ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ

ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ

ສປປ ລາວ ແລະ ທະນາຄານພັດທະນາອາຊີ ສະເຫຼີມສະຫຼອງການຮ່ວມມື ຄົບຮອບ 60 ປີ
ໃນຕອນແລງຂອງວັນທີ 26 ມີນາ ນີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຂຶ້ນ ໂດຍໃຫ້ກຽດຕາງໜ້າຈາກທັງສອງຝ່າຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານ ທະນາຄານພັດທະນາອາຊີ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທູຕານຸທູດ, ພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມໃນພິທີດັ່ງກ່າວ.
ສປປ ລາວ ແລະ ທະນາຄານພດທະນາອາຊ ສະເຫມສະຫອງການຮວມມ ຄບຮອບ 60 ປ - image 1
 

 

ໃນໂອກາດສຳຄັນດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 6 ທົດສະວັດຜ່ານມາ ຊຶ່ງເຫັນໄດ້ວ່າ ADB ແມ່ນຄູ່ຮ່ວມມືທີ່ໜັກແໜ້ນຊຶ່ງໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງທີ່ສໍາຄັນອັນເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະດ້ານການລົງທຶນ, ພະລັງງານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ກະສິກໍາ. ຄຽງຄູ່ກັນນັ້ນ, ADB ຍັງເປັນຄູ່ຮ່ວມມືທີ່ມີຄວາມເຊື່ອຖືຊຶ່ງໄດ້ໃຫ້ການຊ່ວຍເຫຼືອທີ່ສໍາຄັນ ແລະ ທັນການ ແກ່ ສປປ ລາວ ໃນການຮັບມືກັບບັນຫາທາງດ້ານເສດຖະກິດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄພພິບັດທາງທໍາມະຊາດ. ພ້ອມດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການເປັນຄູ່ຮ່ວມມືລະດັບປະເທດ (CPS) ສົກປີ 2024-2028 ລະຫວ່າງ ສປປ ລາວ ແລະ ADB ເພື່ອຫັນປ່ຽນໂຄງສ້າງເສດຖະກິດໄປສູ່ຄຸນນະພາບໃໝ່ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງ ADB ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະ 60 ປີຜ່ານມາ ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ສປປ ລາວ ແລະ ທະນາຄານພດທະນາອາຊ ສະເຫມສະຫອງການຮວມມ ຄບຮອບ 60 ປ - image 2
 

ຄຽງຄູ່ກັນນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຜູ້ວ່າການຂອງ ສປປ ລາວ ປະຈຳ ADB ໄດ້ໃຫ້ກຽດຂຶ້ນກ່າວຄໍາເຫັນ ອວຍພອນ ເນື່ອງໃນໂອກາດສໍາຄັນດັ່ງກ່າວ. ນອກຈາກນີ້, ທ່ານ ປະທານ ADB ກໍໄດ້ຂຶ້ນກ່າວຄໍາເຫັນ ໂດຍຢໍ້າຄືນຜົນສໍາເລັດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ພ້ອມທັງໄດ້ສືບຕໍ່ໃຫ້ຄໍາໝາຍໝັ້ນ ທີ່ຈະໃຫ້ການຊຸກຍູ້, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB (2024-2028) ໃຫ້ເປັນຮູບປະທໍາ ຂຶ້ນເທື່ອລະກ້າວ ແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 (2026-2030) ຂອງ ສປປ ລາວ ກໍຄື ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

ສປປ ລາວ ແລະ ທະນາຄານພດທະນາອາຊ ສະເຫມສະຫອງການຮວມມ ຄບຮອບ 60 ປ - image 3
 

ໃນໂອກາດອັນສະຫງ່າລາສີນີ້, ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ມະຊະໂຕະ ຄັນດະ ປະທານ ADB ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນປັດຈຸບັນ ກໍຄືໃນຕໍ່ໜ້າ. ພ້ອມດຽວກັນນີ້, ຍັງໄດ້ຮ່ວມກັນເປີດງານວາງສະແດງຮູບພາບ ແລະ ຮັບຊົມວີດີໂອ ກ່ຽວກັບ ຜົນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 60 ປີຜ່ານມາ ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງ ເນື່ອງໃນໂອກາດປີຄົບຮອບສໍາຄັນດັ່ງກ່າວ.

ສປປ ລາວ ແລະ ທະນາຄານພດທະນາອາຊ ສະເຫມສະຫອງການຮວມມ ຄບຮອບ 60 ປ - image 4
 

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ