ສສຊ ເຂດ13ສະເໜີປັບປຸງບາງເນື້ອໃນຂອງກົດໝາຍສັງຄົມສົງເຄາະ

ສສຊ ເຂດ13ສະເໜີປັບປຸງບາງເນື້ອໃນຂອງກົດໝາຍສັງຄົມສົງເຄາະ

ສສຊ ເຂດ13ສະເໜີປັບປຸງບາງເນື້ອໃນຂອງກົດໝາຍສັງຄົມສົງເຄາະ
ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດສະເໜີປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ(ສ້າງໃໝ່)ເພື່ອໃຫ້ມີຄວາມຮັດກຸມ,ກະທັດຮັດ,ຊັດເຈນ ແລະມີເນື້ອໃນຖືກຕ້ອງເພື່ອກ້າວໄປໃນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງໃນຄວາມເປັນຈິງ.

 

ໃນວັນທີ 17 ມິຖຸນານີ້,ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ)ໄດ້ສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ(ສ້າງໃໝ່),ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ,ຈາກນັ້ນບັນດາສະມາຊິກສະມາແຫ່ງຊາດໄດ້ພ້ອມກັນປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວຢ່າງກົງໄປກົງມາ,ໃນຂະນະດຽວກັນ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດໄດ້ລົງເລິກສະເໜີປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ.

ທ່ານ ສະແຫວງ ນັນທະວົງ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດມີຄຳເຫັນຕໍ່ມາດຕາ 26 ການຮັບການຊ່ວຍເຫຼືອ ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມເປັນໃຈກາງໃນການຮັບການຊ່ວຍເຫຼືອ ທັງພາຍໃນ ແລະ ຕ່າງປະເທດໄດ້,ແຕ່ຕ້ອງລາຍງານຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ,ສຳລັບການຮັບການຊ່ວຍເຫຼືອຈາກຕ່າງປະເທດນັ້ນໃຫ້ປະຕິບັດຕາມກົດໝາຍ,ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັັນຍາສາກົນ ທີ່ກ່ຽວຂ້ອງເພື່ອອຳນວຍຄວາມສະດວກໃຫ້ແກ່ການຊ່ວຍເຫຼືອດັ່ງກ່າວ ຕໍ່ມາດຕານີ້ແມ່ນຢາກໃຫ້ຕື່ມຕາມລະບຽບ ແລະ ກົດໝາຍເຂົ້າຕື່ມ, ໃນມາດຕາ 28 ການຂໍການຊ່ວຍເຫຼືອຂອງເປົ້າໝາຍສັງຄົມສົງເຄາະ,ເປົ້າໝາຍສັງຄົມສົງເຄາະ ຫຼື ຕົວແທນທີ່ໄດ້ຮັບການມອບໝາຍ ຕ້ອງປະກອບເອກະສານ ຂໍການຊ່ວຍເຫຼືອ ແຕ່ລະປະເພດ ໂດຍຜ່ານການຢັ້ງຢືນ ຈາກຫ້ອງການບ້ານ ຕາມລະບຽບການ ເພື່ອສະເໜີຕໍ່ ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພິຈາລະນາ,ສໍາລັບເປົ້າໝາຍສັງຄົມສົງເຄາະ ທີ່ບໍ່ສາມາດປະກອບເອກະສານ ຂໍການຊ່ວຍເຫຼືອດ້ວຍຕົນເອງໄດ້ ໃຫ້ຫ້ອງການບ້ານ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ຊ່ວຍປະກອບເອກະສານ ແລະ ຢັ້ງຢືນການຂໍຄວາມຊ່ວຍເຫຼືອ.ຊຶ່ງໃນມາດຕານີ້ທີ່ ມີເນື້ອໃນວ່າຂໍການຊ່ວຍເຫຼືອໂດຍເປົ້າໝາຍສັງຄົມສົງເຄາະຊຶ່ງໃນການປະກອບເອກກະສານຂໍການຊ່ວຍເຫຼືອແຕ່ລະປະເທດຊຶ່ງເນື້ອໃນວ່າໂດຍຜ່ານອົງການບ້ານ ແຕ່ໃນປັດຈຸບັນ ກົດໝາຍໄດ້ລົບລ້າງບ້ານສະນັ້ນ ຈະໃຫ້ໃສ່ຊື່ ຫ້ອງອງການບ້ານ ຫຼືໃຫ້ໃສ່ຊື່ຫ້ອງການຕາແສງ ຫຼືຈະປ່ຽນໃສ່ວ່າ: ໂດຍຜ່ານອົງການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ຕໍ່ບັນຫານີ້ແມ່ນຍາກໃຫ້ພິຈາລະນາເບິ່ງຄືນ, ໃນຂະນະດຽວກັນມາດຕາ 29ການໃຫ້ການຊ່ວຍເຫຼືອແກ່ເປົ້າໝາຍສັງຄົມສົງເຄາະຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ໄດ້ຮັບການຊ່ວຍເຫຼືອ ຕ້ອງໃຫ້ການຊ່ວຍເຫຼືອແກ່ເປົ້າໝາຍສັງຄົມສົງເຄາະຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມລະບຽບການ.ໃນມາດຕານີ້ແມ່ນຢາກໃຫ້ຕັດອອກທີ່ໃຫ້ການຊ່ວຍເຫຼືອຢາກໃຫ້ເວົ້າວ່າຕ້ອງໃຫ້ການຊ່ວຍເຫຼືອແຕ່ເປົ້າໝາຍສັງຄົມສົງເຄາະຕາມພາລະບົດບາດຂອບເຂດຄວາມຮັບຜິດຊອບຕາມລະບຽບການ ແລະ ກົດໝາຍຕື່ມໃສ່ອີກ, ໃນນັ້ນໃນມາດຕາ33 ມາດຕະຖານ ແລະ ເງື່ອນໄຂຂອງນັກສັງຄົມສົງເຄາະບຸກຄົນທີ່ຈະເປັນນັກສັງຄົມສົງເຄາະ ຕ້ອງມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນຄື:ເປັນຄົນສັນຊາດລາວ,ມີອາຍຸແຕ່ 23 ປີ ຂຶ້ນໄປ ສໍາລັບນັກສັງຄົມສົງເຄາະອາຊີບ, 18 ປີຂຶ້ນໄປ ສໍາລັບນັກສັງຄົມສົງເຄາະເຄິ່ງອາຊີບ,ມີຄຸນສົມບັດ, ຈັນຍາບັນ, ຈັນຍາທໍາ, ຄວາມບໍລິສຸດສັດຊື່ ຕໍ່ອາຊີບ, ປະຊາຊົນ ແລະ ປະເທດຊາດ,ມີລະດັບການສຶກສາດ້ານສັງຄົມສົງເຄາະ ຫຼື ການສຶກສາສາຂາອື່ນທີ່ກ່ຽວຂ້ອງ ໃນຊັ້ນປະລິນຍາຕີ ຂຶ້ນໄປ ສໍາລັບນັກສັງຄົມສົງເຄາະອາຊີບ ແລະ ມີປະສົບການດ້ານວຽກງານສັງຄົມສົງເຄາະ ຢ່າງໜ້ອຍສອງປີ,ມີລະດັບການສຶກສາທົ່ວໄປຊັ້ນໃດໜຶ່ງ ແລະ ຜ່ານການຝຶກອົບຮົມດ້ານສັງຄົມສົງເຄາະ ຢ່າງເປັນລະບົບ ສໍາລັບນັກສັງຄົມສົງເຄາະເຄິ່ງອາຊີບ, ບໍ່ເຄີຍຖືກລົງວິໄນ ຫຼື ລົງໂທດທາງອາຍາ ຍ້ອນການກະທໍາຜິດໂດຍເຈດຕະນາ,ມີສຸຂະພາບດີ ແລະ ມາດຕາ 34 ມາດຕະຖານ ແລະ ເງື່ອນໄຂຂອງນັກສັງຄົມສົງເຄາະ ສໍາລັບຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ມີຈຸດປະສົງສະໝັກເປັນນັກສັງຄົມສົງເຄາະ ຢູ່ ສປປ ລາວ ນອກຈາກມີມາດຕະຖານ ແລະ ເງື່ອນໄຂ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 33 ແຕ່ ຂໍ້ 2 ຫາ ຂໍ້ 7 ຂອງກົດໝາຍສະບັບນີ້ແລ້ວ ຍັງຕ້ອງມີ ມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:ໄດ້ຮັບອະນຸຍາດ ໃຫ້ເຂົ້າມາເຄື່ອນໄຫວ ແລະ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ ຫຼື ມີ ບ່ອນຢູ່ຖາວອນ ຢູ່ ສປປ ລາວ,ຮູ້ພາສາ ແລະ ວັດທະນະທໍາລາວດີ. ໃນ ສອງມາດຕາດັ່ງກ່າວຢາກໃຫ້ເອົາເຂົ້າກັນໄດ້ບໍ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ