ສພຊ ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ແລະ ເອກກະສານສຳຄັນ ຂອງພັກ

ສພຊ ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ແລະ ເອກກະສານສຳຄັນ ຂອງພັກ
ສພຊ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ນຳພາຈັດຕັ້ງເຊື່ອມຊຶມບັນດາເອກະສານ ກ່ຽວກັບຜົນສຳເລັດການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຊຶ່ງເປັນເອກະສານທີ່ມີຄວາມສຳຄັນ ແລະ ເປັນບ່ອນອີງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນ, ເຮັດໃຫ້ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງສະພາແຫ່ງຊາດຢ່າງເລິກເຊິ່ງ ແລະ ນຳໝາກຜົນມາສູ່ປະເທດຊາດ ກໍຄືປະຊາຊົນບັນດາເຜົ່າ, ໃນວັນທີ  20 ຕຸລາ ຜ່ານມາ ທີ່ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນສຳເລັດກອງປະຊຸມຄົບຄະ ນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ, ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍການເປັນປະທານຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ເຂົ້າຮ່ວມມີບັນດາສະຫາຍຄະນະບໍລິຫານງານພັກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງກຳມາທິການ, ເລຂາ-ຮອງເລຂາທິການສະພາແຫ່ງຊາດ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ, ສະມາຊິີກພັກ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ຄຳສັ່ງແນະນຳວ່າດ້ວຍການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂອງພັກ ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023, ຮັບຟັງການເຜີຍແຜ່ຄໍາແນະນຳ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 23/ຄອສພ, ລົງວັນທີ 28 ກັນຍາ 2023; ເຜີຍແຜ່ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຜີຍແຜ່ເອກະສານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI, ເຜີຍແຜ່ເອກະສານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XI ຂອງພັກ ໃນໄລຍະກາງສະໄໝ, ເຜີຍແຜ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກາງສະໄໝຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025, ເຜີຍແຜ່ບົດສໍາຫຼວດການນຳພາລວມ ໃນໄລຍະກາງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ເຜີຍແຜ່ຄວາມເຫັນສະຫຼຸບວາລະເປີດກວ້າງ ແລະ ວາລະພາຍໃນຂອງສະຫາຍເລຂາທິການໃຫຍ່, ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລ່ວງເລິກສ້າງການຫັນປ່ຽນແປງທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ (ສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023), ເຜີຍແຜ່ແຜນດຳເນີນງານ ເພື່ອຜັນຂະຫຍາຍມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ຂອງຄະນະເລຂາທິການ ສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ສະບັບເລກທີ /ຄຈສພ, ລົງວັນທີ 16 ສິງຫາ 2023, ຄໍາແນະນຳຂອງຄະນະກວດກາສູນກາງພັກກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່  3 ຂັ້ນຂອງພັກ ສະບັບເລກທີ 285/ຄກສພ, ລົງວັນທີ15 ກັນຍາ 2023, ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການອະນຸມັດໃຫ້ພະນັກງານຮັບອຸດໜູນບຳນານຕື່ມອີກ.
ຕ້ອນທ້າຍກອງປະຊຸມ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໂອ້ລົມວ່າ: ໃນສະພາບ, ເງື່ອນໄຂ ທີ່ເສດຖະກິດການເງິນຂອງປະເທດເຮົາ ກໍາລັງປະສົບກັບຄວາມຫຍຸ້ງຍາກ ເປັນຕົ້ນບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າຕາມທ້ອງຕະຫຼາດມີການເໜັງຕີງເພີ່ມຂຶ້ນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຄ່າຄອງຊີບ, ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ, ຕໍາຫຼວດ ກໍຄືປະຊາຊົນບັນດາເຜົ່າ, ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ກໍໄດ້ສຸມທຸກຄວາມພະຍາຍາມໃນການແກ້ໄຂ ດ້ວຍຫຼາຍວິທີ             ການ, ມາດຕະການ ທີ່ວາງອອກໃນແຕ່ລະໄລຍະ. ສະນັ້ນ, ຈຶ່ງສະເໜີໃຫ້ບັນດາສະຫາຍ ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ, ສະມາຊິກພັກ ທົ່ວສະພາແຫ່ງຊາດ ຈົ່ງໄດ້ເພີ່ມທະວີການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມອົດທົນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ພ້ອມກັນສູ້ຊົນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກໃຫ້ສາມາດຫຼຸດພົ້ນໄປໄດ້ ເພື່ອເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ມີສະຕິຕໍ່ການບໍລິໂພກຂ່າວໃນສື່ສັງຄົມອອນລາຍທີ່ມີການໂຄສະນາໂຈມຕີ, ໃສ່ຮ້າຍປ້າຍສີພັກ-ລັດ ແລະ ລະບອບໃໝ່ຂອງພວກເຮົາ, ໃນທ້າຍເດືອນຕຸລາ 2023 ນີ້, ສະພາແຫ່ງຊາດ ກໍຈະໄດ້ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງຈະໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ກາງສະໄໝ 5 ປີ, ແຜນການເຄື່ອນໄຫວກາງສະໄໝຂອງອົງການຈັດຕັ້ງຕ່າງໆ. ເພື່ອເຮັດໃຫ້ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຕາມຄາດ                        ໝາຍທີ່ວາງໄວ້ ຈຶ່ງສະເໜີມາຍັງບັນດາກໍາມາທິການ ເພີ່ມທະວີຄວາມເອົາໃຈໃສ່ ຄົ້ນຄວ້າເນື້ອໃນຂອງບົດລາຍງານຢ່າງເລິກເຊິ່ງ, ຊອກໃຫ້ເຫັນຄາດໝາຍໃດທີ່ສາມາດບັນລຸຕາມແຜນການ, ຄາດໝາຍໄດ້ບໍ່ສາມາດບັນລຸ, ຈະມີມາດຕະການແກ້ໄຂແນວໃດ ແລະ ອື່ນໆ; ກະກຽມບົດປະກອບຄໍາເຫັນ, ຄໍາຖາມເຈາະຈີ້ມ, ຄໍາຊັກຖາມ, ຮ່າງມະຕິກອງປະຊຸມ ໃຫ້ມີເນື້ອໃນໜັກແໜ້ນ, ຮັດກຸມ ເພື່ອເຮັດໃຫ້ການຕົກລົງຂອງກອງປະຊຸມສະພາແຫ່ງຊາດ ກາຍເປັນນິຕິກໍາທີ່ສັກສິດ ແລະ ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນດີ, ການສ້າງ ແລະ ປັບປຸງກົດໝາຍ ເປັນບົດບາດສໍາຄັນອັນໜຶ່ງຂອງສະພາແຫ່ງຊາດ ຊຶ່ງຈະເປັນບ່ອນອີງໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຈຶ່ງສະເໜີໃຫ້ບັນດາກໍາມາທິການທີ່ກ່ຽວຂ້ອງເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວໂດຍສະເພາະແມ່ນບັນດາກົດໝາຍທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງທີ 6 ຂອງສະພາແຫ່ງຊາດໜ້ານີ້, ການສ້າງສິ່ງເອື້ອອໍານວຍຄວາມສະດວກຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກໍເປັນວຽກງານທີ່ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ເປັນຕົ້ນການກະກຽມສະຖານທີ່ປະຊຸມ ລວມທັງລະບົບເອເລັກໂຕຣນິກຕ່າງໆ, ການເດີນທາງເຂົ້າຮ່ວມກອງປະຊຸມ ຂອງສະມາຊິກສະພາແຫ່ງຊາດ, ສະຖານທີ່ພັກເຊົາຂອງຜູ້ແທນກອງປະຊຸມ, ວຽກງານປ້ອງກັນຄວາມສະຫງົບ  ຈຶ່ງສະເໜີໃຫ້ ຄະນະເລຂາທິການສະພາແຫ່ງຊາດ ເປັນໃຈກາງ ໃນການຈັດຕັ້ງປະຕິບັດ, ໃນກອງປະຊຸມເຜີຍແຜ່, ເຊື່ອມຊຶມ ຄັ້ງນີ້, ນອກຈາກທີ່ໄດ້ເຜີຍແຜ່ເອກະສານສໍາຄັນຂອງພັກແລ້ວ, ຄະນະບໍລິຫານງານພັກສະພາແຫ່ງຊາດ ຍັງໄດ້ແຈ້ງກ່ຽວກັບການຕົກລົງປັບປຸງຊັບຊ້ອນບຸກຄະລາກອນຂອງສະພາແຫ່ງຊາດ ທີ່ຄົບເງຶ່ອນໄຂຮັບນະໂຍບາຍອຸດໜູນບໍານານຈໍານວນ 2 ສະຫາຍ ແລະ ການສັບຊ້ອນຍົກຍ້າຍ ແລະ ການເລື່ອນຕໍາແໜ່ງບໍລິຫານໃຫ້ພະນັກງານຈໍານວນໜຶ່ງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຈໍານວນໜຶ່ງຕາມຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ພາຍໃນສະພາແຫ່ງຊາດເຮົາ. ຢາກໃຫ້ບັນດາສະຫາຍເຂົ້າໃຈວ່າໄລຍະນີ້ຄະນະພັກສະພາແຫ່ງຊາດ ພວມສຸມໃສ່ການປັບປຸງ, ກົງຈັກການຈັດຕັ້ງພັກ-ພະນັກງານ ພາຍຫຼັງທີ່ກະຊວງພາຍໃນໄດ້ຮັບຮອງຜ່ານການຂຽນຕໍາແໜ່ງງານຂອງເຮົາທັງ 28 ກົມກອງ ທີ່ຂຶ້ນກັບສະພາແຫ່ງຊາດເຮົາ ແລະ ການທີ່ມີການຊັບຊ້ອນ ແລະ ເລື່ອນຊັ້ນບໍລິຫານໃຫ້ພະນັກງານ ແມ່ນເພີ່ມເຕີມກໍາລັງແຮງໃຫ້ກົມກອງຕ່າງໆ ແລະ ໃຫ້ຖືກກັບວິຊາສະເພາະໄດ້ຈົບການສຶກສາມາ. ສືບຕໍ່ໃຫ້ຄໍາປຶກສາຢ່າງໃກ້ຊິດກັບບັນດາສະຫາຍທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາຢ່າງສູງຕໍ່ບັນດາສະຫາຍທີ່ໄດ້ຮັບນະໂຍບາຍບໍານານເປັນຈຸດໝາຍລວມຂອງພະນັກງານ-ລັດຖະກອນທຸກຄົນ ໃຫ້ແກ່ສະພາແຫ່ງຊາດເປັນຜູ້ຖ່າຍທອດຄວາມຮູ້ໃຫ້ພະນັກງານໜຸ່ມສະພາແຫ່ງຊາດ ຊຶ່ງເປັນນະໂຍບາຍຂອງພັກ ແລະ ປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຈຶ່ງຂໍໃຫ້ບັນດາສະຫາຍໄດ້ເຂົ້າໃຈວ່າ ເມື່ອການປະຕິບັດໜ້າທີ່ການເມືອງຂອງພະນັກງານຄົບຕາມເງື່ອນໄຂແລ້ວ ກໍຈະໄດ້ຮັບນະໂຍບາຍພັກຜ່ອນ ເພື່ອຮັກສາສຸຂະພາບ, ຢູ່ນໍາລູກຫຼານ, ແຕ່ໄດ້ຮັບເງິນອຸດໜູນບໍານານຕາມລະບຽບການ. ການຮັບນະໂຍບາຍຮັບອູດໜູນບໍານານ ເປັນຈຸດໝາຍລວມຂອງພະນັກງານ-ລັດຖະກອນທຸກຄົນ.
(ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ