ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ
ເມື່ອ​ຫວນ​ຄືນ​ໃນ​ເດືອນ​ສິງຫາ ປີ 2014, ອົງການ​ນິຕິບັນຍັດ​ຈີນ ໄດ້​ຜ່ານ​ມະ​ຕິ​ກຳນົດ​ເອົາ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເປັນ​ວັນ​ລະນຶກວິ ລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ແຫ່ງ​ຊາດ​ຈີນ. ຄື​ກ່ອນ​ວັນຊາດ​ຈີນ​ວັນ​ທີ 1 ຕຸລາ​ ພຽງ 1 ວັນ ​ແລະ​ ນັບ​ແຕ່​ມີ​ນິ ຕິບັນຍັດ​ນັ້ນ​ເປັນຕົ້ນ​ມາ, ລັດຖະ ບານ​ຈີນ​ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຈັດ​ກິດ ຈະກຳ​ລະນຶກ​ເຖິງ​ວິລະ​ຊົນ​ຈີນ​ຜູ້​ເສຍສະຫຼະ​ຊີວິດ ​ໃນ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເພື່ອ​ສະແດງ​ຄວາມ ເຄົາລົບ​ນັບຖື ແລະ ຮູ້​ບຸນຄຸນ​ຕໍ່​ວິລະ​ຊົນ​ນັກຮົບ​ຈີນ​ທີ່​ມີ​ນ້ຳໃຈສາກົນ​ກຳ​ ມາຊີບ​ເສຍສະຫຼະ​ຊີວິດ ​ເພື່ອ​ສັນຕິ ພາບ​ໃນ​ທົ່ວ​ໂລກ, ທັງ​ເປັນການຈາລຶກ ​ບຸນຄຸນ ແລະ ເຮັດ​ໃຫ້​ນ້ຳໃຈ​ວິລະ​ຊົນ​ສະຫຼັກໄວ້​ໃນ​ດວງ​ໃຈ​ຂອງ​ຊົນ​ຊາດ​ຈີນ​ ແລະ​ ປະຊາຊົນ​ຜູ້​ຮັກຫອມ​ສັນ ຕິພາບ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ.

 

ສສານຈນ ທແຂວງອດມໄຊ ແລະ ຊຽງຂວາງ: ສນຍາລກແຫງນຳໃຈສາກນກຳມາຊບຂອງນກຮບວລະຊນຈນ ທມຕພາລະກດຕສກຊາດຂອງປະເທດຊາດ ແລະ ປະຊາຊນລາວຢາງບມວນລມ - image 1
 

ເວົ້າສະເພາະທີ່ ສປປ ລາວ, ເພື່ອຈາລຶກບຸນຄຸນ ແລະ ຄຸນງາມ ຄວາມດີຂອງບັນດາວິລະຊົນ ແລະນັກຮົບຈີນທີ່ໄດ້ເສຍສະຫຼະຊີວິດຢູ່ຜືນແຜ່ນດິນລາວ ແລະ ໄດ້ຖືກຝັງ ໄວ້ທີ່ສຸສານນັກຮົບວິລະຊົນຈີນຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ, ການນຳລາວໄດ້ຈາລຶກ ຕົວໜັງສືສີຄຳຂຽນໄວ້ວ່າ: “ນັກຮົບວິລະຊົນຈີນຈະບໍ່ມີວັນເສົ້າສູນຊົ່ວກາລະນານ” ເປັນພາສາຈີນ ແລະ ພາສາລາວໄດ້ຕັ້ງສະຫງ່າຢູ່ສະໜາມ ຫຼວງອະນຸສອນສະຖານທີ່ກວ້າງ ຂວາງ. ປັດຈຸບັນສຸສານດັ່ງກ່າວຍັງຄົງເປັນສັນຍາລັກແຫ່ງນ້ຳໃຈສາກົນກໍາມາຊີບຂອງນັກຮົບວິລະຊົນຈີນທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຕະຫຼອດມາຢ່າງອະມະຕະທີ່ບໍ່ມີວັນລືມໄດ້. ສະຫາຍ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ກ່າວ ໃນໂອກາດເຂົ້າວາງພວງມາລາທີ່ສຸສານນັກຮົບເສຍສະຫຼະຊີວິດຊາວຈີນຢູ່ແຂວງອຸດົມໄຊໃນວັນບຸນ ເຊັງເມັງຈີນ ເມື່ອຄັ້ງວັນທີ 5 ເມສາ 2026 ວ່າ: ແຕ່ລະປີ ເພື່ອຈາລຶກຄຸນ ງາມຄວາມດີຕໍ່ນັກຮົບວິລະຊົນຈີນ ການນຳຂັ້ນສູນກາງ, ແຂວງ, ເມືອງພ້ອມປະຊາຊົນລາວບັນດາເຜົ່າໄດ້ສົມທົບກັບສະຖານທູດຈີນປະຈຳລາວ, ກົງສູນຈີນປະຈຳແຂວງຫຼວງພະບາງ ແລະ ພາກສ່ວນຕ່າງໆຂອງລາວ-ຈີນ ໄດ້ເຂົ້າວາງພວງມາລາທີ່ ສຸສານນັກຮົບເສຍສະຫຼະຊີວິດຊາວຈີນທັງ 3 ແຫ່ງຄື: ຢູ່ເມືອງໄຊ, ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເມືອງແປກແຂວງຊຽງຂວາງ. ນີ້ເປັນການຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນລາວຍາມໃດກໍຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຢ່າງບໍ່ມີວັນລືມຂອງບັນດາວິລະຊົນ ແລະ ນັກຮົບຈີນທີ່ໄດ້ເສຍສະຫຼະຊີວິດຢູ່ຜືນແຜ່ນດິນ ລາວ ໃນໄລຍະປະເທດລາວດຳເນີນການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກລ່າຫົວເມືອງຂຶ້ນທັງເກົ່າ ແລະ ໃໝ່ຢ່າງອົງອາດກ້າຫານ ໂດຍສະເພາະໃນຊຸມປີ 1960-70 ເພື່ອສະໜັບສະໜູນການປະຕິວັດລາວ, ຈີນໄດ້ສົ່ງກອງທັບວິສະວະກຳ, ກອງ ທັບປ້ອງກັນພາກພື້ນດິນ, ກອງທັບປ້ອງກັນອາກາດ ແລະ ພະລາທິການພ້ອມດ້ວຍກອງກຳລັງທະຫານບົກລວມທັງໝົດ 110,000 ຄົນ ມາປະ ເທດລາວ. ຕະຫຼອດໄລຍະ 11 ປີ,

ກອງກຳລັງອາສາສະໝັກຈີນໄດ້ກໍ່ສ້າງເສັ້ນທາງຍຸດທະສາດ 7 ສາຍ ລວມຄວາມຍາວ 822 ກິໂລ ແມັດ, ເພື່ອປະກອບສ່ວນຢ່າງຫ້າວຫັນໃນໄຊຊະນະການຕໍ່ສູ້ກູ້ຊາດ ແລະ ການພັດທະນາເສດຖະກິດຫຼັງສົງຄາມຂອງປະຊາຊົນລາວ. ໃນໄລຍະນີ້, ມີວິລະຊົນຈີນທີ່ເສຍ ຊີວິດຖືກຝັງໄວ້ທີ່ສຸສານເມືອງໄຊແຂວງອຸດົມໄຊ 129 ຄົນ, ລວມທັງ 24 ຄົນ ທີ່ເສຍຊີວິດໃນການສູ້ຮົບທາງອາກາດ. ສ່ວນທີ່ສຸສານທີ່ເມືອງນາໝໍ້ ແຂວງອຸດົມໄຊ ມີວິລະຊົນຈີນຖືກຝັງໄວ້ 81 ຄົນ, ລວມທັງວິລະຊົນທີ່ເສຍຊີວິດໃນກຳລັງທະຫານຊຸດທຳອິດທີ່ເຂົ້າມາປະເທດລາວ ແລະ ທີ່ເມືອງແປກ ແຂວງຊຽງຂວາງໄດ້ຝັງສົບນັກຮົບວິລະຊົນຈີນ ລວມທັງໝົດ 269 ສະຫາຍ.

ສສານຈນ ທແຂວງອດມໄຊ ແລະ ຊຽງຂວາງ: ສນຍາລກແຫງນຳໃຈສາກນກຳມາຊບຂອງນກຮບວລະຊນຈນ ທມຕພາລະກດຕສກຊາດຂອງປະເທດຊາດ ແລະ ປະຊາຊນລາວຢາງບມວນລມ - image 2
 

ໃນຂະນະ, ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະພັກແຂວງອຸດົມໄຊ ກໍໄດ້ກ່າວວ່າ: ປະຊາຊົນລາວຈະບໍ່ລືມຜົນງານອັນໃຫຍ່ຫຼວງ ຂອງຊາວຈີນຫຼາຍຮ້ອຍຄົນທີ່ເສຍ ສະຫຼະຊີວິດໄດ້ຖືກຝັງໄວ້ໃນແຜ່ນ ດິນລາວ. ນີ້ແມ່ນ “ມິດຕະພາບທີ່ຫຼໍ່ຫຼອມດ້ວຍເລືອດເນື້ອຮ່ວມແຮງຮ່ວມໃຈສືບສານບົດເພງແຫ່ງສາຍພົວພັນຈີນ-ລາວ”. ສ່ວນສະຫາຍ ຈ່າງເຊີ້ຜິງ ຫົວໜ້າກົງສູນ ສປ ຈີນ ປະຈຳແຂວງຫຼວງພະບາງ ໃນເວລາ ນັ້ນ ໄດ້ກ່າວວ່າ: ນີ້ແມ່ນລູກຫຼານຜູ້ດີເດັ່ນຂອງຈີນ ໄດ້ລ່ວງລັບຢູ່ແຜ່ນ ດິນຂອງປະເທດລາວຕະຫຼອດໄປ ເພື່ອຊ່ວຍປະຊາຊົນລາວຍາດເອົາເອກະລາດ ແລະ ປົດປ່ອຍປະເທດຊາດອັນໄດ້ຂຽນບົດກອນວິລະກຳດ້ວຍເລືອດເນື້ອ ແລະ ໄດ້ເສີມສ້າງໄມຕີຈິດມິດຕະພາບ ລາວ-ຈີນ ໃຫ້ຍືນຍົງດ້ວຍຊີວິດຂອງຕົນ. ວິລະກຳຂອງພວກເຂົາເຈົ້າຈະຈາລຶກໄວ້ຢູ່ ໃນດວງໃຈຂອງປະຊາຊົນສອງຊາດ ລາວ-ຈີນຕະຫຼອດຊົ່ວກາລະນານ.ສ່ວນສະຫາຍ ພັນເອກພິເສດ Zhu Ting chuan ຫົວໜ້າຄະນະຜູ້ແທນ ຫົວໜ້າຫ້ອງການຄົ້ນຄວ້າວຽກງານການເມືອງກອງທັບວິທະຍາຄານວິທະຍາສາດການທະຫານຈີນ ໄດ້ກ່າວຄຳປາໄສຕໍ່ໜ້າເວທີ ເພື່ອສະ ແດງຄວາມລະນຶກເຖິງຄຸນງາມ ຄວາມດີຂອງຜູ້ເສຍສະຫຼະຊີວິດຢ່າງເລິກເຊິ່ງ ແລະ ເຄົາລົບນັບຖືຢ່າງສູງຕໍ່ບັນດານັກຮົບວິລະຊົນຈີນທີ່ເສຍສະຫຼະຊີວິດໃນປາງສົງ ຄາມຊ່ວຍເຫຼືອລາວຕ້ານຈັກກະ ພັດຫຼ່າເມືອງຂຶ້ນແບບໃໝ່ວ່າໃນຖານະເປັນອົງການຄົ້ນຄວ້າປະ ຫວັດສາດການທະຫານຂອງກອງ ທັບຈີນ ແລະ ລາວ, ວິທີທີ່ດີທີ່ສຸດ ເພື່ອລະນຶກເຖິງວິລະຊົນຜູ້ເສຍສະ ຫຼະຊີວິດແມ່ນສືບທອດມູນເຊື້ອ ແລະ ເສີມຂະຫຍາຍຈິດໃຈຂອງນັກຮົບວິລະຊົນຜູ້ເສຍສະຫຼະຊີວິດ, ຂຽນປະຫວັດສາດຄວາມສາມັກຄີມິດຕະພາບ ຈີນ-ລາວ ໃຫ້ດີ ແລະ ສືບທອດສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ລາວໃຫ້ດີທີ່ສຸດ.

ສສານຈນ ທແຂວງອດມໄຊ ແລະ ຊຽງຂວາງ: ສນຍາລກແຫງນຳໃຈສາກນກຳມາຊບຂອງນກຮບວລະຊນຈນ ທມຕພາລະກດຕສກຊາດຂອງປະເທດຊາດ ແລະ ປະຊາຊນລາວຢາງບມວນລມ - image 3
 

ໃນພິທີປາຖະກະຖາສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນວັນທີ 24 ເມສາ 2026 ທີ່ນະຄອນ ຫຼວງວຽງຈັນ. ສະຫາຍ ຫວັງ ຢົງເຈີງ ອະດີດນັກຮົບຈີນ ຊ່ວຍລາວຕ້ານ ຈັກກະພັດຫຼ່າເມືອງຂຶ້ນແບບໃໝ່ ໄດ້ຕາງໜ້າໃຫ້ນັກຮົບເກົ່າຈີນຂຶ້ນກ່າວໃນພິທີ ເພື່ອຫວນຄືນບັນທຶກຄວາມຊົງຈຳໂດຍມີເນື້ອໃນວ່າ: ແຕ່ປີ 1962 ຫາ 1978, ເພື່ອສະ ໜັບສະໜູນພາລະກິດປະຕິວັດຂອງປະຊາຊົນລາວໃນການປົກປັກຮັກສາເອກະລາດແຫ່ງຊາດ ແລະ ຕ້ານການຮຸກຮານຈາກພາຍນອກ ແລະ ອີງຕາມຂໍ້ຕົກລົງຂອງສອງປະ ເທດ, ຈີນໄດ້ສົ່ງກອງພັນທະຫານ ຊ່າງແສງ 18 ກອງພັນ ແລະ ກອງພັນກຳມະກອນ 3 ກອງພັນເຂົ້າສູ່ປະເທດລາວ ເພື່ອປະຕິບັດໜ້າທີ່ກໍ່ສ້າງທາງ ໂດຍກໍ່ສ້າງສຳເລັດຍາວ 822 ກິໂລແມັດ ຊຶ່ງກໍຄືເສັ້ນທາງເລກ 13 ເໜືອທີ່ຍັງນຳໃຊ້ຢູ່ລາວໃນປັດຈຸບັນ. ນີ້ຄືເສັ້ນທາງແຫ່ງມິດຕະ ພາບ ແລະ ເສັ້ນທາງແຫ່ງຊີວິດທີ່ ກອງທັບ ແລະ ປະຊາຊົນ ຈີນ-ລາວໄດ້ຄຽງບ່າຄຽງໄຫຼ່ກັນກໍ່ສ້າງຂຶ້ນດ້ວຍເລືອດ ແລະ ເຫື່ອແຮງ. ໃນວັນທີ 6 ກັນຍາ 1968, ໜ່ວຍງານຊຸດທຳອິດທີ່ເຂົ້າສູ່ລາວ ເພື່ອປະຕິບັດໜ້າທີ່ສຳຫຼວດເສັ້ນທາງໄດ້ຖືກເຮືອ ບິນສັດຕູໂຈມຕີຢູ່ເຂດເມືອງຮຸນພ້ອມຍິງໝາກກະໂພກສັນຍານບອກ ເປົ້າໝາຍ.

ສະຫາຍ ຈາງ ຊູຊຸ້ນ ແລະ ສະ ຫາຍອື່ນໆ ລວມ 13 ສະຫາຍ ໄດ້ ເສຍສະຫຼະຊີວິດຢ່າງອົງອາດກ້າ ຫານ, ມີພຽງ 5 ສະຫາຍ ເທົ່ານັ້ນທີ່ ຮູ້ຊື່, ສ່ວນວິລະຊົນອີກ 8 ສະຫາຍແມ່ນໄດ້ເສຍສະຫຼະຊີວິດຢູ່ດິນແດນ ແຫ່ງນີ້ຕະຫຼອດການ, ກາຍເປັນນັກ ຮົບນິລະນາມ ແຕ່ໄດ້ໃຊ້ຊີວິດເປີດທາງໃຫ້ແກ່ກອງກຳລັງໃຫຍ່ທີ່ຈະຕາມມາ. ໃນເດືອນກັນຍາ 1977, ຢູ່ຈຸດ 270 ກິໂລແມັດຂອງເສັ້ນທາງສາຍໃໝ່ຕາເວັນອອກ, ໄດ້ພົບກັບຮ່ອມພູເລິກຍາວ 200 ແມັດ. ຢູ່ເທິງໜ້າຜາອັນສູງຊັນ, ຄະນະກໍ່ສ້າງຂອງຝ່າຍຈີນໄດ້ໃຊ້ເຊືອກມັດແອວຫ້ອຍໂຕຢູ່ກາງເວຫາ ເພື່ອລະເບີດໜ້າຜາ, ທຸກບາດກ້າວລ້ວນແຕ່ເຕັມ ໄປດ້ວຍຄວາມອັນຕະລາຍແຕ່ບໍ່ມີໃຜທໍ້ຖອຍຈາກການກໍ່ສ້າງນີ້. ເຂົາ

ເຈົ້າໄດ້ຜັດປ່ຽນກັນເຮັດວຽກທັງກາງ ເວັນ ແລະ ກາງຄືນຈົນສາມາດເປີດທາງ ແລະ ສຳເລັດການກໍ່ສ້າງໄດ້ຕາມກຳນົດ. ກອງຮ້ອຍ 13 ຂອງກອງພັນ 727 ທີ່ຮັບຜິດຊອບວຽກນີ້ໄດ້ຮັບນາມມະຍົດເປັນກອງຮ້ອຍດີເດັ່ນປະເພດ 3 ແລະ ສະຫາຍ ໄກສອນ ພົມວິຫານ ນາຍົກລັດຖະມົນຕີລາວ ໃນເວລານັ້ນໄດ້ໃຫ້ກຽດປະ ດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ແກ່ ກອງຮ້ອຍ 13 ດ້ວຍຕົນເອງ. ໃນນັ້ນ

“ຂົວຂ້າມນ້ຳອູແມ່ນໂຄງການທີ່ສຳ ຄັນຂອງເສັ້ນທາງສາຍໃໝ່ຕາເວັນອອກ. ຂົວແຫ່ງນີ້ຕັ້ງຢູ່ຈຸດ 200 ກິ ໂລແມັດ ໂດຍມີນ້ຳອູຂັ້ນກາງ, ສອງຝັ່ງເປັນພູສູງຊັນທີ່ມີຄວາມແຕກຕ່າງລະດັບສູງກວ່າ 900 ແມັດ. ລະ ດັບນ້ຳໃນລະດູແລ້ງ ແລະ ລະດູຝົນ ມີຄວາມແຕກຕ່າງກັນຫຼາຍ, ກະແສນ້ຳໄຫຼແຮງ, ການກໍ່ສ້າງມີຄວາມ ຫຍຸ້ງຍາກທີ່ສຸດ”. ແຕ່ຝ່າຍຈີນໄດ້ນຳໃຊ້ເຕັກນິກໃໝ່ຫຼ້າສຸດ ເພື່ອຜ່ານຜ່າອຸປະສັກ ແລະ ສ້າງຂົວສຳເລັດກ່ອນກຳນົດໃນເດືອນມີນາ ປີ 1978.

ໃນປັດຈຸບັນ, ຂົວທີ່ມີຄວາມຍາວ 256 ແມັດ ແຫ່ງນີ້ຍັງຄົງເດັ່ນສະ ຫງ່າຢູ່ເທິງນ້ຳອູ.

ເພື່ອຮັບປະກັນໃຫ້ການກໍ່ສ້າງທາງດຳເນີນໄປຢ່າງສະດວກ ແລະ ຮັບປະກັນຄວາມປອດໄພຂອງຜູ້ຄະນະກໍ່ສ້າງ, ກອງທັບປືນໃຫຍ່ຕ້ານອາກາດຍານຂອງຈີນໄດ້ເຂົ້າຮ່ວມສູ້ຮົບທັງໝົດ 95 ຄັ້ງ, ຍິງຍົນຮົບຈັກກະພັດຕົກ 35 ລຳ ແລະ ເຮັດໃຫ້ໄດ້ຮັບຄວາມເສຍຫາຍ 24 ລຳ.

ໃນນັ້ນ, ກອງພັນ 707 ແລະ 710 ທີ່ເຂົ້າມາຊຸດທຳອິດໄດ້ສ້າງຜົນງານດີເດັ່ນດ້ວຍຍຸດທະວິທີດັກຍິງ ໂດຍຍິງຍົນຕົກ 9 ລຳ ແລະ ເສຍຫາຍ 8 ລຳ. ໃນວັນທີ 14 ພຶດສະພາ 1971, ກອງທັບຈັກກະພັດໄດ້ສົ່ງຍົນສູ້ຮົບ F-4 ຈຳນວນ 3 ຊຸດ ລວມ 7 ລຳ

ເຂົ້າໂຈມຕີຄ້າຍຂອງກອງພັນ 712 ກອງຮ້ອຍ 2 ຢູ່ຈຸດ 106 ກິໂລແມັດຂອງເສັ້ນທາງສາຍຕາເວັນອອກ. ກອງທັບປືນໃຫຍ່ຕ້ານອາກາດຍານຂອງຈີນໄດ້ຕອບໂຕ້ຢ່າງອົງອາດ, ຍິງຍົນສັດຕູຕົກທັນທີ 2 ລຳ ແລະ ເສຍຫາຍ 1 ລຳ. ຍົນສັດຕູໄດ້ລອບໂຈມຕີຈາກທາງຫຼັງ, ຖິ້ມລະເບີດໃຫຍ່, ລະເບີດກະຈາຍ ແລະ ລະເບີດລູກຫວ່ານເປັນຈຳນວນຫຼວງຫຼາຍ. ໃນສະໜາມຮົບເຕັມໄປດ້ວຍຄວັນໄຟ ແຕ່ນັກຮົບທຸກສະຫາຍໄດ້ຕໍ່ສູ້ຢ່າງສຸດຂີດ. ໃນການສູ້ຮົບຄັ້ງນີ້ມີຜູ້ເສຍສະຫຼະຊີວິດ 24 ສະຫາຍ ແລະ ບາດເຈັບກວ່າ 70 ສະຫາຍ; ວິລະຊົນຜູ້ອົງອາດເຫຼົ່ານີ້ຍັງຄົງຫຼັບໄຫຼຢູ່ດິນແດນອັນອົບອຸ່ນຂອງປະເທດລາວ, ວິລະກຳຂອງເຂົາເຈົ້າປະຊາ ຊົນສອງຊາດ ຈີນ-ລາວ ຈະບໍ່ມີວັນລະລືມ ແລະ ຈະຈົດຈຳໄວ້ໃນດວງໃຈຕະຫຼອດໄປ.

ສຸພາສິດລາວກ່າວໄວ້ວ່າ: “ຢາກໄປໜ້າຕ້ອງເບິ່ງຫຼັງ” ຊຶ່ງມີຄວາມໝາຍວ່າ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ຫາກບໍ່ແມ່ນຕັ້ງຊື່ເອີ້ນແລະ ຄຳຂວັນຂຶ້ນມາ ເພື່ອຟັງແລ້ວໃຫ້ມ່ວນຫູເທົ່ານັ້ນ, ແຕ່ຍັງປັນຄຳເວົ້າທີ່ໄດ້ແລກມາດ້ວຍເຫື່ອແຮງແລະ ຢາດເລືອດຂອງປະຊາຊົນແລະ ນັກຮົບຂອງສອງຊາດລາວແລະ ຈີນຢ່າງພິລະອາດຫານຊານໄຊທີ່ບໍ່ມີສັດຕູໂຕໃດສາມາດເອົາໄຊຊະນະໄດ້. ການສະໜັບສະໜູນແລະ ໃຫ້ການຊ່ວຍເຫຼືອ ໃນໄລຍະຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວຂອງພັກ ແລະ ລັດຖະ ບານຈີນໃນເວລານັ້ນ, ບໍ່ພຽງແຕ່ສົ່ງທະຫານ ແລະ ວັດຖຸອຸປະກອນ ແລະ ອາວຸດເຂົ້າມາຊ່ວຍເຫຼືອເທົ່ານັ້ນ, ຫາກຍັງໄດ້ມາຕັ້ງສະຖານທູດຈີນປະຈຳປະເທດລາວແຫ່ງທຳອິດຢູ່ ທີ່ຖ້ຳແຫ່ງໜຶ່ງຂອງເມືອງວຽງໄຊແຂວງຫົວພັນ, ເພື່ອເປັນການຮັບຮູ້ລັດຖະບານຂອງຝ່າຍປະເທດ ລາວພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກ ປປ ລາວ ໃນເວລານັ້ນ ຊຶ່ງພວກເຮົາພາກັນເອີ້ນວ່າ: “ຖ້ຳຈີນ ເພື່ອຢັ້ງຢືນວ່າ ພັກ ແລະ ລັດຖະບານຈີນ ຮັບຮູ້ການປະຕິວັດລາວຢ່າງເປັນ ທາງການ ນັບແຕ່ເວລານັ້ນເປັນຕົ້ນມາ. ປັດຈຸບັນຖ້ຳຈີນ ພວມໄດ້ຮັບ ການອອກແບບ ເພືີ່ອບູລະນະສ້ອມ ແປງຈາກກົມວິທະຍາສາດ-ປະ ຫວັດສາດການທະຫານກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ, ເພື່ອປະກອບສ່ວນເຂົ້າໃນການຂຽນໜ້າປະຫວັດມູນເຊື້ອ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນສອງ ກອງທັບ ລາວ-ຈີນ ໃນສະໄໝຕໍ່ສູ້ປົດປ່ອຍຊາດກໍຄືການພົວພັນຮ່ວມມືໃນແຕ່ລະໄລຍະໃຫ້ເປັນອະນຸ ສອນທາງປະຫວັດສາດ, ທັງເປັນການສ້າງເຂດແຫຼ່ງທ່ອງທ່ຽວທາງປະຫວັດສາດແຫ່ງໃໝ່ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ຕື່ມອີກ”.

ເມື່ອຫວນຄືນເຖິງວັນເວລາແຫ່ງແປວໄຟສົງຄາມ, ພວກເຮົາຮູ້ ສຶກຕື້ນຕັນໃຈ; ແຕ່ເມື່ອເບິ່ງໄປຍັງ ອະນາຄົດ, ພວກເຮົາມີຄວາມເຊື່ອໝັ້ນຢ່າງແຮງກ້າວ່າ: ພາຍໃຕ້ການຊີ້ນຳຍຸດທະສາດຂອງຜູ້ນຳສູງສຸດຂອງສອງປະເທດ, ສາຍພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ສືບຕໍ່ນັບມື້ນັບແໜ້ນແຟ້ນ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ໄດ້ກ້າວເຂົ້າສູ່ລວງເລິກ ແລະ ປະ ກົດຜົນເປັນຈິງ. ດອກໄມ້ແຫ່ງມິດ ຕະພາບທີ່ເຄີຍໄດ້ຮັບການຫົດສົງດ້ວຍເລືອດເນື້ອໃນມື້ນັ້ນ, ໃນມື້ນີ້ໄດ້ອອກດອກອອກຜົນຢ່າງງົດງາມ. ສັງລວມແລ້ວ, 65 ປີແຫ່ງການສືບ ສານ ແລະ 65 ປີແຫ່ງການຮ່ວມທຸກຮ່ວມສຸກໄດ້ສ້າງໃຫ້ການພົວພັນ ລາວ-ຈີນ ນັບມື້ແໜ້ນແຟ້ນ, ໜຽວ

ແໜ້ນທົນທານ ໂດຍສະເພາະພາຍຫຼັງຜົນສຳເລັດຂອງການຢ້ຽມຢາມ ລັດຖະກິດ ສປ ຈີນ ຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ລະຫວ່າງວັນທີ 2-6 ມິຖຸນາ ປີ 2026 ຜ່ານມາ, ການນຳສອງປະເທດໄດ້ມີຄວາມເອກະພາບສູງ ໃນການຍົກຖານະບົດບາດການພົວພັນຈາກການເປັນຄູ່ຮ່ວມຊາຕາກຳດຽວກັນກ້າວຂຶ້ນເປັນການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ດ້ວຍມາດຕະຖານສູງ, ມີຄຸນນະພາບສູງ ແລະ ມີລະດັບສູງດ້ວຍການກະທຳຕົວຈິງ. ໂດຍ: ດວງຈິດ ສະຫວັດບຸນມີ

ຄຳຂວັນ: ຂໍ່ານັບຊົມເຊີຍວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ (1/10/1949-1/10/2026) ຢ່າງສຸດໃຈ!

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ