ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະກອນສາກົນຄົບຮອບ 139ປີ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະກອນສາກົນຄົບຮອບ 139ປີ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະກອນສາກົນຄົບຮອບ 139ປີ
ສານປະຊາຊົນສູງສຸດ(ສປສສ)ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຂຶ້ນໃນວັນທີ 5 ພຶດສະພານີ້ ທີ່ ສປສສໃຫ້ກຽດເຜີຍແຜ່ໂດຍທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງກໍາມະບານລາວ, ມີທ່ານ ກັ້ງ ເຕັມສົມບັດ ຄະນະບໍລິຫານງານພັກ ປະທານສະຫະພັນກໍາມະບານສານປະຊາຊົນສູງສຸດ;

 

ມີຄະນະກົມ, ຄະນະສານ, ພະນັກງານ ພ້ອມດ້ວຍສະມາຊິກກໍາມະບານສານປະຊາຊົນສູງສຸດເຂົ້າຮ່ວມ.

ທ່ານ ພອນສານ ວິໄລເມັ້ງ ໄດ້ໃຫ້ຮູ້ວ່າ: ໃນເດືອນພະຈິກປີ 1884 ຢູ່ເມືອງຫຼວງຊິກາໂກ ຊຶ່ງເປັນຈຸດໃຈກາງອຸດສາຫະກຳຂອງປະເທດອາເມຣິກາ, ຊົນຊັ້ນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງເພື່ອທວງໃຫ້ເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງ, ປຸກລະດົມໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ. ພ້ອມກັນນັ້ນ, ກໍມີການຈັດຕັ້ງການໂຮມຊຸມນຸມຢູ່ຫຼາຍແຫ່ງ, ມີຂະບວນການໂຄສະນາ, ປຸກລະດົມຂົນຂວາຍໃຫ້ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານເຊື່ອມຊຶມຕໍ່ມະຕິກອງປະຊຸມຂອງສະຫະພັນແຮງງານນັບມື້ກວ້າງຂວາງ, ວັນທີ 1 ພຶດສະພາ 1886 ໃນປະເທດອາເມຣິກາຢູ່ຕົວເມືອງຊິກາໂກເປັນຄັ້ງທໍາອິດທີ່ຊົນຊັ້ນກຳມະກອນແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ໂດຍຖືເອົາເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ເຊັ່ນ 8 ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງຕ້ອງໄດ້ຮໍ່າຮຽນ ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5,000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມຣິກາເຊັ່ນ: ຊິກາໂກ, ວໍຊິງຕັນ, ນີວຢອກ, ບາຕີມໍ ແລະເມືອງອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ. ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8ຊົ່ວໂມງ, ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ນະຄອນຫຼວງປາຣີ (ປະເທດຝຣັ່ງ)ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດເອີຣົບ, ອາເມຣິກາ ແລະ ອາກຊັງຕິນທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ແມ່ນທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມແລະ ລັດເຊຍໂດຍໂຄ່ນລົ້ມລະບອບນາຍທຶນເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນນັບແຕ່ນັ້ນມາວັນທີ 1 ພຶດສະພາຂອງທຸກໆປີຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ.

ໂອກາດນີ້, ທ່ານ ພອນສານ ວິໄລເມັ້ງ ຍັງຍົກໃຫ້ເຫັນເຖິງການເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຊຶ່ງແມ່ນພັກຂອງຊົນຊັ້ນກໍາມະກອນລາວໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ ແລະ ລະນຶກເຖິງມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງຊົນຊັ້ນກຳມະກອນສາກົນໃນທຸກໆປີ ເພື່ອຢັ້ງຢືນເຖິງການປະກອບສ່ວນຂອງຊົນຊັ້ນກຳມະກອນລາວ ແລະ ໄຊຊະນະທີ່ຍາດມາໄດ້ທັງເປັນການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຕົນ, ປົກປັກຮັກສາສັນຕິພາບ ແລະ ເປັນຂີດໝາຍອັນສໍາຄັນຂອງຊົນຊັ້ນກຳມະກອນ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຢ່າງເປັນທາງການ

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ, ວາງສະແດງຮູບພາບ ແລະ ວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ພະຈິກ 2025 ທີ່ເດີນພະທາດຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີພະເຖລານຸເຖລະ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ແຂກຖືກເຊີນ ພ້ອມດ້ວຍມວນຊົນ ເຂົ້າຮ່ວມ.
ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສໍາມະນາພິເສດ ສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະມາຄົມທຸລະກິດກະສິກໍາລາວ ໄດ້ຈັດກອງປະຊຸມສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ເພື່ອສ້າງຄວາມເຂົ້າໃຈອັນດຽວກັນໃຫ້ທຸກພາກ, ຮ່ວມກັນຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສ້າງການເຊື່ອມຕໍ່ລະຫວ່າງການຜະລິດ ແລະ ຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວສູ່ຕະຫຼາດໂລກ.
ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ເພີ່ມເຕີມ