ສພຊ ຖະແຫຼງຜົນສຳເລັດວຽກງານປະຈໍາປີ ແລະ ທິດທາງແຜນການປີ 2024

ສພຊ ຖະແຫຼງຜົນສຳເລັດວຽກງານປະຈໍາປີ ແລະ ທິດທາງແຜນການປີ 2024
ໃນວັນທີ 14 ພະຈິກນິີ້ ທີ່ຫໍສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ກ່າວຖະແຫຼງຂ່າວວ່າ: ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ມີຜົນສຳເລັດຫຼາຍດ້ານ ຊຶ່ງໃນດ້ານນິຕິບັນຍັດ ໄດ້ສ້າງ ແລະ ປັບປຸງກົດໝາຍ ສາມາດປະຕິບັດໄດ້ຈໍານວນ 18 ສະບັບ; ຈັດຕັ້ງກອງປະຊຸມປະເມີນການປະຕິບັດກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍຂົງເຂດຍຸຕິທໍາ ແລະ ກົດໝາຍຂົງເຂດສະພາແຫ່ງຊາດ ຈໍານວນ 11 ສະບັບ. 
ພ້ອມນີ້, ກໍຍັງມີດ້ານການຕິດຕາມກວດກາ ແມ່ນໄດ້ຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນວຽກງານພົ້ນເດັ່ນ ໄດ້ຈໍານວນ 27 ຄັ້ງ, ດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຈຳນວນ 2 ຄັ້ງ, ໂດຍໄດ້ພິຈາລະນາ 15 ເນື້ອໃນ ແລະ ດໍາເນີນກອງປະຊຸມຮ່ວມ  ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພາກສ່ວນລະ 1 ຄັ້ງ; ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ລວມທັງໝົດຈໍານວນ 951 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ ໄດ້ຈຳນວນ 225 ຄັ້ງ; ຈັດຕັ້ງການປະເມີນຄວາມໄວ້ວາງໃຈ ຕໍ່ບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຢູ່ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX; ເກັບກໍາສັງລວມຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ໄດ້ຈໍານວນ 1.509 ສາຍ, ສາມາດສັງລວມໄດ້ 761 ເນື້ອໃນ ແລະ ສົ່ງໃຫ້ກະຊວງ, ອົງການ, ຂະແໜງການ, ພາກສ່ວນກ່ຽວຂ້ອງແລ້ວ ຈໍານວນ 41 ພາກສ່ວນ ພິຈາລະນາແກ້ໄຂ.
ນອກຈາກການປະຕິບັດພາລະບົດບາດຂອງສະພາແຫ່ງຊາດແລ້ວ ຍັງໄດ້ປະຕິບັດໜ້າທີ່ວຽກງານປິ່ນອ້ອມຈຳນວນໜຶ່ງ ດັ່ງນີ້: ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ຂອງສະພາແຫ່ງຊາດ ຈໍານວນ 15 ສະບັບ ສໍາເລັດແລ້ວ ຈໍານວນ 4 ສະບັບ; ການຈັດຝຶກອົບຮົມໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 34 ຄັ້ງ; ເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ ທັງໝົດ ຈຳນວນ 8 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຈຳນວນ 15 ຄະນະ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດ ຈໍານວນ 25 ຄະນະ; ກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໃນທ້າຍປີ 2023 ແລະ ກະກຽມດ້ານຕ່າງໆ ໃຫ້ແກ່ການເປັນເຈົ້າພາບກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢູ່ ສປປ ລາວ ໃນປີ 2024.
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ກ່າວກ່ຽວກັບທິດທາງແຜນການ ປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ດ້ານນິຕິບັນຍັດ ຈະສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2024 ຈໍານວນ 26 ສະບັບ; ຄົ້ນຄວ້າ ກະກຽມປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ເພື່ອຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ; ຄົ້ນຄວ້າການໃຫ້ສັດຕະຍາບັນແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດຈັດຕັ້ງປະຕິບັດພາລະບົດບາດ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍຜ່ານການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ວຽກງານອື່ນໆ ຕາມການຕົກລົງຂອງ ຄະນະປະຈໍາສະພາແຫ່ງຊາດ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນແຕ່ລະເດືອນ ເພື່ອພິຈາລະນາຕົກລົງບັນຫາສໍາຄັນຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນ.
ນອກຈາກນີ້, ໃນປີ 2024 ກໍຍັງມີທິດທາງແຜນການດ້ານການຕິດຕາມກວດກາ ໂດຍຈະຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2024, ແຜນການເຄື່ອນໄຫວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ ແລະ ອົງການປະຕິບັດຄໍາຕັດສິນຂອງສານ;ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດກັບຄະນະລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ຮັບ ແລະ ພິຈາລະນາຄຳສະເໜີ, ຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ.
ສ່ວນການປະຕິບັດວຽກງານປິ່ນອ້ອມຕ່າງໆ ໃນປີ 2024 ນັ້ນ, ແມ່ນຈະຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນວຽກງານວິຊາສະເພາະຕ່າງໆ ຕາມການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ; ປະສານສົມທົບກັບພາກສ່ວນຕ່າງໆ ໃນການກະກຽມວຽກງານຮອບດ້ານໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ກະກຽມກອງປະຊຸມລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ; ເປັນເຈົ້າພາບກອງປະຊຸມສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມ ຄັ້ງທີ XII.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ