![]() |
ທ່ານ ບຸນຈັນ ສີວົງພັນ ໄດ້ຍົກໃຫ້ເຫັນສິດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການເປັນຕົວແທນ ຂອງປະຊາຊົນ; ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ແລະ ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຄັ້ງທີ I ຂອງສະພາແຫ່ງຊາດ ຊຸດທີ X ເພື່ອໃຫ້ປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງຮັບຊາບ. ພ້ອມນີ້ ຍັງໄດ້ຮັບຟັງຄໍາຄິດເຫັນ, ຂໍ້ສະເໜີ, ບັນຫາຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການອັນຈໍາເປັນຂອງປະຊາຊົນໃນທ້ອງຖິ່ນ ເພື່ອນໍາໄປສະເໜີ ແລະ ປຶກສາຫາລື ກັບພາກສ່ວນກ່ຽວຂ້ອງຊອກຫາວິທີແກ້ໄຂໃຫ້ສອດຄ່ອງກັບສະພາບຕົວຈິງ.
ການລົງພົບປະໃນຄັ້ງນີ້, ແມ່ນການລົງຮາກຖານ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ເປັນການສ້າງຄວາມໃກ້ຊິດ ກັບປະຊາຊົນ, ສ້າງໂອກາດໃຫ້ປະຊາຊົນໄດ້ສະແດງຄໍາຄິດຄໍາເຫັນ ເພື່ອປະກອບສ່ວນພັດທະນາປະເທດຊາດ ກໍຄື ທ້ອງຖິ່ນຕົນໃຫ້ນັບມື້ຈະເລີນກ້າວຂຶ້ນຢ່າງບໍ່ຢູດຢັ້ງ.
ຂ່າວ: ສັນຍາ

ຄໍາເຫັນ