຕ້ຄວາມຮັບຜິດຊອບ ແລະ ບໍລິຫານໂດຍກົງ ຂອງກະຊວງກະສິກຳ ແລະ ປ່າໄມ້.

ປັດຈຸບັນ, ຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໄດ້ເອົາໃຈໃສ່ ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາໜ້າວຽກຕາມແຜນງານ ແລະ ເປົ້າໝາຍທີ່ວາງໄວ້, ອັນພົ້ນເດັ່ນແມ່ນສໍາເລັດການກໍ່ສ້າງອາຄານ ຈຳນວນ 1 ຫຼັງ ເພື່ອຮັບໃຊ້ໃຫ້ການສຳມະນາ ແລະ ເຄື່ອນໄຫວກິດຈະກຳຕ່າງໆຂອງສູນ, ສາມາດຖ່າຍທອດເຕັກນິກວິຊາການດ້ານການກະເສດ ໃຫ້ແກ່ພະນັກງານ, ນັກຮຽນ-ນັກສຶກສາ, ກະສິກອນ ແລະ ບັນດານັກພັດທະນາ, ສາມາດສ້າງ ແລະ ຂະຫຍາຍບັນດາຄອບຄົວຕົວແບບ, ຂະຫຍາຍແນວພັນໄມ້ໃຫ້ໝາກ, ໄມ້ອຸດສາຫະກຳ, ພືດໄລຍະສັ້ນ-ໄລຍະຍາວ, ຂະຫຍາຍແນວພັນ ໄກ່, ເປັດ, ໝູ, ງົວ, ຜະລິດລູກປານ້ອຍ, ກົບ, ຜະລິດຝຸ່ນຊີວະພາບ, ຜະລິດຫຍ້າແຟກ, ຜະລິດນໍ້າໝາກສະໝູນໄພ,ສະໜອງນໍ້າຊົນລະປະທານ ໃສ່ພື້ນທີ່ການຜະລິດ ໃຫ້ແກ່ ປະຊາຊົນໄດ້ 2 ລະດູການ ໃນເນື້ອທີ່ 580 ເຮັກຕາ.

ນອກຈາກນີ້, ການຈັດຕັ້ງປະຕິບັດວຽກງານການຮ່ວມມື 2 ຝ່າຍ ແມ່ນໄດ້ມີແຜນໃນການກໍ່ສ້າງຝາຍກັ້ນນໍ້າຫ້ວຍຊົ້ວ ແລະ ຄອງຊົນລະປະທານ ໃຫ້ກຸ່ມບ້ານເປົ້າໝາຍ ຈໍານວນ 6 ບ້ານ ຕາມເຈດຈຳນົງຂອງສອງຝ່າຍ ທີ່ເຫັນດີເປັນເອກະພາບໃນເບື້ອງຕົ້ນແລ້ວນັ້ນ. ສະນັ້ນ, ຖ້າຫາກຝາຍກັ້ນນໍ້າ ແລະ ຄອງຊົນລະປະທານດັ່ງກ່າວໄດ້ຮັບການກໍ່ສ້າງຢ່າງເປັນຮູບປະທຳ ຈະເຮັດໃຫ້ການພັດທະນາສູນດັ່ງກ່າວ, ຄົບຖ້ວນ, ສົມບູນ ແລະ ສາມາດສົ່ງເສີມການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຢ່າງເປັນຮູບປະທຳຂຶ້ນຕື່ມ.

ສໍາລັບ ທິດທາງແຜນພັດທະນາຂອງສູນໃນຕໍ່ໜ້າ ຈະສືບຕໍ່ ເອົາໃຈໃສ່ ແລະ ພັດທະນາໃຫ້ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີ ໃນການຜະລິດກະສິກຳ ເພື່ອເປັນບ່ອນ ຖ່າຍທອດຄວາມຮູ້, ເຕັກນິກ, ເຕັກໂນໂລຊີທີ່ດີໃຫ້ແກ່ກະສິກອນ, ກຸ່ມຜູ້ຜະລິດ, ຜູ້ປະກອບການ, ບັນດາສູນ, ສະຖານີ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ສັງຄົມ ໃນຂອບເຂດທົ່ວປະເທດ, ສືບຕໍ່ເອົາໃຈໃສ່ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສູນພັດທະນາ ແລະ ບໍລິການດ້ານ ການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ແລະ ບັນດາໂຄງການອັນເນື່ອງມາຈາກພະຣາດຊະດໍາຣິ ທັງໃນ ສປປ ລາວ ແລະ ຣາຊະອານາຈັກໄທ ເພື່ອແລກປ່ຽນບົດຮຽນ ແລະ ເຕັກນິກ, ວິຊາການ ກໍຄື ການບໍລິຫານຈັດການ ແລະ ພັດທະນາສູນ ໃຫ້ມີການພັດທະນາ, ສາມາດຕອບສະໜອງ ແລະ ໃຫ້ບໍລິການ ແນວພັນພືດ-ແນວພັນສັດ ແລະ ບົດຮຽນໃຫ້ແກ່ປະຊາຊົນ ໄດ້ຢ່າງມີປະສິດທິພາບສູງ ແລະ ທົ່ວເຖິງ.

ທ່ານ ລິນຄໍາ ດວງສະຫວັນ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ກົມສົມເດັດພະເທບ ທີ່ໄດ້ມີໂຄງການອັນເນື່ອງມາຈາກ ພະຣາດຊະດຳຣິ ສະໜັບສະໜູນກໍ່ສ້າງຫ້ອງປະຊຸມຝຶກອົບຮົມຫຼັງໃໝ່ ເຮັດໃຫ້ສູນແຫ່ງນີ້ ມີໃບໜ້າໃບຕາໃໝ່, ມີການພັດທະນາ ແລະ ມີຜົນສຳເລັດເປັນກ້າວໆ ແລະ ກໍຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຈະໄດ້ມີໂອກາດຖວາຍການຕ້ອນຮັບ ການສະເດັດຂອງ ກົມສົມເດັດພະເທບ ໃນໂອກາດໜ້າອີກຄັ້ງ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ