ສສຊ ແລະ ສສຂ ແຂວງຈຳປາສັກ ພົບປະພະນັກງານຫຼັກແຫຼ່ງໃນເມືອງໂຂງ

ສສຊ ແລະ ສສຂ ແຂວງຈຳປາສັກ ພົບປະພະນັກງານຫຼັກແຫຼ່ງໃນເມືອງໂຂງ
ວັນທີ 8 ກຸມພາ 2024 ນີ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຈໍາປາສັກ ໄດ້ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ກໍຄືພະນັກງານຫຼັກແຫຼ່ງໃນທົ່ວເມືອງ, ກຳລັງປະກອບອາວຸດ, ນັກຮຽນນັກສຶກສາ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານຫັນລົງກໍ່ສ້າງຮາກຖານຂອງແຂວງປະຈຳເມືອງ, ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ທີ່ສະໂມສອນຂອງເມືອງ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີທ່ານ ມະນີວົງ ແສນລາດ ສສຊ ຄະນະປະຈຳສະພາແຂວງຈຳປາສັກ ທັງເປັນປະທານກຳມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ສສຂ.
ໂອກາດນີ້. ທ່ານ ຄໍາສິງ ບຸນຈະເລີນ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆໂຂງ ໄດ້ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ກໍຄືປີ 2023 ໂດຍສັງເຂບ. ພ້ອມດຽວກັນ ທ່ານ ຮອງເຈົ້າເມືອງ ຍັງໄດ້ສະເໜີຕໍ່ ສສຊ ແລະ ສສຂ ເປັນຕົ້ນ: ສະເໜີຂໍເພີ່ມແຜນລາຍຈ່າຍງົບປະມານຮ່ວງບໍລິຫານ ແລະ ດັດສົມສູງກວ່າເກົ່າ. ສະເໜີ ປັບປຸງກອງທຶນທານຸເຄາະ ຂອງກໍາມະບານ ເພື່ອໃຫ້ຜູ້ເສຍຊີວິດໄດ້ຮັບນະໂຍບາຍສູງກວ່າເກົ່າ, ສະເໜີ ກໍ່ສ້າງຝາຍນໍ້າລົ້ນ ຢູ່ກຸ່ມໂສດ ເພື່ອຮັບໃຊ້ເຂົ້າໃນການປູກຝັງ-ລ້ຽງສັດ ແລະ ສະເໜີ ເພີ່ມເງິນຄ່າຄອງຊີບພະນັກງານ-ລັດຖະກອນ ໃຫ້ເໝາະສົມກັບສະພາບເສດຖະກິດ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ) 

ຄໍາເຫັນ

ຂ່າວການເມືອງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ່ 6 ພຶດສະພາຜ່ານມາ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍເປັນປະທານຂອງ ທ່ານ ຄຳຄ່ອງ ພົມມະປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ເພີ່ມເຕີມ