![]() |
ຈຸດປະສົງໃນການເຄື່ອນໄຫວຕິດຕາມກວດກາຄັ້ງນີ້ ເພື່ອເປັນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ IV, ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານການແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງປະຊາຊົນລາວບັນດາເຜົ່າໃນກອງປະຊຸມສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ IV ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V, ພ້ອມທັງເປັນຂໍ້ມູນໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງ ແລະ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ V.
ໃນກອງປະຊຸມ, ຄະນະໄດ້ຮັບຟັງການລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງເມືອງ ຈາກທ່ານ ປະທານຄະນະກໍາມະການປົກຄອງເມືອງ. ຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ຕາງໜ້າຄະນະກໍາມະການ ໄດ້ແລກປ່ຽນຄໍາເຫັນເຈາະຈີ້ມບາງບັນຫາ ໃນການຈັດຕັ້ງປະຕິບັດວຽກງານໃນ 3 ຂົງເຂດຄື: ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ; ຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ຂົງເຂດເສດຖະກິດ ແລະ ການເງິນ.
ຫຼັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນ ແລະ ຕອບຄໍາຊັກຖາມຢ່າງກົງໄປກົງມາ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີປະສິດທະພາບສູງຂື້ນ.
ຂ່າວ : ສະພາປະຊາຊົນ

ຄໍາເຫັນ