ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ

ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ

ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ
ໃນວັນທີ 18-19 ກັນຍາ ຜ່ານມາ, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ໄດ້ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາທີ່ ເຊີແນວປະເທດສະວິດ.
ສປປ ລາວ ເຂາຮວມທບທວນບດລາຍງານແຫງຊາດ ສະບບທຳອດ ພາຍໃຕສນທສນຍາ ວາດວຍ ສດທທາງດານເສດຖະກດ, ສງຄມ ແລະ ວດທະນະທາ - image 1
 

 

ໃນໂອກາດກອງປະຊຸມດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ສະເໜີໂດຍຫຍໍ້ ກ່ຽວກັບ ເນື້ອໃນບົດລາຍງານແຫ່ງຊາດສະບັບທໍາອິດຂອງ ສປປ ລາວ ໂດຍເນັ້ນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ 9, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດມີຄວາມໝັ້ນທ່ຽງ, ຄວາມທຸກຍາກຂອງປະຊາຊົນສືບຕໍ່ໄດ້ຮັບການແກ້ໄຂ ແລະ ຫຼຸດລົງຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂໃນການດໍາລົງຊີວິດ ແລະ ການຊົມໃຊ້ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ. ນອກນັ້ນ, ຍັງຍົກໃຫ້ເຫັນເຖິງຄວາມຄືບໜ້າໃນການປະຕິຮູບກົງຈັກບໍລິຫານລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິຜົນຫຼາຍຂຶ້ນ; ການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ; ການກະກຽມຄວາມພ້ອມເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ,ລວມທັງການຮັບຮອງເອົານະໂຍບາຍວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ການຮ່ວມມືກັບກົນໄກດ້ານສິດທິມະນຸດສາກົນ ແລະ ພາກພື້ນ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນບັນດາຂໍ້ຈໍາກັດ ແລະ ສິ່ງທ້າທາຍຕ່າງໆທີ່ ສປປ ລາວ ຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທໍາມະຊາດ, ຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກປາງສົງຄາມ. ຄຽງຄູ່ກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ຢືນຢັນຄືນ ຄໍາໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການສົ່ງເສີມ ແລະ ປົກປ້ອງບັນດາສິດທິຕ່າງໆ ໂດຍພາຍໃຕ້ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ ໂດຍສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍພາຍໃນທີ່ກ່ຽວຂ້ອງ ແລະ ບູລິມະສິດດ້ານການພັດທະນາໃນແຕ່ລະໄລຍະຂອງ ສປປ ລາວ.

ສປປ ລາວ ເຂາຮວມທບທວນບດລາຍງານແຫງຊາດ ສະບບທຳອດ ພາຍໃຕສນທສນຍາ ວາດວຍ ສດທທາງດານເສດຖະກດ, ສງຄມ ແລະ ວດທະນະທາ - image 2
 

ຫຼັງຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ສົນທະນາ ແລະ ຊີ້ແຈງອະທິບາຍຕໍ່ບັນດາຄໍາຖາມເຈາະຈີ້ມທີ່ຄະນະກໍາມະການໄດ້ຍົກຂຶ້ນທີ່ກ່ຽວຂ້ອງກັບສິດທິດ້ານຕ່າງໆທີ່ໄດ້ກໍານົດໄວ້ໃນສົນທິສັນຍາ, ລວມທັງການສຶກສາ, ສາທາລະນະສຸກ, ແຮງງານ, ການປົກປ້ອງທາງສັງຄົມ, ຄວາມສະເໝີພາບບົດບາດຍິງ-ຊາຍ, ສິດທິຂອງແມ່ຍິງ, ເດັກນ້ອຍ ແລະ ກຸ່ມຄົນດ້ອຍໂອກາດຕ່າງໆ, ການເຂົ້າຮ່ວມຊີວິດວັດທະນະທຳ ແລະ ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ບັນຫາທີ່ປິ່ນອ້ອມອື່ນໆ.

ພາຍຫຼັງສໍາເລັດການທົບທວນບົດລາຍງານແຫ່ງຊາດດັ່ງກ່າວນີ້, ຄະນະກໍາມະການ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຈະສົ່ງຄໍາເຫັນມ້ວນທ້າຍ (Concluding Observations) ໃຫ້ ສປປ ລາວ ໃນວັນທີ 6 ຕຸລາ 2025 ເພື່ອນໍາໄປພິຈາລະນາຈັດຕັ້ງປະຕິບັດ ແລະ ລາຍງານຄວາມຄືບໜ້າໃນຮອບວຽນຕໍ່ໄປ.

ສປປ ລາວ ເປັນພາຄີສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນວັນທີ 13 ກຸມພາ 2007, ໄດ້ສົ່ງບົດລາຍງານແຫ່ງຊາດ ສະບັບທໍາອິດ ພາຍໃຕ້ສົນທິສັນຍາດັ່ງກ່າວ ໃນເດືອນສິງຫາປີ 2022 ແລະ ໄດ້ສົ່ງບົດຕອບຄຳຖາມເຈາະຈີ້ມຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ແລະ ສປປ ລາວ ໃນເດືອນຕຸລາ 2024.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ວັນທີ 21 ກັນຍານີ້, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຫວຽດນາມ.
ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ  ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ

ວັນທີ 19 ກັນຍາຜ່ານມາ, ຄະນະແພດ ກອງທັບປົດປ່ອຍປະຊາຊົນຈີນ ແລະ ຄະນະແພດສາດ ກອງ ທັບປະຊາຊົນລາວ ໄດ້ສືບຕໍ່ເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ຢູ່ໂຮງໝໍຊຸມຊົນເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງເປັນໜຶ່ງໃນກິດຈະກຳພາຍໃຕ້ໂຄງການ "ຂະບວນລົດໄຟສັນຕິພາບ 2026" ລະຫວ່າງ ລາວ-ຈີນ ນໍາພາໂດຍ ສະຫາຍ ເສິນ ເພິນ ເຈິງ ຫົວໜ້າຄະນະກວດສຸຂະພາບ ຈຸດແຂວງອັດຕະປື ພ້ອມດ້ວຍຄະນະ, ມີສະຫາຍ ພັນໂທ ນາງ ກຸນທອງ ອຸດົມ ຮອງຫົວໜ້າຫ້ອງບໍລິຫານການແພດ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ຜູ້ຕິດຕາມການເຄື່ອນໄຫວວຽກງານການກວດພະຍາດ ໂດຍການຕ້ອນຮັບຂອງຄະນະນຳເມືອງສະໜາມໄຊ, ມີຄະນະຮັບຜິດຊອບ ແລະ ອະນຸກຳມະການຮັບໃຊ້ວຽກງານການແພດ ເຂົ້າຮ່ວມ.
ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ຫຼວງພະບາງ-ດຽນບຽນ ແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ຄັ້ງທີ XXI

ວັນທີ 14 ກັນຍາ ຜ່ານມານີ້, ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ສປປ ລາວ ແລະກອງບັນຊາການຕໍ່ຫຼວດແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຄັ້ງທີ XXI, ປະຈຳປີ 2026 ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ, ໂດຍມີ ທ່ານ ພົນຈັດຕະວາ ຕູຊົງ ປັດໃຈ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ແລະທ່ານ ພົນຈັດຕະວາ ວູ ວັນ ເດົາ ຫົວ ໜ້າກອງບັນຊາການຕໍ່າຫຼວດແຂວງດຽນບຽນພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເພີ່ມເຕີມ