ສສຊ ​ປະ​ກອບ​ຄຳ​ເຫັນ​ໃສ່ ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະ​ບັບ​ປັບ​ປຸງ

ສສຊ ​ປະ​ກອບ​ຄຳ​ເຫັນ​ໃສ່ ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະ​ບັບ​ປັບ​ປຸງ

ສສຊ ​ປະ​ກອບ​ຄຳ​ເຫັນ​ໃສ່ ຮ່າງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະ​ບັບ​ປັບ​ປຸງ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມສະຕິປັນຍາ, ປະກອບຄຳຄິດເຫັນຢ່າງປະດິດສ້າງ ແລະ ໄດ້ລົງເລິກໃສ່ບາງໝວດ, ບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໃຫ້ມີເນື້ອໃນຮັດກຸມ,

 ຖືກຕ້ອງ ແລະ ແທດເໝາະກັບສະພາບເງື່ອນໄຂປັດຈຸບັນ, ພາຍຫຼັງທີ່ໄດ້ມີການສະເໜີ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ຕໍ່ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດຊຸດທີ IX, ໃນວັນທີ 19 ມີນານີ້, ພາຍໃຕ້ການເປັນ ປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ທ່ານ ສຸບັນ ສະວະບຸດ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 14 ແຂວງ ສາລະວັນ ໄດ້ປະກອບຄຳເຫັນຕໍ່ ມາດຕາ 3 ທີ່ອະທິບາຍຄຳສັບທີ່ເວົ້າເຖິງ ພະນັກງານ ແຕ່ຢາກໃຫ້ໃສ່ວ່າ ບຸກຄະລາກອນຈະເໝະສົມກວ່າ, ຊຶ່ງພວກເຮົາເວົ້າວ່າພະນັກງານ-ລັດຖະກອນ ແມ່ນບຸກຄະລາກອນທີ່ເຮັດວຽກຢູ່ໃນອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງອື່ນໆ, ໃນນັ້ນ ຖ້າກົດໝາຍສະບັບນີ້ໄດ້ຮັບການປັບປຸງແມ່ນຢາກໃຫ້ເປີດກວ້າງ ຊຶ່ງຈະເອົາເຂົ້າຢູ່ຈຸດໃດຈະເປັນການອະທິບາຍຄຳສັບຄຳວ່າພະນັກງານ-ລັດຖະກອນ, ຕໍ່ບັນຫານີ້ ຢາກໃຫ້ອະທິບາຍແຈ້ງຕື່ມ, ໃນນັ້ນຢູ່ພາກທີ 2 ໝວດທີ 1, ມາດຕາ 8 ທີ່ເວົ້າເຖິງປະເພດພະນັກງານ ທີ່ຈັດເປັນ 4 ປະເພດ ແລະ ແຕ່ລະປະເພດຄວນຈັດວ່າມີຂົງເຂດໃດແດ່ ແລະ ແຕ່ລະປະເພດມີແນວໃດຕໍ່ບັນຫານີ້ ກໍຢາກໃຫ້ອະທິບາຍໃຫ້ມີຄວມຊັດເຈນ, ໃນຂະນະດຽວກັນ ໃນມາດຕາ 43 ທີ່ຈັດເປັນ 5 ປະເພດ ຄື: ປະເພດດີຫຼາຍ, ດີ, ກາງ, ອ່ອນ ແລະ ອ່ອນຫຼາຍ ຕໍ່ບັນຫານີ້ໄດ້ພົວພັນກັບສິ່ງທີ່ພວກເຮົາໄດ້ກຳນົດຢູ່ໃນວິໄນ ຊຶ່ງຂັ້ນວິໄນໄດ້ຈັດຢູ່ 4 ຂັ້ນຄື: ຕິເຕືອນ, ກ່າວເຕືອນ, ໂຈະການເລື່ອນຊັ້ນ ເລື່ອນຂັ້ນ ແລະ ເອົາອອກຈາກເປັນລັດຖະກອນ, ໃນກໍລະນີ ອ່ອນຫຼາຍແມ່ນມີການພົວພັນກັບຂັ້ນຂອງວິໄນບໍ່? ສະນັ້ນ ຕໍ່ບັນຫານີ້ກໍຢາກໃຫ້ເບິ່ງຕື່ມ ແລະ ຂັ້ນຂອງການລົງວິໄນ ໃນທັດສະນະສ່ວນຕົວ ແມ່ນຢາກໃຫ້ເຫຼືອໃນລະດັບສາມຂັ້ນ ແມ່ນຢາກເອົາຕິເຕືອນ ມາເຂົ້າເປັນກ່າວເຕືອນເພາະອັນນີ້ແມ່ນມີເນື້ອໃນຄ້າຍຄືກັນ ແລະ ອີກບັນຫາໜຶ່ງ ທີ່ພົວພັນ ໃນມາດຕາ 65 ການສິ້ນສຸດການເປັນພະນັກງານ-ລັດຖະກອນ ຊຶ່ງໃນນີ້ໄດ້ຈັດມີ 7 ຂໍ້ ໃນນັ້ນຂໍ້ທີ 6 ໄດ້ເວົ້າເຖິງບຳນານ, ສະນັ້ນກົດໝາຍສະບັບນີ້ ຖ້າເວົ້າເຖິງການສິ້ນສຸດການເປັນພະນັກງານ-ລັດຖະກອນ ຈະບໍ່ໄດ້ຄຸ້ມຄອງ, ຖ້າບໍ່ຄຸ້ມຄອງ ພະນັກງານບຳນານ, ຖ້າໃນກໍລະນີ ພະນັກງານບໍານານໄປເຄື່ອນໄຫວຜິດລະບຽບວິໄນ ແຕ່ວ່າການປະຕິບັດວິໄນມັນກໍຕ້ອງໄປຕາມກົດໝາຍທີ່ກ່ຽວຂ້ອງ ຕໍ່ບັນຫານີ້ ກໍຄວນໃຫ້ເບິ່ງຕື່ມ.

ທ່ານ ນາງ ສົມພຽງ ວົງໄຊ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຄຳເຫັນ ຕໍ່ມາດຕາ 18 ເງື່ອນໄຂເຂົ້າເປັນລັດຖະກອນໃໝ່ ແລະ ໃນຂໍ້ທີ 4 ບໍ່ເຄີຍຖືກສານ ປະຊາຊົນຕັດສິນລົງໂທດຕັດອິດສະລະພາບ ຍ້ອນການກະທຳຜິດໂດຍເຈດຕະນາ, ບໍ່ຖືກລົງວິໄນ ແລະ ອື່ນໆ ຊຶ່ງໃນຂໍ້ນີ້ ແມ່ນຢາກໃຫ້ຕັດຄຳວ່າ ປະຊາຊົນອອກ ເພາະວ່າຄຳວ່າສານ ແມ່ນມີສານປະຊາຊົນ ແລະ ສານທະຫານ ທີ່ສາມາດຕັດສິນຄະດີຂອງບຸກຄົນທີ່ໄປກະທຳຜິດຕໍ່ນາຍ ແລະ ພົນທະຫານໄດ້, ໃນກໍລະນີນີ້ແມ່ນຢາກສະເໜີວ່າບາງເທຶ່ອກໍແມ່ນສານທະຫານຕັດສິນກໍມີກ່ຽວກັບການກະທຳຜິດ, ໃນຂະນະມາດຕາ 29 ການລາພັກ ແລະ ການພັກການທາງລັດຖະການ ໃນນີ້, ການລາພັກມີ ທັງໝົດ 11 ກໍລະນີ ແມ່ນຢາກສະເໜີ ເອົາກໍລະນີ ທີ 2 ແລະ ທີ 4 ເຫັນວ່າເນື້ອໃນອັນດຽວກັນ ແມ່ນຢາກໃຫ້ເອົາໂຮມເຂົ້າກັນ ຊຶ່ງຈະເຮັດໃຫ້ມາດຕາສັ້ນເຂົ້າຕື່ມ ແລະ ຢາກສະເໜີວ່າ: ເຫດຜົນໃນການປັບວັນພັກເກີດລູກ ຈາກ 5 ເດືອນ-6 ເດືອນ ມາເປັນ 4 ເດືອນຕໍ່ບັນຫານີ້ກໍຢາກໃຫ້ມີການຄົ້ນຄວ້າເບິ່ງຕື່ມເຊັ່ນກັນ.

ຄໍາເຫັນ

ຂ່າວການເມືອງ

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ກຳນົດວຽກງານ 13 ວຽກຕົ້ນກໍ 4 ບາດກ້າວ ກະກຽມການເລືອກຕັ້ງ ສສຊ ແລະ ສສຂ

ເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດໍາເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ຂຶ້ນລາຍງານການກະກຽມ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.
ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ); ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸດຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ການສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ເພີ່ມເຕີມ