ສພຊ ພິຈາລະນາການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງ ປີ 2024 ຮອດທ້າຍສະໄໝ

ສພຊ ພິຈາລະນາການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງ ປີ 2024 ຮອດທ້າຍສະໄໝ
ກອງປະຊຸມສະໄໝສາມັນ ເທື່ອທີ່ 6  ຂອງສະພາແຫ່ງຊາດ(ສພຊ) ຊຸດທີ IXໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງໃນວາລະພາກເຊົ້າ10 ພະຈິກນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ5 ປີ (2021-2025)ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025).
ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວບາງເນື້ອໃນສໍາຄັນວ່າ: ການເຄື່ອນໄຫວກາງສະໄໝຂອງສະພາແຫ່ງຊາດຊຸດທີIXດຳເນີນໄປໃນທ່າມກາງສະພາບການຂອງໂລກແລະພາກພື້ນມີການຜັນແປຢ່າງສະຫຼັບສັບຊ້ອນສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບແລະຄວາມໝັ້ນຄົງ, ສະພາບເສດຖະກິດ-ການເງິນຂອງໂລກ, ສ່ວນຢູ່ ສປປ ລາວພວກເຮົາກໍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ  ທີ່ແກ່ຍາວມາເປັນເວລາຫຼາຍປີ.ແຕ່ໂດຍໄດ້ຮັບຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເຮັດໃຫ້ສະພາແຫ່ງຊາດສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນການປະຕິບັດພາລະບົດບາດດ້ານນິຕິບັນຍັດ. 1)ປະຕິບັດແຜນການສ້າງແລະປັບປຸງກົດໝາຍຂອງສະພາແຫ່ງຊາດຊຸດທີIXໄດ້ທັງໝົດ52ສະບັບເທົ່າກັບ54,16% ຂອງແຜນການ 5 ປີແລະຄົ້ນຄວ້າປັບປຸງແຜນການສ້າງແລະປັບປຸງກົດໝາຍແຕ່ປີ 2023-2025ມີຈໍານວນ40ສະບັບ; ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ; ກະກຽມແລະດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີIXເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ;ດໍາເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ6ຄັ້ງ,ສະມາຊິກສະພາແຫ່ງຊາດໄດ້ຄົ້ນຄວ້າປະກອບຄໍາເຫັນຕໍ່ເນື້ອໃນຕ່າງໆມີທັງໝົດ160ເນື້ອໃນຊຶ່ງໄດ້ຮັບຮອງເປັນມະຕິຈໍານວນ122ສະບັບ.ນອກນັ້ນ, ຍັງໄດ້ດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນແລະ ການແກ້ໄຂບັນຫາຢາເສບຕິດ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງຊຶ່ງໄດ້ຮັບຮອງເປັນມະຕິຈໍານວນ 4 ສະບັບ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດຈໍານວນ33ຄັ້ງເພື່ອພິຈາລະນາຕົກລົງບັນດາເນື້ອໃນຕ່າງໆຈໍານວນ 513ເນື້ອໃນແລະອອກມະຕິຂອງຄະນະປະຈໍາສະພາແຫ່ງຊາດຈໍານວນ223ສະບັບ.ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ: 1)ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ; ສ້າງແລະຈັດພິມປຶ້ມຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ; ປຶ້ມປະມວນເອກກະສານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບທີ່ຕິດພັນກັບວາລະແຫ່ງຊາດ; 2)ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າ, ກໍານົດຫົວຂໍ້ເຂົ້າໃນແຜນການຕິດຕາມກວດກາຂອງສະພາແຫ່ງຊາດແລະບັນດາກົງຈັກຂອງສະພາແຫ່ງຊາດຈໍານວນ 70 ຄັ້ງ. 3).ດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດກັບລັດຖະບານຈຳນວນ5ຄັ້ງຊຶ່ງໄດ້ພິຈາລະນາເນື້ອໃນ ຈໍານວນ39ຫົວຂໍ້ ແລະ ໄດ້ເຊັນຂໍ້ຕົກລົງຮ່ວມໃນການປະສານງານຊຶ່ງກັນ ແລະ ກັນ, ແຕ່ງຕັ້ງຜູ້ປະສານງານ ເພື່ອຍົກສູງປະສິດທິພາບໃນການເຄື່ອນໄຫວວຽກງານຂອງຕົນໃຫ້ນັບມື້ດີຂຶ້ນ. ພ້ອມກັນນັ້ນ, ກໍໄດ້ດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບພາກສ່ວນກ່ຽວຂ້ອງໃນແຕ່ລະປີ ເປັນປົກກະຕິ;ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະຫຼັກການການລົງທຶນຂອງລັດ; 4)ໃນເວລາດໍາເນີນກອງປະຊຸມ ສພຊ ແຕ່ລະຄັ້ງ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ບົດລາຍງານຂອງພາກສ່ວນຕ່າງໆ; ສົ່ງຄໍາຊັກຖາມໃຫ້ພາກສ່ວນກ່ຽວຂ້ອງຈໍານວນ 22ພາກສ່ວນກວມເອົາ 183 ຄໍາຖາມ;5)ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າ, ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງທີ່ສົ່ງມາຫາສະພາແຫ່ງຊາດມີທັງໝົດ1.429ເລື່ອງ,ສາມາດພິຈາລະນາແລະສົ່ງໃຫ້ພາກສ່ວນກ່ຽວຂ້ອງໄດ້ຈໍານວນ919ເລື່ອງຖ້າທຽບໃສ່ຄໍາຮ້ອງເຂົ້າມາຊຸດທີ IXກວມເອົາ64,31%, ປັດຈຸບັນຄໍາຮ້ອງຄ້າງ 510 ເລື່ອງ; ຮັບຕ້ອນແລະໃຫ້ຄໍາປຶກສາແກ່ປະຊາຊົນຈຳນວນ834ຄັ້ງ;ເກັບກໍາສັງລວມຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນຈໍານວນ2.841ສາຍ, ມີຈໍານວນ 1.628ເນື້ອໃນ,ສົ່ງໃຫ້49ພາກສ່ວນເພື່ອຄົ້ນຄວ້າພິຈາລະນາແກ້ໄຂ; ເຂົ້າຮ່ວມການແກ້ໄຂຄໍາຮ້ອງຂອງປະຊາຊົນທ້ອງຖິ່ນຕ່າງໆຫຼາຍກວ່າ 10 ຄັ້ງ. ແຜນການເຄື່ອນໄຫວວຽກງານແຕ່ລະດ້ານຄື: ການປະຕິບັດພາລະບົດບາດດ້ານນິຕິບັນຍັດ 1)ການສ້າງ ແລະປັບປຸງກົດໝາຍປະຈໍາປີ2024 ຈໍານວນ26ສະບັບ; ຮຽບຮຽງບັນດາກົດໝາຍທີ່ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີIXເພື່ອສະເໜີຂໍການພິຈາລະນາປະກາດໃຊ້; 2)ຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ ກ່ຽວກັບການຄົ້ນຄວ້າ ແລະ ກະກຽມປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ;3) ຄົ້ນຄວ້າການຕີຄວາມໝາຍກົດໝາຍ, ການໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນທີ່ສປປລາວເປັນພາຄີຕາມການສະເໜີຂອງລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ;4)ໂຄສະນາເຜີຍແຜ່ກົດໝາຍ,ນິຕິກໍາໃຕ້ກົດໝາຍ ແລະຊຸກຍູ້ການຜັນຂະຫຍາຍເນື້ອໃນຂອງກົດໝາຍອອກເປັນນິຕິກໍາໃຕ້ກົດໝາຍໃຫ້ສໍາເລັດ. ການປະຕິບັດພາລະບົດບາດ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດເຊັ່ນ: ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີIX. 
    ທິດທາງແຜນການທ້າຍສະໄໝ ຮອດປີ 2025. 1) ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ລັດຖະທຳມະນູນ, ກົດໝາຍ;  ແລະ ແຜນການເຄື່ອນໄຫວວຽກງານ 5ປີ ຂອງສະພາແຫ່ງຊາດ ຊຸດທີ IX ບັນລຸຕາມຄາດໝາຍທີ່ວາງໄວ້; 2) ເພື່ອສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີປະສິດທິຜົນ. 3) ເພື່ອປະກອບສ່ວນຍົກສູງປະສິດທິພາບ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ກາຍເປັນຮູບປະທຳດີຂຶ້ນຄື:  ການປະຕິບັດພາລະບົດບາດ ດ້ານນິຕິບັນຍັດ1). ປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ  ແຕ່ປີ 2023-2025 ຊຶ່ງມີຈຳນວນ 40 ສະບັບໃນນີ້, ກົດໝາຍປັບປຸງ 27 ສະບັບ, 2) ຄົ້ນຄວ້າ ແລະ ກະກຽມໃຫ້ແກ່ການປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ໃຫ້ທັນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX; 3). ປັບປຸງຮຽບຮຽງບັນດາກົດໝາຍ ທີ່ໄດ້ຮັບຮອງໃນກອງປະຊຸມສະພາແຫ່ງຊາດ ເພື່ອສະເໜີ ປະທານປະເທດ ອອກລັດຖະດຳລັດປະກາດໃຊ້ທັນຕາມກຳນົດເວລາ; 4) ເອົາໃຈໃສ່ຄົ້ນຄ້ວາຕີຄວາມໝາຍ ຫຼື ອະທິບາຍລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ; ຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວເປັນພາຄີ; 5) ເອົາໃຈໃສ່ຄົ້ນຄວ້າ, ກຳນົດແຜນການເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອລົງໂຄສະນາເຜີຍແຜ່ໃຫ້ເປົ້າໝາຍຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ຜ່ານສື່ມວນຊົນຕ່າງໆ. 
(ຂ່າວ: ພັດ ລໍວັນໄຊ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ