ສສຊ ເຂດ 6 ສະເໜີໃຫ້ເບິ່ງຄືນຫຼາຍບັນຫາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ສສຊ ເຂດ 6 ສະເໜີໃຫ້ເບິ່ງຄືນຫຼາຍບັນຫາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ສສຊ ເຂດ 6 ສະເໜີໃຫ້ເບິ່ງຄືນຫຼາຍບັນຫາຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ພາຍຫຼັງໄດ້ຮັບຟັງບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 11 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ. ທ່ານ ສົມພອນ ສີອຸດົມພັນ ສສຊ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ສະເໜີໃຫ້ເບິ່ງຄືນຕື່ມ ຫຼາຍບັນຫາສໍາຄັນໃນບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.

 

ທ່ານ ສົມພອນ ສີອຸດົມພັນ ມີຄໍາເຫັນວ່າ: ສໍາລັບພາກສະຫຼຸບແມ່ນເຫັນດີເປັນເອກະພາບ ແຕ່ຢູ່ໃນພາກທິດທາງແຜນການສະເໜີໃຫ້ເບິ່ງຄືນການກໍານົດທ່າແຮງບົ່ມຊ້ອນທາງດ້ານເສດຖະກິດຂອງປະເທດເຮົາ, ຢູ່ໃນແຜນພັດທະນາໄດ້ກໍານົດທ່າແຮງບົ່ມຊ້ອນນັ້ນ, ໄດ້ເອົາຂະແໜງຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດເປັນຂະແໜງເສດຖະກິດປາຍແຫຼມອັນດັບ3 ແຕ່ຢາກສະເໜີໃຫ້ຄົ້ນຄ້ວາຕື່ມ, ຖ້າກໍານົດການຂຸດຄົ້ນແຮ່ທາດ, ປຸງແຕ່ງແຮ່ທາດຢູ່ໃນອັນດັບທີ 3ຈະເຮັດໃຫ້ບໍ່ມີຄວາມຍືນຍົງ. ການຂຸດຄົ້ນແຮ່ທາດຂຸດແລ້ວໝົດໄປບໍ່ສາມາດເປັນພື້ນຖານໃຫ້ເສດຖະກິດຕໍ່ໄປໃນອະນາຄົດ. ສະນັ້ນ, ພວກເຮົາຄວນກໍານົດກ່ຽວກັບຂະແໜງຜະລິດກະສິກໍາ ແລະ ປຸງແຕ່ງຜະລິດຕະພັນກະສິກໍາເປັນບຸລິມະສິດອັນດັບ1 ເນື່ອງຈາກຂະແໜງດັັ່ງກ່າວຕິດພັນກັບການຜັນຂະຫາຍມະຕິ04 ຂອງກົມການເມືອງສູນກາງພັກ ກ່ຽວກັບເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະຍັງຕິດພັນກັບປາກທ້ອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຖ້າເຮົາເອົາຂະແໜງນີ້ເປັນປາຍແຫຼມພວກເຮົາຈະໄດ້ວາງນະໂຍບາຍພັດທະນາຂະແໜງດັ່ງກ່າວໃຫ້ດີຂຶ້ນ ແລະ ຈະເປັນພື້ນຖານໃຫ້ເສດຖະກິດໃນອະນາຄົດ; ກ່ຽວກັບແຜນວຽກຈຸດສຸມໃນຂະແໜງພະລັງງານໄຟຟ້າ ແລະ ນໍ້າມັນເຊື່ອໄຟທິດທາງທີ່ໄດ້ກໍານົດຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມສະບັບນີ້ ດ້ານພື້ນຖານກໍເຫັນດີແຕ່ຢາກໃຫ້ກໍານົດແຜນວຽກໜຶ່ງທີ່ສໍາຄັນຊຶ່ງ ສສຊ ໄດ້ປະກອບຄໍາເຫັນໃນ 3 ມື້ມານີ້ກ່ຽວກັບບັນຫາແຜນວຽກຄົ້ນຄ້ວາຄືນກ່ຽວກັບໂຄງສ້າງລາຄາໄຟຟ້າໃຫ້ມີຢູ່ໃນແຜນດັ່ງກ່າວນີ້ອີກ. ການຄົ້ນຄວ້າໄລຍະຈໍ້ໆນີ້ກໍເຫັນດີແລ້ວແຕ່ຍັງບໍ່ທັນລະອຽດ. ສະນັ້ນ, ສະເໜີໃຫ້ມີແຜນວຽກດັ່ງກ່າວໃຫ້ຢູ່ໃນແຜນວຽກການພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ໃຫ້ຄົ້ນຄວ້າລະອຽດເນື່ອງຈາກຕິດພັນກັບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າກໍຄືພະນັກງານ, ທະຫານ, ຕໍາຫຼວດ; ກ່ຽວກັບແຜນພັດທະນາເຂດແຄວ້ນ ໂດຍສະເພາະຢູ່ພາກເໜືອຢູ່ໃນແຜນນີ້ກໍໄດ້ກໍານົດວ່າ:ສໍາຄັນຕ້ອງໄດ້ປັບປຸງທາງແຕ່ພວກເຮົາຍັງບໍ່ທັນໄດ້ລົງເລິກຢ່າງມີຈຸດສຸມຢູ່ໃນແຜນ. ສະນັ້ນ, ສະເໜີໃຫ້ກໍານົດຢ່າງຊັດເຈນເຮົາຊິປັບປຸງເສັ້ນທາງໃດແດ່ຢູ່ໃນພາກເໜືອໄລຍະ 5 ປີນີ້, ຖ້າບໍ່ມີເສັ້ນທາງຍາກທີ່ຈະພັດທະນາເສດຖະກິດ; ໃນມາດຕະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສະບັບນີ້ກໍມີຫຼາຍມາດຕະການເຫັນດີເປັນເອກະພາບ ແຕ່ຢາກໃຫ້ເບິ່ງຄືນກໍານົດຕື່ມໄດ້ບໍກ່ຽວກັບມາດຕະການດ້ານການເງິນ ຫຼືມາດຕະການດ້ານງົບປະມານເຖິງແມ່ນວ່າພວກເຮົາຈະມີແຜນວຽກ, ແຜນຄົນກໍຕາມ, ຖ້າບໍ່ມີເງິນເຮັດກໍຈະຍາກ.ພ້ອມນັ້ນ, ຖ້າບໍ່ມີໂຄງການຊ່ວຍເຫຼືອຂອງສາກົນວຽກພວກເຮົາກໍຈະເຮັດບໍ່ໄດ້ຫຼາຍ. ສະນັ້ນ, ຕ້ອງສຸມທຶນຮອນຕື່ມ, ຕ້ອງໄດ້ຄົ້ນຄວ້າສະໜອງງົບປະມານໃຫ້ແຕ່ລະຂະແໜງການດ້ວຍຄວາມຈໍາເປັນແທ້ໆ. ທຸກມື້ນີ້,ວຽກຫຼາຍແຕ່ເງິນໜ້ອຍການເຮັດວຽກດ້ວຍຄວາມຫຍຸ້ງຍາກ.

(ຂ່າວ: ວັນເພັງ, ພາບ: ສັງຄົມໄຊ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ