ສສຊ ເຂດ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ

ສສຊ ເຂດ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານລັດ ແລະ ແຜນເງິນຕາ ເພື່ອສະເໜີບັນຫາຕ່າງໆ ໃຫ້ລັດຖະບານພິຈາລະນາ, ແກ້ໄຂ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 1 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍສະເພາະ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ມີຄຳເຫັນໂດຍສະເໜີໃຫ້ລັດຖະບານສຸມໃສ່ໃນການຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກໂດຍສະເພາະບັນຫາເຄັ່ງຮອນຂອງສັງຄົມໃນປັດຈຸ
ບັນເຊັ່ນ: ບັນຫາທີ່ໄດ້ຮັບຜົນກະທົບຕໍ່ໄພເງິນເຟີ້, ລາຄາສິນຄ້າແພງ ແຕ່ລາຍຮັບຄືເກົ່າ, ອັດຕາແລກປ່ຽນ. ເຖິງແມ່ນວ່າລັດຖະບານໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາຕາມມາດຕະການຕ່າງໆທີ່ໄດ້ກຳນົດອອກໃນແຕ່ລະໄລຍະຕາມບົດລາຍງານ ກໍຄືມະຕິຂອງສະພາແຫ່ງຊາດຢ່າງເຂັ້ມງວດ ໃນບົດລາຍງາຍດັ່ງກ່າວໄດ້ກຳນົດຂ້ອນຂ້າງລະອຽດຈະແຈ້ງ ແຕ່ການຈັດຕັ້ງປະຕິບັດບໍ່ທັນເຂັ້ມງວດເທົ່ທີ່ຄວນ. ສະນັ້ນ, ຢາກສະເໜີໃຫ້ສຸມໃສ່ແກ້ໄຂສາເຫດທີ່ພາໃຫ້ເກີດໄພເງິນເຟີ້ຢູ່ໃນປະເທດໃຫ້ເປັນຮູບປະທຳ ເພື່ອເຮັດແນວໃດໃຫ້ໂຕເລກຄາດໝາຍແຕ່ນີ້ຮອດປີ 2025 ບັນລຸນັ້ນ ກໍຍັງເປັນສິ່ງທ້າທາຍຫຼາຍ. ພ້ອມນັ້ນ, ຢາກໃຫ້ຄວບຄຸມ, ມີສະຖຽນລະພາບແລ້ວຄ່ອຍປັບລົງເທື່ອລະໜ້ອຍ ຈຶ່ງບໍ່ກ້າວກະໂດດຕະຫຼອດໄປ ຕົວຢ່າງ: ບັນຫາອັດຕາແລກປ່ຽນ, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ. ໃນນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວໃນການຈັດຕັ້ງປະຕິບັດຢາກໃຫ້ເພີ່ມການເຜີຍແຜ່ກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງເງິນຕາໃຫ້ເຂັ້ມງວດ. ປັດຈຸບັນການຕິດຕາມກວດກາການເຄື່ອນໄຫວກ່ຽວກັບທະນາຄານທຸລະກິດ, ການເຄື່ອນໄຫວເງິນຕາຢູ່ນອກລະບົບທະນາຄານຍັງມີຫຼາຍ ເພື່ອເຮັດແນວໃດໃຫ້ເຂົ້າສູ່ກົນໄກທະນາຄານເພີ່ມຂຶ້ນ. ໃນນັ້ນ, ກົນໄກປະສານງານລະຫວ່າງຂະແໜງການກ່ຽວຂ້ອງຍັງບໍ່ທັນໂລ່ງລ່ຽນ, ບໍ່ທັນຄ່ອງຄົວ, ບໍ່ທັນເປັນລະບົບຄົບຊຸດໄປຄວບຄູ່ກັນ ເຮັດໃຫ້ການຄຸ້ມຄອງບັນດາອັດຕາແລກປ່ຽນ, ການແກ້ໄຂບໍ່ທັນປະຕິບັດໄດ້ດີ ເຮັດໃຫ້ມີການແລກປ່ຽນນອກລະບົບ, ໃນລະບົບອອນລາຍ, ການຊໍາລະຕ່າງໆດ້ວຍສະກຸນເງິນຕາຕ່າງປະເທດຍັງມີຫຼາຍ ຊຶ່ງບັນຫາດັ່ງກ່າວນີ້ບໍ່ພຽງແຕ່ລັດຖະບານເປັນເຈົ້າການແກ້ໄຂ, ທົ່ວສັງຄົມກໍຕ້ອງເປັນເຈົ້າການແກ້ໄຂຮ່ວມກັນຕື່ມ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງໄດ້ສະເໜີຕໍ່ລັດຖະບານກ່ຽວກັບວຽກງານການແກ້ໄຂຄວາມທຸກຍາກໃນຊົນນະບົດ ໃຫ້ແກ່ປະຊາຊົນທີ່ຕິດພັນກັບວຽກງານ 3 ສ້າງ, ວຽກງານກໍ່ສ້າງຮາກຖານ ຊຶ່ງເປັນເປົ້າໝາຍສຳຄັນພັກ-ລັດຖະບານ ຕ້ອງສຸມໃສ່ຈັດຕັ້ງປະຕິບັດ ຜ່ານມາຍັງເຫັນວ່າການຈັດຕັ້ງປະຕິບັດຍັງໄດ້ໜ້ອຍ ຢູ່ແຂວງຫົວພັນ ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນເພີ່ມຂຶ້ນຫຼາຍ ປັດຈຸບັນ ອັດຕາຄວາມທຸກຍາກເກືອບ 60%. ພ້ອມນັ້ນ, ຍັງສະເໝີໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງໃຫ້ຮີບຮ້ອນໃນການປັບປຸງຫົວໜ່ວຍລາຄາກໍ່ສ້າງໃໝ່ ເພື່ອເປັນບ່ອນອີງໃນການຂຶ້ນແຜນການຂອງໂຄງການ ໂດຍສະເໜີໃໝ່ໃຫ້ທັນກຳນົດເວລາ. ໃນນັ້ນ, ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ທີ່ໄດ້ເຊັນ MOUແລ້ວ ມາຮອດປັດຈຸບັນຍັງມິດງຽບ ເຮັດໃຫ້ສັງຄົມມີຄວາມສົນໃຈຫຼາຍ, ການກໍ່ສ້າງທາງຫຼວງແຫ່ງຊາດ 6A ຊໍາເໝືອ ພູເລົ່າ ຫາ ເມືອງຄໍາ ແຂວງຊຽງຂວາງ ປັດຈຸບັນຍັງບໍ່ທັນເຫັນສືບຕໍ່ກໍ່ສ້າງ ໂດຍຕາມແຜນ ປີ 2021 ສຳເລັດ ແລະ ຢາກໃຫ້ລັດຖະບານຄົ້ນຄວ້າພິຈາລະນາເບິ່ງຄືນຕື່ມ ກ່ຽວກັບການຊໍາລະໜີ້ສິນຮ່ວມໄພພິບັດຂອງແຂວງຫົວພັນ ແມ່ນມີຄວາມແກ່ຍາວ ໂດຍມີມູນຄ່າ 28 ຕື້ກີບ ເລີ່ມແຕ່ປີ 2013-2014 ມາຮອດປັດຈຸບັນກາຍເປັນໜີ້ສິນບໍ່ສາມາດຊໍາລະໄດ້.(ຂ່າວ: ວັນເພັງ, ພາບ: ສໍານານ )

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ