ສສຊ ປະກອບຄຳເຫັນໃສ່ກົດໝາຍວ່າ​ດ້ວຍ​ການ​ປົກຄອງທ້ອງຖິ່ນ

ສສຊ ປະກອບຄຳເຫັນໃສ່ກົດໝາຍວ່າ​ດ້ວຍ​ການ​ປົກຄອງທ້ອງຖິ່ນ

ສສຊ ປະກອບຄຳເຫັນໃສ່ກົດໝາຍວ່າ​ດ້ວຍ​ການ​ປົກຄອງທ້ອງຖິ່ນ
ພາຍຫຼັງ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີ ກະຊວງພາຍໃນ ໄດ້ສະເໜີ ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ຕໍ່ ກອງປະຊຸມ ສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 18 ມີນານີ້,ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ

 ຮອງປະທາສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວໃຫ້ມີຄວາມຖືກຕ້ອງ,ຮັດກຸມເພື່ອນຳໄປຈັດຕັ້ງປະຕິບັດໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ໃນຂະນະດຽວກັນ ສະມາຊິກສະພາແຫ່ງຊາດໄດ້ລົງເລິກບາງມາດຕາກ່ຽວກັບສິດ ແລະ ໜ້າທີ່ ຂັ້ນຕາແສງ.

ທ່ານ ສີຄຳ ບຸນມີໄຊ ສະມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 8 ແຂວງຫົວພັນ ມີຄຳເຫັນໃນມາດຕາ 65 ວ່າດ້ວຍສິດ ແລະ ໜ້າທີ່ຂອງຕາແສງຊຶ່ງເບິ່ງໜ້າທີ່ຂອງຕາແສງໃນມາດຕາດັ່ງກ່າວແມ່ນຄົບຖ້ວນ,ແຕ່ຢູ່ໃນ ຂໍ້ທີ12 ທີ່ວ່າແກ້ໄຂຄຳສະເໜີ, ສຶກສາອົບຮົມ ແລະ ໄກ່ເກ່ຍຂໍ້ຂັດແຍ່ງຂອງ ປະຊາຊົນພາຍໃນຕາແສງ ຖ້າຂຽນແບບນີ້ ບ້ານບໍ່ມີຄວາມຮັບຜິດຊອບຫຍັງເລີຍໝາຍວ່າທຸກຂໍ້ຄັດແຍ່ງແມ່ນຂຶ້ນກັບຕາແສງ,ສະນັ້ນໜ້າທີ່ຂອງຕາແສງຈະໜັກໜ່ວງ,ໃນທັດສະນະຂ້າພະເຈົ້າ ຢາກໃຫ້ຂຽນວ່າ ແກ້ໄຂຄຳສະເໜີ, ສຶກສາອົບຮົມ ໄກ່ເກ່ຍຂໍ້ຄັດແຍ່ງຂອງປະຊາຊົນໃນບ້ານຂອບເຂດຕາແສງຕ້ອງໃຫ້ຂຽນຈະແຈ້ງ ເພື່ອເຮັດໃຫ້ຜູ້ຈັດຕັ້ງປະຕິບັດມີຄວາມເຂົ້າໃຈ,ໃນຂະນດຽວກັນສະເໜີໃຫ້ຄະນະຮັບຜິດຊອບຢາກໃຫ້ຂຽນຕື່ມອີກຂໍ້ໜຶ່ງວ່າຕາແສງມີໜ້າທີ່ແນວໃດຢາກໃຫ້ເວົ້າລະອຽດ ແລະ ຈະແຈ້ງຊຶ່ງໃນຂັ້ນບ້ານຈະມາປ່ຽນເປັນການຈັດຕັ້ງຊຸມຊົນ,ແຕ່ຄຳວ່າຊຸມຊົນມັນມີຄົບທຸກວົງຈອນ,ການມາປ່ຽນເປັນການຈັັດຕັ້ງຊຸມຊົນຄືວ່າບໍ່ໜັກແໜ້ນ ແລະ ເບົາບາງ,ໃນຂະນະດຽວກັນຖ້າມາປ່ຽນ ເປັນອົງການຈັດຕັ້ງຊຸມຊົນ ສະນັ້ນນະໂຍບາຍ ຈະທໍ່ເກົ່າ ຫຼື ສູງຂຶ້ນກວ່າເກົ່າ,ເຫັນວ່າຫຼາຍບ້ານຜ່ານການລົງຕິດຕາມກວດກາເບິ່ງສະພາບ ເຫັນວ່ານາຍບ້ານມີຄວາມທໍ້ຖອຍ ເພາະວ່ານະໂຍບາຍຍັງຕໍ່າ ຊຶ່ງນະໂຍບາຍ 300.000 ກີບຕໍ່ເດືອນ, ຕໍ່ບັນຫາດັ່ງກ່າວ ກໍໄດ້ສະເໜີ ຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອສະເໜີຕໍ່ລັດຖະບານ ເພີ່ມນະໂຍບາຍໃຫ້ນາຍບ້ານ, ເພາະນາຍບ້ານເປັນຜູ້ເຮັດວຽກໜັກກວ່າຂົງເຂດອື່ນ,ສຳລັບຕາແສງຍັງເປັນມະຫາພາກໜຶ່ງແຕ່ອັນທີ່ໜັກນໜ່ວງແມ່ນຂັ້ນບ້ານແຕ່ນະໂຍບາຍຍັງຕໍ່າ ແລະ ຢາກໃຫ້ອະທິບາຍໃນກົດໝາຍດັ່ງກ່າວວ່າການຈັດຕັ້ງຊຸມຊົນຂອງບ້ານມີຄວາມໝາຍແນວໃດ ຖ້າຫາກເວົ້າຢູ່ໃນກົດໝາຍຈະມີຄວາມໜັກແໜ້ນກວ່າຕິນິກຳ ແລະ ບັນຫາໜ້າທີ່ຂອງຕາແສງໃນການຊີ້ນຳ-ນຳພາໃນການຈັດຕັ້ງຊຸມຊົນບ້ານ ກໍຕ້ອງໃຫ້ອະທິບາຍລະອຽດເຊັ່ນກັນ.

ທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຄຳເຫັນໃນມາດຕາ 6 ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແມ່ນສະເໜີ 2 ຈຸດ ອັນທີໜຶ່ງ ການສ້າງຕັ້ງ ແລະ ຍົກເລີກບ້ານ ແລະ ກຳນົດເຂດຂອງຕາແສງ, ເນື່ອງຈາກວ່າຢູ່ໃນລັດຖະທຳມະນູນ ຢູ່ໃນມາດຕາ 71ຊຶ່ງສິດ ແລະ ໜ້າທີ່ ຂອງລັດຖະບານຢູ່ໃນຂໍ້ 7 ໄດ້ກໍານົດວ່າລັດຖະບານກໍ ມີສິດໃນຂອບເຂດແຂວງ,ເມືອງ ແຕ່ໃນມາດ 88 ຂອງລັດຖະທຳມະນູນກໍບໍ່ໄດ້ອອກວ່າສິດ ແລະ ໜ້າທີ່ຂອງອົງການປົກຄອງທ້ອງຖິ່ນຕ້ອງຮັບຜິດຊອບ ແລະ ອີກຈຸດໜຶ່ງໃນມາດຕາດັ່ງກ່າວ ໂດຍສະເພາະໃນຂໍ້ທີ 9 ການສະຫຼຸບລາຍງານ ການຈັດຕັ້ງປະຕິບັດໜ້າທີ່ຂອງຕົນລວມທັງສະພາບວຽກງານຮອບດ້ານຢູ່ໃນທ້ອງຖິ່ນໃຫ້ຂັ້ນເທິງເປັນປົກກະຕິ ຢາກໃຫ້ປ່ຽນຄຳວ່າຂັ້ນເທິງອອກໃຫ້ໃສ່ວ່າໃຫ້ລັດຖະບານ ຫຼື ວ່າສະພາຂັ້ນທ້ອງຖິ່ນ ແລະ ໃນມາດຕາ 31 ສິດໜ້າທີ່ຂອງຄະນະກຳມະການປົກຄອງທ້ອງຖິ່ນ ກໍຕ້ອງໄດ້ໃສ່ເຊັ່ນກັນ ເພື່ອຄວາມຈະແຈ້ງ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ