ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມ 3RC-CCM

ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມ 3RC-CCM

ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມ 3RC-CCM
ພະນະທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ໃຫ້ສຳພາດກ່ຽວກັບ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM).

 

ຖາມ: ໃນຖານະທີ່ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຂໍໃຫ້ທ່ານມີຄຳເຫັນກ່ຽວກັບຂະບວນການກະກຽມຢູ່ເຊີແນວ (ເຈນີວາ) ໄດ້ດຳເນີນໄປຄືແນວໃດແດ່?

ຄຳຕອບ: ຂະບວນການກະກຽມດ້ານເນື້ອໃນ ແລະ ດ້ານພະລາທິການຈຳນວນໜຶ່ງແມ່ນໄດ້ດຳເນີນຢູ່ ເຊີແນວ ນັບແຕ່ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມດັ່ງກ່າວ ແຕ່ທ້າຍເດືອນກັນຍາ ປີ 2025 ເປັນຕົ້ນມາ. ໃນນາມຕາງໜ້າປະທານກອງປະຊຸມ 3RC-CCM, ຂ້າພະເຈົ້າ ແລະ ຄະນະໄດ້ເຮັດໜ້າທີ່ປະສານງານຫຼັກ ກັບກອງເລຂາສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (ISU-CCM) ແລະ ຫ້ອງການກິດຈະການປົດອາວຸດແຫ່ງສະຫະປະຊາຊາດ (UNODA), ທີ່ເຊີແນວ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ທັງດ້ານເນື້ອໃນ ແລະ ດ້ານພະລາທິການຈຳນວນໜຶ່ງ. ທັງໝົດນີ້ ແມ່ນເພື່ອຮັບປະກັນວ່າ ຂະບວນການກະກຽມ ແລະ ການຈັດກອງປະຊຸມສາກົນທີ່ນະຄອນຫຼວງວຽງຈັນ ຈະດຳເນີນໄປຢ່າງສອດຄ່ອງກັບຫຼັກການ, ແບບແຜນ ແລະ ມາດຕະຖານຂອງອົງການສະຫະປະຊາຊາດ.

ສຳລັບດ້ານເນື້ອໃນ, ໂດຍພື້ນຖານແລ້ວແມ່ນມີເອກະສານສຳຄັນ 3 ສະບັບ ທີ່ຈະໄດ້ນຳມາພິຈາລະນາຮອບສຸດທ້າຍ ແລະ ຮັບຮອງເອົາໃນລະຫວ່າງກອງປະຊຸມທີ່ນະຄອນຫຼວງວຽງຈັນ.

ສະບັບທຳອິດ ແມ່ນເອກະສານທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ ຕະ ຫຼອດ 5 ປີ ທີ່ຜ່ານມາ (2021-2026) ຊຶ່ງຈະຊ່ວຍໃຫ້ພວກເຮົາສາມາດເຫັນເຖິງຄວາມຄືບໜ້າ, ຜົນ ສຳເລັດ ແລະ ສິ່ງທ້າທາຍທີ່ຍັງເຫຼືອຢູ່ໃນການຈັດຕັ້ງປະຕິບັດສົນທິສັນຍາ.

ສະບັບທີສອງ ແມ່ນແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) ຊຶ່ງຈະກຳນົດທິດທາງ ແລະ ບຸລິມະສິດຂອງການຈັດຕັ້ງປະຕິບັດສົນທິສັນຍາໃນ ສົກປີ 2027-2031.

ແລະ ສະບັບທີສາມ ແມ່ນຖະແຫຼງການນະຄອນຫຼວງວຽງຈັນ ຊຶ່ງຈະສະທ້ອນເຖິງເຈດຕະນາ ແລະ ຄວາມໝາຍໝັ້ນທາງການເມືອງຂອງບັນດາລັດພາຄີຕໍ່ການຈັດຕັ້ງຜັນຂະຫຍາຍຕາມສົນທິສັນຍາ.

ທັງ 3 ເອກະສານນີ້ ໄດ້ຖືກຮ່າງ ແລະ ປຶກສາຫາລືຫຼາຍຄັ້ງ ທັງໃນຮູບແບບກອງປະຊຸມທາງການ ແລະ ບໍ່ທາງການນັບຕັ້ງແຕ່ຕົ້ນປີ 2026 ຢູ່ເຊີແນວ ໂດຍການເປັນປະທານຂອງສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ເຮັດວຽກຮ່ວມກັບບັນດາລັດພາຄີ, ລັດທີ່ລົງນາມ, ອົງການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆຢ່າງຕັ້ງໜ້າ ແລະ ໃກ້ຊິດ.

ສຳລັບດ້ານພະລາທິການ, ໂດຍຜ່ານການປະສານງານຢ່າງໃກ້ຊິດກັບກອງເລຂາສົນທິສັນຍາ (ISU-CCM), ໜັງສືເຊື້ອເຊີນ ພ້ອມທັງເອກະສານພະລາທິການທັງໝົດທີ່ກ່ຽວຂ້ອງ ໄດ້ຖືກສົ່ງໄປຍັງບັນດາລັດພາຄີ, ລັດສັງເກດການ ແລະ ອົງການຈັດຕັ້ງຕ່າງໆຢ່າງທົ່ວເຖິງ.

ນອກຈາກນັ້ນ, ຍັງໄດ້ມີການພົບປະຈັດກອງປະຊຸມຊີ້ແຈງຂໍ້ມູນ ຫຼື Briefing ຫຼາຍຄັ້ງ ເພື່ອອະທິບາຍລາຍລະອຽດກ່ຽວກັບການເຂົ້າຮ່ວມກອງປະຊຸມ, ການເດີນທາງ ແລະ ຂັ້ນຕອນການລົງທະບຽນ.

ພວກເຮົາຍິນດີທີ່ໄດ້ເຫັນຄວາມສົນໃຈ ແລະ ຄວາມກະຕືລືລົ້ນຈາກບັນດາລັດພາຄີ, ລັດທີ່ລົງນາມ, ລັດສັງເກດການ ແລະ ອົງການຈັດຕັ້ງສາກົນ ຕໍ່ການເຂົ້າຮ່ວມກອງປະຊຸມຄັ້ງນີ້. ສິ່ງນີ້ ສະທ້ອນໃຫ້ເຫັນວ່າ ວົງຄະນາຍາດສາກົນຍັງສືບຕໍ່ໃຫ້ຄວາມສຳຄັນ ແລະ ມີຄວາມໝາຍໝັ້ນຕໍ່ເປົ້າໝາຍຂອງສົນທິສັນຍາກ່ຽວກັບການຫຼຸດຜ່ອນວາອຸດເພື່ອມະນຸດສະທຳສະບັບນີ້.

ຂະບວນການກະກຽມທີ່ເຊີແນວ ໄດ້ວາງພື້ນຖານທີ່ສຳຄັນໃຫ້ແກ່ກອງປະຊຸມທີ່ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ຄະນະຜູ້ແທນທັງໝົດ ສາມາດພ້ອມກັນທົບທວນຄືນຄວາມຄືບໜ້າ, ພິຈາລະນາສິ່ງທ້າທາຍທີ່ຍັງຄົງຄ້າງ ແລະ ກຳນົດທິດທາງສຳລັບ 5 ປີຕໍ່ໜ້າ ໂດຍການຮັບຮອງເອົາເອກະສານທີ່ສຳຄັນ 3 ສະບັບດັ່ງກ່າວ ແລະ ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.

ຂ່າວ: ກຕທ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ