ສພຂ ເຊກອງ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6

ສພຂ ເຊກອງ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 3 ມັງກອນນີ້, ທີ່ສະໂມສອນສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ມີການນໍາ-ອະດີດການນໍາ, ຫົວໜ້າ-ຮອງພະແນກ, ຫ້ອງການ-ອົງການທຽບເທົ່າພະແນກ, ສະມາຊິກສະພາແຫ່ງຊາດ (ສສຊ), ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດົງເພັດ ພະຍົນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນ, ບົດລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງທີ່ພົ້ນເດັ່ນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024; ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີ (2021-2023); ບົດລາຍງານກ່ຽວກັບການສ້າງຕັ້ງເມືອງໃໝ່ຂອງແຂວງເຊກອງ; ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງແຜນການປີ 2024; ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງປະຈໍາປີ 2022; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ບົດລາຍງານຜົນການກວດກາຕາມຜົນການກວດສອບຂອງແຂວງປະຈໍາປີ 2021; ບົດລາຍງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ແລະ ພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຂອງແຂວງ ຕາມການສະເໜີຂອງທ່ານເຈົ້າແຂວງ.
ທ່ານປະທານສະພາປະຊາຊົນແຂວງເຊກອງຍັງໄດ້ຮຽກຮ້ອງມາຍັງ ສສຊ ແລະ ສສຂ ເສີມຂະຫຍາຍຫົວຄິດປະດິດສ້າງ, ເຊີດຊູຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາປະກອບຄໍາຄິດເຫັນ, ຄົ້ນຄວ້າພິຈາລະນາຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ , ມີເຫດຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ ພ້ອມກັນ ຊອກຫາວິທີການ, ມາດຕະການແກ້ໄຂບັນຫາຕ່າງໆ ດ້ວຍເຫດດ້ວຍຜົນ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.
ຂ່າວ: ສັນຍາ, ພາບ: ບູ້ສຸວັນ

ຄໍາເຫັນ

ຂ່າວການເມືອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະ ບານລາວທົ່ວປະເທດ ຄັ້ງທີ IX ໃຫ້ບັນດາຄະນະກຳມະບານຮາກຖານ ແລະ ສະຫະພັນກຳມະບານແຂວງວຽງຈັນ ໃນວັນທີ 22 ກັນຍານີ້, ທີ່ສະໂມສອນເມືອງວຽງຄໍາ ແຂວງວຽງຈັນ ໂດຍມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ໄຜ່ລ້ອມ ສິນນະວົງ ຮອງປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານ ຄະນະໂຄສະນາອົບແຂວງຄໍາມ່ວນ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2026, ໂດຍການເປັນປະທານຂອງ ສະຫາຍ ບຸນເລີງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ນິກອນ ພົມວົງສາ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X ໄດ້​ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ສໍາເລັດໃນວັນດຽວກັນນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອາດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ