ສວນຖົ່ວລຽນພູຖໍ້າຄໍາ ຕົວແບບການປູກພືດເປັນສິນຄ້າ ຂອງເມືອງທຸລະຄົມ

ສວນຖົ່ວລຽນພູຖໍ້າຄໍາ ຕົວແບບການປູກພືດເປັນສິນຄ້າ ຂອງເມືອງທຸລະຄົມ
ໂດຍ: ສ.ບຸດປະຊາ
    ການປູກພືດເປັນສິນຄ້າ ແມ່ນໜຶ່ງແນວທາງນະໂຍບາຍຂອງພັກ - ລັດເຮົາ ເພື່ອຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າ ຜູ້ທີ່ດຸໝັ່ນຂະຫຍັນພຽນ, ຜູ້ທີ່ເຮັດແທ້ທໍາຈິງ ເຮັດດ້ວຍຄວາມຕັ້ງໃຈ ສາມາດສ້າງໄດ້ລາຍຮັບໃຫ້ຄອບຄົວ ໄດ້ມີຢູ່ມີກິນ ແລະ ກາຍເປັນຕົວແບບແກ່ຄອບຄົວອື່ນໆ ນໍາໄປເປັນບົດຮຽນ ຊຶ່ງຄອບຄົວຂອງ ທ່ານ ປັນຈາ ລາດຊະວົງ ຕົວແບບການປູກພືດເປັນສິນຄ້າຂອງເມືອງທຸລະຄົມ ແຂວງວຽງຈັນ ກໍເປັນໜຶ່ງຕົວແບບໃນການປູກໝາກຖົ່ວລຽນເປັນສິນຄ້າ ສ້າງລາຍຮັບໄດ້ຫຼາຍຮ້ອຍລ້ານກີບ; ຂະນະທີ່ຕະຫຼາດຈີນ ກໍໄດ້ໃຫ້ຄວາມສົນໃຈ ແລະເພື່ອຈະສົ່ງອອກໄດ້ນັ້ນ ກໍຍັງຕ້ອງການການຊຸກຍູ້ຂອງພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.
ສວນຖົ່ວລຽນພູຖໍ້າຄໍາ ຂອງ ທ່ານ ປັນຈາ ລາດຊະວົງ ຕັ້ງຢູ່ບ້ານນາເພີຍ ຊຶ່ງໃນໂອກາດທີ່ຜູ້ຂຽນ ໄປເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ໄດ້ໄປສຳພາດຄອບຄົວຕົວແບບນີ້ ໃນວັນທີ 4 ເມສາຜ່ານມາ ຊຶ່ງ ທ່ານ ປັນຈາ ລາດຊະວົງ ກໍໄດ້ໃຫ້ຮູ້ວ່າ: ຜ່ານມາຕົນເອງເຄີຍເຮັດວຽກນໍາບັນດາອົງການຈັດຕັ້ງສາກົນ ແລະ ໃນປີ 2006 ໄດ້ມາຊື້ທີ່ດິນຈໍານວນ 51 ເຮັກຕາ ຢູ່ບ້ານນາເພີຍນີ້ ເພື່ອເຮັດສວນ ປູກຝັງ-ລ້ຽງສັດ ຊຶ່ງພາຍຫຼັງບຸກເບີກສຳເລັດ ໃນປີ 2007 ກໍໄດ້ເລີ່ມການປູກຝັງ-ລ້ຽງສັດ ໂດຍເບື້ອງຕົ້ນແມ່ນໄດ້ລ້ຽງງົວ 40 ກວ່າໂຕ, ປູກໄມ້ເກດສະໜາ 3.000 ກວ່າຕົ້ນ, ປູກໄມ້ສັກ ແລະ ມີໜອງປາຈໍານວນໜຶ່ງ. ມາຮອດປີ 2008, ກໍໄດ້ປູກຢາງພາລາ ແລະ ໄດ້ປູກຕົ້ນໄມ້ກິນໝາກຫຼາຍຊະນິດ; ໃນນັ້ນ, ມີຕົ້ນໝາກຖົົ່ວລຽນ 3 ຕົ້ນ ພາຍຫຼັງ 7-8 ປີ ຈຶ່ງໄດ້ນໍາໝາກຖົ່ວລຽນມາກິນ ກໍຮູ້ສຶກວ່າມີລົດຊາດທີ່ແຊບຄືກັນກັບຂອງປະເທດເພື່ອນບ້ານ. ສະນັ້ນ, ຈຶ່ງມີຄວາມຄິດວ່າຢາກ “ປູກໝາກຖົ່ວລຽນ ເປັນສິນຄ້າ” ແລະ ໃນປີ 2017 ຈຶ່ງໄດ້ລາອອກວຽກ ເພື່ອຜັນໂຕມາເຮັດສວນຖົ່ວລຽນໝອນທອງ.
ໃນເບື້ອງຕົ້ນ, ທ່ານ ປັນຈາ ລາດຊະວົງ ແລະ ຄອບຄົວ ໄດ້ປູກຖົ່ວລຽນຈໍານວນປະມານ 200 ຕົ້ນ, ພໍມາຮອດປີທີ 3-4 ຂອງການປູກ ກໍໄດ້ເລີ່ມມີໝາກໃຫ້ລອງຊີມ ແລະ ມາຮອດປີທີ 5 ເລີ່ມໄດ້ມີຜົນຜະລິດຂາຍ ພ້ອມທັງຂະຫຍາຍການປູກໄປນໍາ ໂດຍມາຮອດປັດຈຸບັນແມ່ນມີຕົ້ນຖົ່ວລຽນ 500 ກວ່າຕົ້ນ ແລະ ປີນີ້ກໍເລີ່ມຂະຫຍາຍໄປແລ້ວ 1.000 ຕົ້ນ ພ້ອມທັງກຳລັງລົງດິນເພື່ອຈະຂະຫຍາຍອີກ 3.000 ຕົ້ນ ຊຶ່ງລວມແລ້ວ ຈະສູ້ຊົນຂະຫຍາຍການປູກໃຫ້ໄດ້ອີກ 4.000 ຕົ້ນໃນປີນີ້. ຂະນະດຽວກັນນີ້, ເນື້ອທີ່ຂອງສວນ ທີ່ໃຊ້ປູກຖົ່ວລຽນໃນປັດຈຸບັນມີທັງໝົດ 25 ເຮັກຕາ, ທົ່ວສວນມີຕົ້ນຖົ່ວລຽນທີ່ໃຫ້ໝາກໄດ້ ມີ 110 ກວ່າຕົ້ນ. ການຈໍາໜ່າຍແມ່ນໄດ້ຂາຍໄປແລ້ວ 2 ງວດ ຄື: ງວດທໍາອິດແມ່ນປີ 2022, ມີຜົນຜະລິດຈາກຕົ້ນຖົ່ວລຽນ ພຽງປະມານ 50-60 ຕົ້ນ, ມີ 2 ໂຕນກວ່າ ຊຶ່ງສ້າງລາຍຮັບໄດ້ 200-300 ລ້ານກີບ; ສົກປີ 2023, ຜົນຜະລິດເລີ່ມໄດ້ດີ ເກັບກ່ຽວໄດ້ປະມານ 5 ໂຕນ, ສາມາດຂາຍສ້າງລາຍຮັບໄດ້ 475 ລ້ານກວ່າກີບ; ສ່ວນປີນີ້, ກໍມີຄວາມຫວັງວ່າຈະມີຜົນຜະລິດສູງເຖິງ 10 ໂຕນ ແຕ່ທັງນີ້ທັງນັ້ນ ກໍຍັງຕ້ອງໄດ້ເບິ່ງຕົວຈິງ ທັງເງື່ອນໄຂຂອງສະພາບອາກາດ, ການຫົດນໍ້າທີ່ຍັງຕ້ອງໄດ້ເບິ່ງຄວາມຕ້ອງການຂອງໝາກຖົ່ວລຽນ ແລະ ດອກທີ່ຍັງບໍ່ທັນເປັນໝາກ ທີ່ມີຄວາມຕ້ອງການນໍ້າທີ່ຕ່າງກັນ ແລະ ອື່ນໆ; ນອກນີ້, ກໍມີສະພາບຂອງຕົ້ນຖົ່ວລຽນ ທີ່ໄດ້ປູກມີຫຼາຍຮຸ່ນ ເຮັດໃຫ້ໄລຍະການເກີດໝາກແຕກຕ່າງກັນ. ຢ່າງໃດກໍດີ, ກໍຍັງສາມາດຄາດການວ່າ ຜົນຜະລິດປີນີ້ ບໍ່ຫຼຸດ 6-7 ໂຕນ ຊຶ່ງລາຍຮັບອາດຈະໄດ້ບໍ່ຫຼຸດ 600 ລ້ານກວ່າກີບ.
    ຜົນສຳເລັດຂອງການປູກຖົ່ວລຽນເປັນສິນຄ້າຂອງຄອບຄົວ ທ່ານ ປັນ ຈາ ລາດຊະວົງ ໄດ້ກາຍເປັນສິນຄ້າສຳຄັນຂອງເມືອງທຸລະຄົມ ຊຶ່ງໃນປີນີ້ ພາຍຫຼັງບຸນປີໃໝ່ລາວ ສວນຖົ່ວລຽນພູຖໍ້າຄໍາ ກໍຈະໄດ້ເລີ່ມເປີດການຈອງຜົນຜະລິດ ແລະ ກໍຈະໄດ້ດຳເນີນການເກັບກ່ຽວຜົນຜະລິດຂາຍ. ປັດຈຸບັນ, ສວນນີ້ກໍກຳລັງໄດ້ຮັບຄວາມສົນໃຈໂດຍສະເພາະນັກທຸລະກິດຈີນ ເພື່ອມາຊື້ໄປຈໍາໜ່າຍຕະຫຼາດຈີນ, ແຕ່ສວນກໍຍັງມີສິ່ງທ້າຍທ້າຍ ໂດຍສະເພາະການຕອບສະໜອງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງ ທ່ານ ປັນຈາ ລາດຊະວົງ ຈຶ່ງໄດ້ມີແນວຄິດລະດົມ ແລະ ຈັບກຸ່ມກັນ ຊຶ່ງປັດຈຸບັນນີ້ສາມາດຮວບຮວມກຸ່ມໄດ້ປະມານ 60 ສວນ ແລະ ມີຕົ້ນຖົ່ວລຽນປະມານ 30.000 ກວ່າຕົ້ນ ຊຶ່ງຄາດວ່ານີ້ຈະເປັນຂໍ້ລິເລີ່ມທີ່ດີ ເພື່ອຈະໃຫ້ການສົ່ງອອກຖົ່ວລຽນຂອງລາວ ເປັນອີກສິນຄ້າໄປຕ່າງປະເທດ.
    ສະນັ້ນ, ການຊຸກຍູ້ສົ່ງເສີມ ແລະ ການລົງມາຊ່ວຍດ້ານຕ່າງໆ ຂອງພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງ ຈຶ່ງເປັນສິ່ງສຳຄັນ ເພື່ອຊ່ວຍໃຫ້ບັນດາຄອບຄົວຕົວແບບ ໃນການປູກຖົ່ວລຽນເປັນສິນຄ້າ ມີບາດກ້າວຂະຫຍາຍຕົວ ແລະ ມີໃບໜ້າໃໝ່ໃນການເປັນສິນຄ້າສົ່ງອອກ ຊຶ່ງຫຼາຍບັນຫາທີ່ຕັ້ງຂຶ້ນ ເປັນຕົ້ນຄືການຊ່ວຍໃນການລະດົມສ້າງກຸ່ມປູກຖົ່ວລຽນເພື່ອໃຫ້ເຂົ້າໃຈກ່ຽວກັບການເຂົ້າກຸ່ມຈະມີຜົນດີແນວໃດ ໂດຍສະເພາະແມ່ນຜົນດີຂອງຕົນໃນເວລາສົ່ງອອກ; ການຊ່ວຍເຫຼືອດ້ານວິຊາການໃນການປູກ, ເບິ່ງແຍງຮັກສາ ໃຫ້ຜົນຜະລິດມີປະລິມານ ແລະ ຄຸນນະພາບ; ພ້ອມນີ້, ກໍຍັງຕ້ອງໄດ້ຊ່ວຍດ້ານເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ເພາະການປູກຖົ່ວລຽນແມ່ນໃຊ້ເວລາ ແລະ ໃຊ້ທຶນຮອນສູງຫຼາຍ. ທັງໝົດນີ້, ກໍແມ່ນຄໍາສະເໜີຂອງຄອບຄົວຕົວແບບ ປູກຖົ່ວລຽນເປັນສິນຄ້າ ຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ