ທ່ານ ຟູ້ຫຼິງຮຸ່ຍ ໂຄສົກກົມສະຖິຕິແຫ່ງຊາດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນທີ່ຈັດຂຶ້ນໃນວັນທີ 16 ມີນາ ຜ່ານມາວ່າ: ໂດຍລວມແລ້ວ, ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້, ຕົວຊີ້ວັດທາງດ້ານເສດຖະກິດທີ່ສຳຄັນໄດ້ເພີ່ມຂຶ້ນຢ່າງຈະແຈ້ງ, ເສດຖະກິດຈີນໄດ້ເລີ່ມຕົ້ນເປັນຢ່າງດີ. ຢ່າງໃດກໍຕາມ, ຕ້ອງໄດ້ສັງເກດຜົນກະທົບຈາກການປ່ຽນແປງຂອງສະພາບແວດລ້ອມພາຍນອກທີ່ເພີ່ມຂຶ້ນ, ຄວາມສ່ຽງດ້ານພູມສາດການເມືອງຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍໃໝ່ໃນການພັດທະນາ ແລະ ການຫັນປ່ຽນຮູບແບບຂອງເສດຖະກິດພາຍໃນປະເທດຍັງຫຼາຍຢູ່ ຊຶ່ງເຮັດໃຫ້ການດຳເນີນທຸລະກິດຂອງວິສາຫະກິດຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກ.
ທ່ານ ສີຈິ້ນຜິງ ແລະ ທ່ານ ນາງ ເຜີງລີ້ຢວນ ຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ຄໍາເຫັນ