ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ
ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ພັນທະມິດສາກົນດ້ານປ່າສະຫງວນ ໄດ້ຈັດກອງປະຊຸມເພື່ອສົ່ງເສີມ ແລະ ຕິດຕາມການທ່ອງທ່ຽວນິເວດໃນເຂດປ່າສະຫງວນ ເພື່ອການພັດທະນາແບບຍືນຍົງໃນຂົງເຂດ ໜຶ່ງເສັ້ນທາງ ໜຶ່ງແລວທາງ ປະຈຳປີ 2025 ຂຶ້ນໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ສປປ ລາວ.​ ໂດຍເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສິນທະວົງ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,
ສງເສມການທອງທຽວແບບອະນລກ ຢເຂດປາສະຫງວນ ຕາມເຂດໜງແລວທາງໜງເສນທາງ - image 1
 

 

 ທ່ານ ນາງ ຢຽນ ເຊຍ (Prof. Yan Xie) ປະທານພັນທະມິດສາກົນດ້ານປ່າສະຫງວນ ຫຼື IAPA (the International Alliance of Protected Areas) ຂອງສະມາຄົມວິທະຍາສາດສັດຕະວະວິທະຍາສາກົນ The International Society of Zoological Sciences (ISZS), ມີບັນດາຜູ້ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງ ຈາກປະເທດເບຣຊິນ, ໂຄເອເຊຍ, ເອຢິບ, ເອທິໂອເປຍ, ອິນເດຍ, ອິນໂດເນເຊຍ, ເນປານ, ໄນຈີເລຍ, ຣວັນດາ, ເຊເນກາລ ແລະ ອາຟຣິກາໃຕ້ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນຂໍ້ມູນການຄົ້ນຄວ້າການທ່ອງທ່ຽວແບບຍືນຍົງ ຈາກບັນດາຜູ້ຊ່ຽວຊານ ໃນທົ່ວໂລກ ເພື່ອຮ່ວມກັນຊຸກຍູ້ການທ່ອງທ່ຽວແບບອະນຸລັກຢູ່ເຂດປ່າສະຫງວນຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ ແນໃສ່ສ້າງຄວາມເປັນເອກະພາບໃນການດຳເນີນແຜນງານການພັດທະນາແບບຍືນຍົງ ແລະ ສອດຄ່ອງກັບເປົ້າ ໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (SDGs),

ສງເສມການທອງທຽວແບບອະນລກ ຢເຂດປາສະຫງວນ ຕາມເຂດໜງແລວທາງໜງເສນທາງ - image 2
 

ເພື່ອແກ້ບັນຫາທ້າທາຍຕ່າງໆໃນທົ່ວໂລກ ເຊັ່ນ: ການສູນເສຍຊີວະນາໆພັນ ແລະ ການປ່ຽນແປງຂອງດິນຟ້າອາກາດ ຊຶ່ງຜົນຂອງກອງປະຊຸມດັ່ງກ່າວ, ຈະນຳໄປສູ່ການອະນຸລັກ ແລະ ພັດທະນາແບບຍືນຍົງຢູ່ພາກພື້ນໃນອະນາຄົດ. ນອກນັ້ນ, ຍັງມີບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ, ການອະນຸລັກຊີວະນາໆພັນ, ປົກປັກຮັກສາມໍລະດົກທາງວັດທະນະທຳ ຕິດພັນກັບການທ່ອງທ່ຽວແບບຍືນຍົງ, ເຂດປ່າສະຫງວນສາມາດສ້າງລາຍໄດ້, ສ້າງວຽກເຮັດງານທຳ, ຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ຫຼຸດຜ່ອນຜົນກະທົບທາງລົບຂອງການທ່ອງທ່ຽວ ທີ່ມີຕໍ່ສິ່ງແວດລ້ອມ ແລະ ທ້ອງຖິ່ນໃຫ້ໜ້ອຍທີ່ສຸດ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວທ່ອງທ່ຽວ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.
ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ວັນທີ 16 ສິງຫານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາສັກ (ວທຂ) ພ້ອມດ້ວຍທີມງານສື່ມວນຊົນຂອງແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານທ່ອງທ່ຽວຢູ່ບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດສິງສຳພັນ ແລະ ບ້ານພັດທະນາສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍມີ ທ່ານ ນາງ ພູໄພທອງ ພິມມະວົງສາ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍ ການນຳທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ 2024

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງປີ 2024 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຫົວໜ້າ-ຮອງຫົວໜ້າ ແລະ ວິຊາການຈາກພະແນກ ວທ ແຂວງວຽງ ຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ.
ເພີ່ມເຕີມ