ທ່ານ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ປະກອບຄໍາເຫັນວ່າ: ກ່ອນອື່ນມີຄວາມເປັນເອກະພາບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງລັດຖະບານ ທີ່ໄດ້ບຸກບືນ ຂັບເຄື່ອນການພັດທະນາແຕ່ລະດ້ານໃນຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕັ້ງໜ້າ ໃນຕະຫຼອດໄລຍະ 5 ປີຜ່ານມາ. ແຕ່ເຫັນວ່າລັດຖະບານໄດ້ຕັ້ງເປົ້າໝາຍການຂະຫຍາຍຕົວຂອງ GDP ໄວ້, ແຕ່ພາຍຫຼັງການຈັດຕັ້ງປະຕິບັດ ຍັງບໍ່ສາມາດບັນບໍ່ບັນລຸ. ສະນັ້ນ, ຂໍສັງເກດຕີລາຄາຄືນຄືແນວນີ້. ຊຶ່ງ GDP ແມ່ນຜົນບວກຂອງຫຼາຍປັດໄຈ ຊຶ່ງການຄິດໄລ GDP= c + I +Gs + (export - import) ໝາຍຄວາມວ່າ: ມູນຄ່າການໃຊ້ຈ່າຍຄົວເຮືອນ + ການລົງທຶນຂອງລັດຖະບານ + ການລົງທຶນຂອງພາກເອກະຊົນ + (ການສົ່ງອອກ-ການນໍາເຂົ້າ). ໃນນັ້ນ, ຜົນບວກທີ່ສໍາຄັນແມ່ນການສົ່ງອອກ ແລະ ນໍາເຂົ້າ (ດູນການຄ້າ), ຖ້າຫາກການນໍາເຂົ້າຫຼາຍກວ່າສົ່ງອອກຈະເປັນຜົນກະທົບໂດຍກົງຕໍ່ GDP ເຮົາບໍ່ບັນລຸຕາມແຜນການທີ່ຕັ້ງໄວ້. ເມື່ອມາເບິ່ງການນໍາເຂົ້າທີ່ມີໂຕເລກສູງ ແມ່ນການນໍາເຂົ້າພາຫະນະ, ຜ່ານມາລັດຖະບານໄດ້ເອົາໃຈໃສ່ສົ່ງເສີມການຜະລິດພາຍໃນໂດຍສະເພາະແມ່ນການຜະລິດກະສິກໍາ, ສົ່ງເສີມການທ່ອງທ່ຽວ ແຕ່ຂະນະດຽວກັນ ພວກເຮົາກໍອະນຸຍາດນໍາເຂົ້າພາຫະນະຟູມເຟືອຍ. ດັ່ງນັນ, ສະເໜີໃຫ້ ລັດຖະບານພິຈາລະນາ ຢາກໃຫ້ຈຳກັດໂກຕ້າ ນໍາເຂົ້າ ຫຼື ເພີ່ມພາສີນໍາເຂົ້າໃຫ້ສູງຂຶ້ນ ຄືກັບບົດຮຽນຕ່າງປະເທດ.
ຄຽງຄູ່ກັນນັ້ນ, ການຫັນໃຫ້ປະຊາຊົນມານໍາໃຊ້ລົດໄຟຟ້າ ແລະ ລະບົບຂົນສົ່ງສາທາລະນະນີ້ຈໍາເປັນທີ່ສຸດ ສໍາລັບຕົວເມືອງໃຫຍ່ໆ ປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາ ເຂົາກໍໃຊ້ພາຫະນະ ສາທາລະນະເປັນປັດໄຈແກ້ໄຂ ອໍານວຍຄວາມສະດວກ. ພ້ອມດຽວກັນນັ້ນ, ຕໍ່ກັບພາຫະນະ ຫຼື ອຸປະ ກອນການຜະລິດ ແລະ ສິນຄ້າ ອຸປະໂພກທີ່ຕະຫຼາດພາຍໃນນິຍົມຫຼາຍ ຊຶ່ງພາຍໃນເຮົາຜະລິດບໍ່ໄດ້ ແລະ ຕ້ອງໄດ້ນໍາເຂົ້າຫຼາຍ, ຕໍ່ບັນຫາດັ່ງກ່າວ ຍັງມີບັນຫາຕໍ່ອັດຕາແລກປ່ຽນພາຍໃນປະເທດ. ສະນັ້ນ, ສະເໜີໃຫ້ລັດຖະບານ ພິຈາລະນາດຶງດູດເອົາການລົງທຶນໃນຂະແໜງການ ຫຼື ປະເພດສິນຄ້າທີ່ປະຊາຊົນນິຍົມຫຼາຍມາຜະລິດຢູ່ພາຍໃນຈະເປັນການດີ, ພາຫະນະທີ່ຈໍາເປັນກໍດຶງດູດມາຜະລິດຢູ່ພາຍໃນ ຈະເປັນຕົວຊຸກຍູ້ GDP ຂະຫຍາຍຕົວ ແລະ ສາມາດຄຸ້ມຄອງອັດຕາແລກປ່ຽນ ແລະ ຄຸ້ມຄອງລາຄາສິນຄ້າໄດ້. (ຂ່າວ-ພາບ: ວັນເພັງ)
ຄໍາເຫັນ