ສສຊ ແລະ ສສນວ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງເມືອງສີໂຄດຕະບອງ

ສສຊ ແລະ ສສນວ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງເມືອງສີໂຄດຕະບອງ
ໃນວັນທີ 19 ມັງກອນນີ້ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງທີ1 ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ປະ ກອບມີ ທ່ານ ເກດແກ້ວ ສີຫາລາດ ສະມາຊິກສະພາຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ຮອງປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະ ພາແຫ່ງຊາດ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນ ນວ ປະຈຳ ເຂດເລືອກຕັ້ງເມືອງສີໂຄດຕະບອງ, ໄດ້ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາ ຊົນ ນວ ຊຸດທີ IIທີ່ຫ້ອງວ່າການປົກຄອງເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ ຊຶ່ງມີ ບັນດາຫ້ອງການ ແລະ ພະນັກງານອ້ອມຂ້າງຫ້ອງວ່າການປົກຄອງເມືອງເຂົ້າຮ່ວມ.
ການລົງພົບຄັ້ງນີ້ ສສຊ ແລະ ສສ ນວໄດ້ຮັບຟັງການລາຍງານສະພາບລວມ ຂອງເມືອງ ໂດຍຫຍໍ້ໃນໄລຍະ 1ປີຜ່ານມາສະເໜີ ໂດຍ ທ່ານ ທົງ ຫົດທິລາດ ຮອງ ເຈົ້າເມືອງສີໂຄດຕະບອງໄດ້ຍົກໃຫ້ເຫັນວ່າ:ອົງການປົກຄອງເມືອງພວກເຮົາໄດ້ຕັ້ງໜ້າເອົາໃຈໃສ່ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ,ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ດ້ວຍການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງທີ່ໄດ້ກຳນົດໄວ້ດ້ວຍຄວາມຮັບຜິດຊອບສູງ,ປະຕິບັດຕາມແຜນ ແລະ ບັນດາໜ້າວຽກຈຸດສຸມທີ່ໄດ້ກຳນົດໄວ້ ໂດຍສະເພາະວຽກ ແຜນການ ແລະ ການລົງທຶນໄດ້ຮັບອະນຸມັດງົບປະມານຊຳລະໂຄງການລົງທຶນຂອງລັດ ສົກ ປີ 2023 ບ້ວງປົກກະຕິມີ 19 ໂຄງການມູນຄ່າທັງໝົດ 2 ຕື້ກວ່າກີບ,ໃນນັ້ນຊຳລະໄດ້ 100% ມີ 2 ໂຄງການ,ໄດ້ຮັບອະນຸມັດງົບປະມານບ້ວງເກີນແຜນ ສົກປີ 2022 ແຕ່ໄດ້ຮັບອະນຸມັດ ປີ 2023 ລວມມູນຄ່າທັງໝົດ 3 ຕື້ກວ່າກີບ,ໂຄງການທີ່ຍັງສືບຕໍ່ຈັດຕັ້ງປະຕິບັດມີ 5 ໂຄງການ,ໄດ້ຮັບທຶນຊ່ວຍເຫຼືອ1 ໂຄງການ,ປັດຈຸບັນແມ່ນກໍ່ສ້າງສຳ ເລັດ 100% ແລະໄດ້ມອບໃຫ້ນຳໃຊ້ແລ້ວ ໃນຂະນະດຽວກັນ ປີ 2024ໄດ້ສົ່ງແຜນສະເໜີໂຄງການລົງທຶນຂອງລັດໃຫ້ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ 17 ໂຄງການ.
ຈາກນັ້ນ, ສສຊ ແລະ ສສ ນວໄດ້ຜັດປ່ຽນກັນເຜີຍແຜ່ ຜົນສຳເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສຳເລັດກອງປະຊຸມ ສະພາປະຊາຊົນ ນວ ຊຸດທີ IIໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນສຳຄັນ ຂອງສອງກອງປະຊຸມດັ່ງກ່າວ, ໃນນັ້ນ ສສຊ ແລະ ສສ ນວ ໄດ້ຮັບຟັງຄຳຄິດເຫັນ ແລະ ຄຳສະເໜີ ຂອງຜູ້ເຂົ້າຮ່ວມໂດຍສະເພາະກ່ຽວກັບວຽກງານການພັດທະນາເສດຖະກິດ ແລະ ສັງຄົມຂອງເມືອງ ພ້ອມທັງສະເໜີການແກ້ໄຂບັນຫາຕ່າງໆ,ຕໍ່ຄຳສະເໜີດັ່ງກ່າວ ສສຊ ແລະ ສສ ນວ ໄດ້ຮັບເອົາຄຳເຫັນ ແລະ ຄຳສະເໜີເພື່ອນຳໄປສະເໜີຕໍ່ໃຫ້ພາກສ່ວນກ່ຽວຂ້ອງນໍາໄປຄົ້ນຄວ້າພິຈາລະນາແລ້ວກ້າວໄປສູ່ການປັບປຸງ,ແກ້ໄຂ ແລະ ຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານ. 
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ