![]() |
ທ່ານ ວົງເພັດ ອຸດົມລິດ ກ່າວວ່າ: ການຫັນປ່ຽນໂຄງສ້າງລະບົບການສຶກສາສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3 ຖືເປັນຂີດໝາຍປະຫວັດສາດອັນສຳຄັນ ແລະ ເປັນບາດກ້າວຍຸດທະສາດຂອງຂະແໜງການສຶກສາວິທະຍາສາດ ແລະ ກິລາ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຖືເປັນກຸນແຈສຳຄັນໃນການພັດທະ ນາການສຶກສາໃຫ້ມີຄຸນນະພາບ ແລະ ທັນສະໄໝ ເພື່ອຮອງຮັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ພ້ອມທັງຍົກສູງຄຸນນະພາບຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDG4)
![]() |
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຮ່ວມກັນກວດແກ້ເນື້ອໃນຫຼັກສູດຫຼາຍວິຊາຂອງຊັ້ນມັດທະຍົມສຶກສາ ໃນແຕ່ລະຂັ້ນຮຽນ ເພື່ອຮັບປະກັນຄຸນນະພາບ ຄວາມຖືກຕ້ອງ ແລະ ສອດຄ່ອງກັບລະດັບຄວາມຮູ້-ຄວາມສາມາດຂອງຜູ້ຮຽນ ພ້ອມທັງລະດົມຄວາມຄິດ ປັບປຸງເນື້ອໃນໃຫ້ມີຄວາມເປັນເອກະພາບ ແທດເໝາະກັບຜູ້ຮຽນໃນຍຸກສະຕະວັດທີ 21 ຕະຫຼອດຮອດກວດກາຄວາມຖືກຕ້ອງດ້ານເນື້ອໃນ ຫຼັກໄວຍາກອນ ແລະ ການຈັດພິມ. ໃນວາລະກອງປະຊຸມ ຍັງໄດ້ມີການນຳສະເໜີບົດຮຽນ ແລະ ທິດທາງການພັດທະນາທີ່ສຳຄັນ ຈາກບັນດາຜູ້ຊ່ຽວຊານ ແລະ ນັກວິຊາການ ເປັນຕົ້ນ ການສຶກສາບົດຮຽນຈາກ ສປປ ຈີນ ກ່ຽວກັບການປູກຈິດສຳນຶກຊາດ ແລະ ການນຳໃຊ້ຫຼັກສູດປັນຍາປະດິດ (AI) ແລະ ເຕັກໂນໂລຊີເຂົ້າໃນການປັບປຸງຫຼັກສູດ 6+3+3 ຂອງ ສປປ ລາວ ການນຳສະເໜີການເປັນພົນລະເມືອງໂລກເຂົ້າໃນຫຼັກສູດ ຄວາມເປັນມາໂດຍຫຍໍ້ ແລະ ຂະບວນການພັດທະນາຫຼັກສູດ 6+3+3 ການນຳໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຊີດີຈີຕອນ ເພື່ອເພີ່ມສະມັດຖະພາບ ແລະ ຄວາມເຂັ້ມແຂງໃຫ້ວິຊາການໃນການປັບປຸງຫຼັກສູດ.
![]() |
ໂອກາດນີ້, ທ່ານ ວົງເພັດ ອຸດົມລິດ ໄດ້ເນັ້ນໜັກໃຫ້ຄູ-ອາຈານທຸກທ່ານ ສຸມໃສ່ພັດທະນາສະມັດຖະພາບຂອງຜູ້ຮຽນ ໃຫ້ສອດຄ່ອງກັບຈິດຕະວິທະຍາການຮຽນຮູ້ຂອງເດັກຕາມແຕ່ລະໄວ ເຊື່ອມໂຍງເນື້ອໃນລະຫວ່າງຊັ້ນມັດທະຍົມສຶກສາ (ມ1-ມ6) ໃຫ້ກົມກຽວ ຫຼຸດຜ່ອນຄວາມຊ້ຳຊ້ອນ ເນັ້ນໃສ່ທັກສະການອ່ານ ການຂຽນ ການຄິດໄລ່ພື້ນຖານ ທັກສະດີຈີຕອນ ການແນະນຳອາຊີບ ແລະ ການເປັນພົນລະເມືອງດີໃຫ້ຄະນະຮັບຜິດຊອບທີມງານ ແລະ ຜູ້ປະສານງານຫຼັກ ເຮັດວຽກຢ່າງມີແຜນການ ພ້ອມທັງນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເພື່ອໃຫ້ໄດ້ຮ່າງຫຼັກສູດຊັ້ນມັດທະຍົມສຶກສາທີ່ສົມບູນ ແລະ ມີຄຸນນະພາບ. ກອງປະຊຸມຈະດຳເນີນໄປເປັນເວລາ 10 ວັນ (ນັບແຕ່ວັນທີ 23 ກັນຍາ ເຖິງ ວັນທີ 2 ຕຸລາ 2026) ໂດຍຈະມີການແບ່ງກຸ່ມຄົ້ນຄວ້າຕາມລາຍວິຊາ ແລກປ່ຽນຄຳຄິດເຫັນ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອໃຫ້ໄດ້ເນື້ອໃນຫຼັກສູດມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນທີ່ມີຄຸນນະພາບ ຖືກຕ້ອງຕາມຫຼັກວິຊາການ ແລະ ທັນສະໄໝຢ່າງເປັນເອກະພາບກັນ.
![]() |
ຂ່າວ-ພາບ : ສວສ




ຄໍາເຫັນ