ສສຍລ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ ທີ່ແຂວງຈໍາປາສັກ

ສສຍລ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ ທີ່ແຂວງຈໍາປາສັກ

ສສຍລ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ທະຫານຊາຍແດນ ທີ່ແຂວງຈໍາປາສັກ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ນຳພາໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະ ທານຄະນະບໍລິຫານງານ ສສຍລ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ບັນດາກົມກອງ ທີ່ປະຕິບັດໜ້າທີ່ຢູ່ຊາຍແດນເມືອງມຸນລະປະໂມກ ເຂດ 3 ຫຼ່ຽມມໍລະກົດ (ກອງພັນ 28) ໃນວັນທີ 15 ມີນາ ຜ່ານມາ ທີ່ແຂວງຈຳປາສັກ ໂດຍມີທ່ານ ນາງ ມີນາ ສີວິໄລ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິງານສູນກາງສະຫະພັນກຳມະບານລາວ, ທ່ານພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ນາຍ ແລະ ພົນທະຫານ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນສູນກາງ, ຂັ້ນແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສສຍລ ຢຽມຢາມ ແລະ ມອບເຄອງໃຫທະຫານຊາຍແດນ ທແຂວງຈາປາສກ - image 1
 

ໃນພິທີ, ທ່ານ ພັທ ບຸນມີ ແກ້ວລຽງສາ ເລຂາຄະພັກຮາກຖານ ຫົວໜ້າການທະຫານກອງພັນ 28 ໄດ້ລາຍງານສະພາບລວມໂດຍຫຍໍ້ ແລະ ຈຸດພິເສດທີ່ຕັ້ງຂອງກົມກອງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານປ້ອງຊາດ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ມີບາງຄຳເຫັນ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍນາຍ ແລະ ພົນທະຫານ ທີ່ປະຈໍາການຢູ່ກອງພັນ 28 ພ້ອມທັງຮຽກຮ້ອງໃຫ້ພ້ອມກັນສືບຕໍ່ອອກແຮງເສີມຂະຫຍາຍທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ເດັດ ດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດ ເປັນ ກໍາລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດກອງທັບຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.

ສສຍລ ຢຽມຢາມ ແລະ ມອບເຄອງໃຫທະຫານຊາຍແດນ ທແຂວງຈາປາສກ - image 2
 

ສໍາລັບເຄື່ອງທີ່ນຳໄປມອບໃນຄັ້ງນີ້ປະກອບມີ: ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ລວມເປັນມູນຄ່າ 311,150,000 ກີບ ທີ່ໄດ້ມາຈາກນໍ້າຈິດ, ນໍ້າໃຈ ແລະ ຄວາມຄິດຮອດຄິດເຖິງມາສູ່ອ້າຍນ້ອງທະຫານກໍາລັງປ້ອງກັນຊາດ ທີ່ປະຕິບັດໜ້າທີ່ຢູ່ເຂດຊາຍແດນ ຊຶ່ງເປັນການປະກອບສ່ວນຈາກ ພະນັກງານຂອງ ສສຍລ, ສະຫະພັນແມ່ຍິງຫຼາຍພາກສ່ວນ ແລະ ສະມາຄົມນັກທຸລະກິດໜຸ່ມ, ສະມາ ຄົມນັກທຸລະກິດແມ່ຍິງລາວ ແລະ ບໍລິສັດເອອີຊີ ການຄ້າຈຳກັດຜູ້ດຽວ. ໃຫ້ກຽດມອບເຄື່ອງໃນຄັ້ງນີ້ໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ພ້ອມດ້ວຍຄະນະ.

ສສຍລ ຢຽມຢາມ ແລະ ມອບເຄອງໃຫທະຫານຊາຍແດນ ທແຂວງຈາປາສກ - image 3
 

ສສຍລ ຢຽມຢາມ ແລະ ມອບເຄອງໃຫທະຫານຊາຍແດນ ທແຂວງຈາປາສກ - image 4ຂ່າວ-ພາບ: ສູນກາງສະຫະພັນແມ່ຍິງລາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກົມປ່າໄມ້ ສົມທົບກັບ ອົງການປົກຄອງເມືອງ ດັບໄຟປ່າ

ກົມປ່າໄມ້ ສົມທົບກັບ ອົງການປົກຄອງເມືອງ ດັບໄຟປ່າ

ໃນວັນທີ 18 ເມສາ ຜ່ານມານີ້, ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ປະສານສົມທົບກັບກອງອຸທິຍານແຫ່ງຊາດ ພູເຂົາຄວາຍ, ອົງການປົກຄອງແຂວງບໍລິຄຳໄຊ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນໄຟໄໝ້ລາມປ່າ ຢູ່ເຂດອຸທິຍານແຫ່ງຊາດພູເຂົາຄວາຍ ໂດຍສະເພາະຢູ່ເມືອງທ່າພະບາດ (ບ້ານນາໄຊ ແລະ ບ້ານໄຊສະຫວ່າງ).
ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ໃນວັນທີ 17 ເມສາ ຜ່ານມາ, ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ສີລິລາດທົງສິງ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງທີ່ກ່ຽວຂ້ອງ, ກົມປ່າໄມ້ ນໍາພາໂດຍ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະວິຊາການ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນລົງພື້ນທີ່ ເພື່ອຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ.
ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ ​ໃຫ້ຮູ້​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2026, ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ​ ໄດ້​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນທັງ​ໝົດ 146 ໂຄງ​ການ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕາມ​ສັນ​ຍາ​ ມີເຖິງ 2 ຕື້ 500 ລ້ານ​ໂດ​ລາ ຊຶ່ງຈະ​ສາມາດສ້າງວຽກເຮັດງານທໍາ​ໄດ້ 82,000 ຕໍາ​ແໜ່ງ.
ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ວັນທີ 19 ເມສາຜ່ານມານີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫຼັງຄັງ ຫາ ດ່ານນາເພົ້າມີຄວາມຍາວ 18 ກິໂລແມັດ.
ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸປະຕິເຫດຢູ່ເມືອງໂຂງ ແຂວງຈຳປາສັກ ເຫັນວ່າມີຕົວເລກຫຼຸດລົງເມື່ອທຽບກັບປີຜ່ານມາ, ເຖິງແມ່ນວ່າຍັງມີຜູ້ເສຍຊີວິດ 1 ຄົນ ກໍຕາມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ  ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມກວດກາຄວາມພ້ອມ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 17 ເມສາ ຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານ ສນຊ ຊຶ່ງມີບັນດາຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ-ຫົວໜ້າກົມ ສນຊ ເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດພິທີ ອາຣາດຖະນາອົງພະບາງພຸດທະຣາວັນ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ. ພິທີອາຣາດຖະນາ, ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ໃນວັນທີ 16 ເມສານີ້, ແຂວງຄໍາມ່ວນ ໄດ້ແຫ່ ສົງການຕາມຕໍານານບູຮານລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 ຢ່າງຄຶກຄື້ນ ທີ່ເທສະບານເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມແຫ່ຂະບວນໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນໍາແຂວງ, ພະເຖລະນູເຖຣະ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ເພີ່ມເຕີມ