ສສຊ ປະກອບຄຳເຫັນ ໃສ່ບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ

ສສຊ ປະກອບຄຳເຫັນ ໃສ່ບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ
ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນໃສ່ບົດລາຍງານວຽກງານພົ້ນເດັ່ນກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ, ການຈັດຕັ້ງແຜນປີ 2023 ແລະ ທິດທາງ 2024, ແຜນງົບປະມານ ແລະ ແຜນການເງິນ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ ນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສະ ເໜີໃຫ້ລັດຖະບານເລັ່ງປັບປຸງແກ້ໄຂ, ຄຸ້ມຄອງລາຄາສິນຄ້າ, ກຳນົດໂຄງສ້າງລາຄາສິນຄ້າ ເປັນຕົ້ນ, ລາຄາເຂົ້າ, ຊີ້ນງົວ, ຄວາຍ, ໝູ, ໄຂ່  ທີ່ສາມາດຜະລິດຢູ່ພາຍໃນປະເທດໃຫ້ມີຄວາມຊັດເຈນເໝາະສົມ, ມີລາຄາເປັນເອກະພາບ, ຫຼີກລ່ຽງການນຳເຂົ້າສິນຄ້າ, ອັນໃດທີ່ສາມາດຜະລິດໄດ້ຢູ່ພາຍໃນ;
ລັດຖະບານ ຕ້ອງສຸມໃສ່ຊຸກຍູ້ສົ່ງເສີມ, ຄວນມີນະໂຍບາຍເພື່ອເຮັດໃຫ້ການຜະລິດມີຕົ້ນທຶນຕໍ່າລົງ ລວມເຖິງການເຂົ້າເຖິງແຫຼ່ງທຶນ ໃຫ້ມີຄວາມສະດວກສະບາຍ ໂດຍສະເພາະຕ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ທົດແທນການນຳເຂົ້າ, ໄປພ້ອມກັບການຜະລິດເພື່ອສົ່ງອອກ.
ຄຽງຄູ່ກັບບັນຫາລາຄາສິນຄ້າ ກໍແມ່ນບັນຫາອັດຕາເງິນເຟິ້, ອັດຕາແລກປ່ຽນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ ເພື່ອເຮັດໃຫ້ສະພາບການດັ່ງກ່າວ, ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໃຫ້ຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ຕ້ອງຜ່ານລະບົບທະນາຄານ, ລັດຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບໍລິສັດໃດ ທີ່ນຳເຂົ້າ-ສົ່ງອອກ ໂດຍບໍ່ຜ່ານລະບົບທະນາຄານຕ້ອງໃສ່ລະບຽບຢ່າງເດັດຂາດ ເພື່ອເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ເປັນເອກະພາບກັນໃນທົ່ວປະເທດ.
 ຂ່າວ:ບຸນຕອມ

ຄໍາເຫັນ

ຂ່າວການເມືອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ວັນທີ 13 ພຶດສະພານີ້, ທ່ານ ກົງແກ້ວ ມີວໍລະຈັກ ຄະນະປະຈໍາສະພາປະຊາຊົນແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍໃນຂົງເຂດເສດຖະກິດ ຢູ່ເມືອງໄຊພູທອງ.
ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ໃນວັນທີ 13 ພຶດສະພານີ້, ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງທົ່ວ​ປະ​ເທດປະ​ຈໍາປີ 2024 ແລະ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ; ມີຄະນະພັກ, ຄະນະນຳ, ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ບໍລິການຕົົວເມືອງວຽງຈັນ (ຄບຕ) ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ໄຂຂຶ້ນໃນວັນທີ 12 ພຶດສະພານີ້, ທີ່ສະໂມສອນຫ້ອງວ່າການແຂວງ,ໂດຍການເປັນປະທານກິດມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ສະມາຊິກພັກ ແລະ ແຂກຖືກເຊີນຈາກພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ເພີ່ມເຕີມ