ສຸມໃສ່ປະຕິບັດ 4 ມາດຕະການ ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດພະລັງງານ-ບໍ່ແຮ່

ສຸມໃສ່ປະຕິບັດ 4 ມາດຕະການ ສ້າງຄວາມເຂັ້ມແຂງໃຫ້ລັດວິສາຫະກິດພະລັງງານ-ບໍ່ແຮ່
ໂດຍ: ສຳນານ ພົມພັກດີ
ເປົ້າໝາຍທີ 11 ຂອງແຜນພັດທະນາພະລັງງານ ແລະ ບໍ່ແຮ່ (2021-2025) ສ້າງຄວາມເຂັ້ມແຂງໃຫ້ບັນດາລັດວິສາຫະກິດອ້ອມຂ້າງກະຊວງ ພບ ຊຶ່ງໃນເປົ້າໝາຍນີ້ລັດວິສາຫະກິດໄຟຟ້າລາວ (ຟຟລ) ຜ່ານມາໄດ້ສຸມໃສ່ປະຕິບັດ 4 ມາດຕະການແກ້ໄຂໜີ້ສິນ ກໍຄືການປະຕິຮູບການດຳເນີນທຸລະກິດ ໃຫ້ມີປະສິດທິຜົນ. ໃນຂະນະດຽວກັນເປົ້າໝາຍທີ 10 ສົ່ງເສີມການມີສ່ວນຮ່ວມໃນການຄຸ້ມຄອງ ແລະ ພັດທະນາຊັບພະຍກອນແຮ່ທາດ, ການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ ໃນປີ 2021 ຂະແໜງບໍ່ແຮ່ນຳໃຊ້ແຮງງານທັງໝົດ 19.777 ຄົນ, ປີ 2022 ຈຳນວນ 20.871 ຄົນ ແລະ ມາຮອດເດືອນ 6 ປີ 2023 ໂຄການບໍ່ແຮ່ມີພະນັກງານປະຕິບັດວຽກງານທັງໝົດ 25.047 ຄົນ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມກາງສະໄໝຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ ເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍທີ 10 ສົ່ງເສີມການມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນແຮ່ທາດໄດ້ສຳເລັດການສ້າງວິໄສທັດຮອດ ປີ 2040 ແລະ ແຜນຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ໄດ້ຊຸກຍູ້ໃຫ້ບັນດາບໍລິສັດລົງທຶນດ້ານບໍ່ແຮ່ ເອົາໃຈໃສ່ສົ່ງເສີມໃຫ້ມີການພັດທະນາຊຸມຊົນທີ່ໂຄງການຕັ້ງຢູ່ໃນການບູລະນະ ແລະ ກໍ່ສ້າງໂຄງລ່າງພື້ນຖານ ເປັນຕົ້ນການກໍ່ສ້າງຖະໜົນຫົນທາງ, ສຸກສາລາ, ໂຮງຮຽນ ຊຶ່ງໃນ 2021 ຂະແໜງບໍ່ແຮ່ນຳໃຊ້ແຮງງານທັງໝົດ 19.777 ຄົນ (ລາວ 15.585 ຄົນ ຕ່າງປະເທດ 4.192ຄົນ ), ປີ 2022 ມີ 21.871 ຄົນ (ລາວ 17.048 ຄົນ, ຕ່າງປະເທດ 4.823 ຄົນ) ມາຮອດເດືອນ 6 ປີ 2023 ໂຄງການບໍ່ແຮ່ມີພະນັກງານທີ່ປະຕິບັດວຽກງານທັງໝົດຈຳນວນ 25.047 ຄົນ ຍິງ 3.445 ຄົນ ໃນນັ້ນມີແຮງງນລາວ 18.824 ຄົນ ແລະ ແຮງງານຕ່າງປະເທດ 6.223 ຄົນ, ຍິງ 622 ຄົນ (ແຮງງານລາວກວມເອົາ 75% ຂອງແຮງງານທັງໝົດ).
ໃນຂະນະທີ່ເປົ້າໝາຍທີ 11 ສ້າງຄວາມເຂັ້ມເເຂງໃຫ້ບັນດາລັດວິສາຫະກິດອ້ອມຂ້າງກະຊວງ ໂດຍສະເພາະ ຟຟລ ໄດ້ສຸມໃສ່ປະຕິບັດ 4 ມາດຕະການແກ້ໄຂໜີ້ສິນ ກໍຄືການປະຕິຮູບການດຳເນີນທຸລະກິດ ໃຫ້ມີປະສິດທິຜົນ ໂດຍສູ້ຊົນຈັດຕັ້ງປະຕິບັດແຜນງານຕ່າງໆ ໃຫ້ເປັນຮູບປະທຳຕາມການຮັບຮອງຂອງ ລັດຖະບານ ເປັນຕົ້ນແມ່ນການປັບປຸງໂຄງສ້າງບໍລິຫານອົງກອນ, ການປັບປຸງໂຄງສ້າງລາຄາໄຟຟ້າພາກຈຳໜ່າຍ ເພື່ອໃຫ້ແທດເໝາະກັບຕົວຈິງ. ການປັບປຸງສັນຍາຊື້ໄຟຟ້າກັບຜູ້ຜະລິດ, ການເຈລະຈາປັບໂຄງສ້າງໜີ້ສິນກັບທະນາຄານ ແລະ ສະຖາບັນການເງິນ, ສຳລັບການຊຸກຍູ້ ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໃຫ້ເຂົ້າຮ່ວມຖືຮຸ້ນກັບໂຄງການຂະໜາດໃຫຍ່ແມ່ນຢູ່ໃນຂັ້ນຕອນສຶກສາປະສິດທິຜົນທາງດ້ານເສດຖະກິດຂອງໂຄງການ, ໃນຂະນະທີ່ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ກໍໄດ້ມອບຊັບສິນຈຳນວນໜຶ່ງເຂົ້າກັບ ຟຟລ ປັດຈຸບັນໄດ້ຫັນມາກຸ້ມຕົນເອງ, ສ່ວນລັດວິສາຫະກິດພັດທະນາແຮ່ທາດລາວ (ພຮລ) ໄດ້ຮ່ວມມືກັບບັນດາບໍລິສັດໃນການພັດທະນາໂຄງການບໍ່ແຮ່ ໂດຍໄດ້ຮ່ວມມືກັບ 21 ບໍລິສັດ, 37 ເຂດ ໃນເນື້ອທີ່ທັງໝົດ 7.452 ກິໂລຕາແມັດ ໂດຍໄດ້ແບ່ງອອກເປັນ 4 ກຸ່ມໃຫຍ່ຄື: ໂຄງການຂຸດຄົ້ນ-ປຸງແຕ່ງ, ໂຄງການຊອກຄົ້ນ-ສໍາຫຼວດ, ໂຄງການຢູ່ໃນຮູບແບບ MOU, PA ແລະ ໂຄງການຮ່ວມມືປະເພດກິດຈະການບໍລິການ.
ສຳລັບເປົ້າໝາຍທີ 12 ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SD G) ແລະ ການເຕີບໂຕສີຂຽວ (GG) ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ ໄດ້ສໍາເລັດການສ້າງ Roadmap ເພື່ອພັດທະນາຕົວຊີ້ວັດ SDG 7 ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍແຜນພັດທະນາແບບຍືນຍົງ SDG ເປັນຕົ້ນແມ່ນການເກັບກໍາຂໍ້ມູນສະຖິຕິ ພະລັງງານ, ສຳເລັດການສັງລວມ, ການຈັດພິມ ແລະ ແຈກຢາຍປຶ້ມສະຖິຕິດ້ານພະລັງງານ-ບໍ່ແຮ່ ແລະ ສຳເລັດການສ້າງແຜນງານ ວຽກສະຖິຕິ ຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະປີ (2021- 2025) ແລະ ໄດ້ສຳເລັດການສ້າງຈຸດປະສານງານວຽການສະຖິຕິ ໃນຂະແໜງ ພບ ໃນຂອບເຂດທົ່ວປະເທດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ