ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ຢູ່ທີ່ຫ້ອງການສະພາປະຊາຊົນແຂວງ (ສພຂ) ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສພຂ ຄາມວນ ສະຫບການເຄອນໄຫວວຽກງານ 6 ເດອນຕນປ - image 1
 

ທ່ານ ສຸກສົມພອນ ແສງອາລຸນ ຮອງເລຂາທິການສະພາປະຊາຊົນແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ໂດຍສັງເຂບ. ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະດ້ານເປັນຕົ້ນດ້ານວຽກງານການເມືອງ-ແນວຄິດ, ດ້ານການເປັນເສນາທິການໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ດ້ານການເປັນເສນາທິການໃຫ້ແກ່ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ດ້ານການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ດ້ານການເປັນເສນາທິການຂອງຂະແໜງການສັງກັດ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ພ້ອມກັນນັ້ນ ປະທານກອງປະຊຸມຍັງມີຄໍາຖາມເຈາະຈີ້ມເພື່ອເປັນທິດໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ພ້ອມທັງມີການຊີ້ແຈງບາງບັນຫາ ແລະ ສະຫຼຸບສັງລວມການປະກອບຄໍາເຫັນ. ຜ່ານມະຕິວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງທີ່ຍົກຍ້າຍມາຈາກອົງການປົກຄອງແຂວງ ເປັນຮອງເລຂາທິການສະພາປະຊາຊົນແຂວງ ຊຶ່ງໃຫ້ກຽດມອບໂດຍທ່ານ ບຸນມີ ພິມມະສອນ ແລະ ຮັບໂດຍທ່ານ ນິລະພົນ ສຸວັນນະລາດ ຮອງເລຂາທິການສະພາປະຊາຊົນແຂວງ. ຜ່ານມະຕິວ່າດ້ວບການປັບປຸງສັບຊ້ອນບຸກຄະລາກອນຂະແໜງຊ່ວຍວຽກຂອງສະພາປະຊາຊົນແຂວງ, ຜ່ານມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະເລຂາທິການຂອງສະພາປະຊາຊົນແຂວງຊຸດທີ II (ສະບັບປຸງ), ຊຶ່ງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນຕົກລົງເຫັນດີແບ່ງຄວາມຮັບຜິດຊອບພາຍໃນຄະນະເລຂາທິການສະພາປະຊາຊົນແຂວງ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ຄະນະຮັບຜິດຊອບ ຊຸກຍູ້ ກວດກາ ຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ແຂວງຊຽງຂວາງ

ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ທີ່ ແຂວງຊຽງຂວາງ ໃນ​ວັນ​ທີ 22-23 ມິ​ຖຸ​ນາ​ນີ້.
ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ໃນ​ວັນ​ທີ 22 ມິ​ຖຸ​ນາ​ຜ່ານ​ມາ,ໂດຍ​ມີ ສະຫາຍ ສາທິດ ປັດສາພັນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງໂຂງ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກບ້ານ 114 ບ້ານໃນທົ່ວເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ອົງຄະນະພັກ ຄອສພ

ເມື່ອບໍ່ດົນມານີ້ໄດ້ມີກອງປະຊຸມສ່ອງແສງຄະນະກວດກາແຕ່ລະຂັ້ນ ຂອງອົງຄະນະພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ), ພາຍໃຕ້ ການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບສູນກາງພັກ ປະທານຄະນະກວດກາ ຄອສພ ຊຶ່ງມີປະທານ, ຮອງປະທານ ຄະນະກວດກາພັກ, ປະທານກວດກາ ຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຄອສພ.
ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຢູ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ

ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.ໃນວັນທີ 20 ມິຖຸນາຜ່ານມານີ້, ທ່ານ ໄພທູນ ທ່ຽງລະໄມ ກໍາມະການຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະໄດ້ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ທີ່ຄະນະກຳມະການປົກຄອງເມືອງໄຊເສດຖາ ນວ ຊຶ່ງໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານຂອງເມືອງໂດຍທ່ານ ກຸມພະວາ ຈຳປາສຸກ ຮອງເລຂາຄະນະບໍລິຫານພັກເມືອງໄຊເສດຖາ ປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ ຊຶ່ງມີບັນດາຫ້ອງການອ້ອມຂ້າງ ແລະ ພະນັກງານຂອງຄະນະກຳມະການປົກຄອງເມືອງເຂົ້າຮ່ວມ.
ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ປກສ ບໍລິຄໍາໄຊ ຈູດທໍາລາຍອາວຸດລ່າເນື້ອ ຈັກສະຕິນ ແລະ ເຄື່ອງຊັອດປາ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິນ ແລະ ໝໍ້ຊັອດປາ ໃນວັນທີ 19 ມິຖຸນາຜ່ານມາ, ໂດຍມີທ່ານ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດກ່ຽວຂ້ອງເຂົ້າຮ່ວມ.
ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ທະຫານຫຼວງນໍ້າທາ ເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ 13 ສະຫາຍ

ກອງບັນຊາການທະຫານແຂວງຫຼວງນໍ້າທາ ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານໃນວັນທີ 19 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົຈວ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫາ​ລືຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນ​ວັນ​ທີ 22 ມິ​ຖຸ​ນາ​ນີ້ ທີ່ ກະຊວງການເງິນ, ພາຍ​ໃຕ້​ການເປັນປະທານ​ຂອງ ທ່ານ ສັນຕິພາບ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳການຮ່າງ ແລະ ປະຕິບັດວາລະແຫ່ງຊາດ ຂັ້ນສູນກາງ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງຫົວໜ້າກົມແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ພິທີເຊັນສັນຍາ ສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດບຸນຊ່ວງເຮືອ ລະຫວ່າງ ອົງການປົກຄອງເມືອງໄຊ​ຍະ​ບູ​ລີ ຕາງໜ້າໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກັບ ບໍລິສັດເມກສະຫວັນຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາຜ່ານ​ມາ, ທີ່ຫ້ອງວ່າການເມືອງ.
ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກລາຍ ປະກາດສ້າງຕັ້ງຕາແສງບຸ່ງມ່າ-ຕາກແດດ

ເມືອງປາກ​ລາຍແຂວງ​ໄຊ​ຍະ​ບູ​ລີໄດ້​ຈັດ​ພິທີປະກາດສ້າງຕັ້ງຕາແສງ ບຸ່ງມ່າ-ຕາກແດດ ໃນວັນທີ 18 ມິຖຸນາຜ່ານ​ມາທີ່ບ້ານຕາກແດດ ໂດຍມີທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ທ່ານ ຄໍາຝັ້ນ ວົງສະຫວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກລາຍ ພ້ອມດ້ວຍຫ້ອງການ, ນັກທຸລະກິດ, ຜູ້ປະກອບການ, ຄູອາຈານ, ນັກຮຽນ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ການນໍາແຂວງຫຼວງພະບາງ ຢ້ຽມຢາມໂຄງການປູກຕົ້ນໂກໂກ້ ຢູ່ເມືອງຈອມເພັດ

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບຸນເລື່ອມ ມະນີວົງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ລົງຢ້ຽມຢາມສະຖານທີ່ ໂຄງການພັດທະນາປູກຕົ້ນໂກໂກ້ ຄຸນນະພາບສູງ ແລະ ເສດຖະກິດຊຸມຊົນແບບຍືນຍົງ ຂອງບໍລິສັດ ຢູນີເທັກ ທີ່ຈັດຕັ້ງປະຕິບັດຢູ່ບ້ານຫ້ວຍອອນ.
ເພີ່ມເຕີມ