ສສຊ ສະເໜີ ໃຫ້ເລັ່ງແກ້ໄຂບັນຫາລາຄາໄຟຟ້າ ທີ່ເພີ່ມສູງຂຶ້ນ

ສສຊ ສະເໜີ ໃຫ້ເລັ່ງແກ້ໄຂບັນຫາລາຄາໄຟຟ້າ ທີ່ເພີ່ມສູງຂຶ້ນ

ສສຊ ສະເໜີ ໃຫ້ເລັ່ງແກ້ໄຂບັນຫາລາຄາໄຟຟ້າ ທີ່ເພີ່ມສູງຂຶ້ນ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັດ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໄດ້ສືບຕໍ່ວາລະການປະກອບຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນ ຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ.
ສສຊ ສະເໜ ໃຫເລງແກໄຂບນຫາລາຄາໄຟຟາ ທເພມສງຂນ - image 1
 

 

ການປະກອບຄໍາເຫັນຂອງ ສສຊ ໃນວາລະດັ່ງກ່າວນີ້, ສສຊ ຫຼາຍທ່ານ ຕາງກໍໄດ້ລົງເລິກໃນຫຼາຍບັນຫາ ໂດຍສະເພາະບັນຫາເຄັ່ງຮ້ອນທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລວມເຖິງພະນັກງານ, ທະຫານ, ຕໍາຫຼວດ ແລະ ບັນດາທຸລະກິດຕ່າງໆ ນັ້ນກໍຄືບັນຫາລາຄາໄຟຟ້າ ທີ່ເພີ່ມຂຶ້ນໃນທຸກເດືອນ ຊຶ່ງໃນນີ້ມີ ທ່ານ ໄຊຍະເດດຜຸຍຍະວົງ ສສຊ ປະຈຳເຂດເລືອກຕັ້ງ13 ແຂວງສະຫວັນນະເຂດ ໄດ້ປະກອບຄໍາເຫັນ ໂດຍເນັ້ນໃສ່ການປະຕິຮູບລັດວິສາຫະກິດ ຊຶ່ງຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນບັນຫານີ້ກຳລັງສົ່ງຜົນກະທົບຕໍ່ຊີວິດສັງຄົມຂອງປວງຊົນລາວທັງຊາດ; ທ່ານ ໄຊຍະເດດຜຸຍຍະວົງໄດ້ກ່າວວ່າ:ຕໍ່ກັບບັນຫາທີ່ຕິດພັນກັບການປະຕິຮູບລັດວິສາຫະກິດສະເໜີໃຫ້ເລີ່ມຈາກມາດຕະການຮັດສາຍແອວພາຍໃນບໍລິສັດເສຍກ່ອນ, ການປະຕິບັດລະບອບອຸດໜູນນະໂຍບາຍຕ່າງໆພາຍໃນຄວນໃຫ້ສົມເຫດສົມຜົນໃນສະພາບທີ່ວິສາຫະກິດຍັງຂາດທຶນບໍ່ໃຫ້ແຕກໂຕນກັບພະນັກງານລັດເກີນໄປ. ສຳລັບລັດວິສາຫະກິດໄຟຟ້າລາວຄວນໃຫ້ເບິ່ງຄືນພາກລາຍຈ່າຍອັນໃດພໍຕັດຮອນລົງໄດ້ກໍຄວນຕັດລົງເພື່ອຫຼີກລ້ຽງຄວາມແບກຫາບຂອງສັງຄົມກ່ຽວກັບການຂຶ້ນລາຄາກະແສໄຟຟ້າກໍຄວນພິຈາລະນາຄືນເນື່ອງຈາກສົ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນແລ້ວຍັງສົ່ງຜົນກະທົບຕໍ່ພາກທຸລະກິດເປັນຕົ້ນເພີ່ມຕົ້ນທຶນການຜະລິດສົ່ງຜົນໃຫ້ລາຄາສິນຄ້າຜະລິດພາຍໃນຈະຖີບຕົວຂຶ້ນສູງໂດຍສະເພາະຫົວໜ່ວຍທຸລະກິດທີ່ບໍ່ສາມາດຄົງຕົວຢູ່ໄດ້ກໍຈະສົ່ງຜົນຕໍ່ຖານລາຍຮັບງົບປະມານ.

ສສຊ ສະເໜ ໃຫເລງແກໄຂບນຫາລາຄາໄຟຟາ ທເພມສງຂນ - image 2
 

ໃນວາລະດຽວກັນ, ທ່ານ ນາງ ມີນາພອນໄຊສົມພູສສຊປະຈຳເຂດເລືອກຕັ້ງ 17ແຂວງອັດຕະປື ກໍໄດ້ປະກອບຄໍາເຫັນວ່າ: ເຖິິງອັດຕາເງິນເຟີ້ສະເລ່ຍ 5ເດືອນຕົ້ນປີຢູ່ໃນລະດັບ11.76% ກໍຕາມແຕ່ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ, ຜົນຜະລິດຂອງປະຊາຊົນຫຼຸດລົງ, ຄ່າໄຟຟ້າຍັງສືບຕໍ່ສູງຂຶ້ນ ຊຶ່ງສົ່ງຜົນກະທົບຕໍ່ຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ;ສະເໜີໃຫ້ລັດຖະບານເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນເນື່ອງຈາກບັນຫາດັ່ງກ່າວແມ່ນຕິດພັນກັບການດຳລົງຂອງປະຊາຊົນແທ້ໆ.

ການສະເໜີໃຫ້ແກ້ໄຂບັນຫາລາຄາໄຟຟ້າທີ່ເພີ່ມສູງຂຶ້ນ ໄດ້ມີສສຊ ຫຼາຍທ່ານ ທີ່ໄດ້ສະເໜີຊຶ່ງໄດ້ເລີ່ມຕົ້ນໃນການປະກອບຄໍາເຫັນຂອງ ສສຊ ໃນວັນທີ 9 ມິຖຸນາຜ່ານມານີ້ ຊຶ່ງໃນນີ້ ກໍມີ ທ່ານ ມາຍຟອງ ມາຍຊາຍ ສສຊ ເຂດເລືອກຕັ້ງ 12 ແຂວງຄໍາມ່ວນ, ຊຶ່ງທ່ານ ໄດ້ກ່າວວ່າ: ເຖິງວ່າອັດຕາການເຕີບໂຕດ້ານເສດຖະກິດໃນໄຕມາດທີ1 ຂອງປີ2025ແມ່ນສູງເຖິງ4.5%ແລະອັດຕາເງິນເຟີ້ຫຼຸດລົງເລື້ອຍໆຈາກ24.77%ໃນໄລຍະດຽວກັນຂອງປີ2024 ລົງເປັນ11,1%ໃນປີ2025,ແຕ່ປະກົດວ່າຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າຍັງຫຍຸ້ງຍາກຝືດເຄືອງ, ລາຄາສິນຄ້າທຸກຢ່າງນັບມື້ແພງຂຶ້ນເລື້ອຍໆລວມທັງຄ່າໄຟຟ້າກໍແພງຂຶ້ນບໍ່ສົມຄູ່ກັບລາຍຮັບແລະລາຄາໄຟຟ້າຍັງມີທ່າອ່ຽງວ່າຈະເພີ່ມຂຶ້ນໄປເລື້ອຍໆໃນແຕ່ລະເດືອນ. ສະນັ້ນ, ສະເໜີໃຫ້ລັດຖະບານພິຈາລະນາເບິ່ງວ່າເປັນຫຍັງຈຶ່ງເປັນແນວນີ້ (ເສດຖະກິດມີການເຕີບໂຕ, ໄພເງີນເຟີ້ຫຼຸດລົງແຕ່ປະຊາຊົນຍັງພົບກັບຄວາມຫຍຸ້ງຍາກດ້ານການດຳລົງຊີວິດອັນເນື່ອງມາຈາກລາຄາສິນຄ້າແລະຄ່າໄຟທີ່ແພງຂຶ້ນເລື້ອຍໆ).ສຳລັບແຜນປະຕິຮູບລັດວິສະຫະກິດຂອງລັດຖະບານທີ່ກຳລັງສຸມໃສ່ປັບປຸງ4ລັດວິສະຫະກິດໃຫຍ່ເປັນຕົ້ນລັດວິສະຫະກິດໄຟຟ້າລາວ, ການບິນລາວ, ນໍ້າມັນເຊື້ອໄຟລາວແລະທະນະຄານນະໂຍບາຍສະເໜີໃຫ້ລັດຖະບານປະເມີນແລະສະຫຼຸບເປັນລາຍລັກອັກສອນເບິ່ງວ່າຜົນຂອງການປະຕິຮູບລັດວິສະຫະກິດໄຟຟ້າລາວທີ່ເລີ່ມຕົ້ນມາແຕ່ປີ2022 ເປັນຕົ້ນມານັ້ນມີຜົນສໍາເລັດຄືແນວໃດ?ໄດ້ຊ່ວຍປະຢັດລາຍຈ່າຍແລະສ້າງລາຍຮັບທີ່ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຫຼາຍປານໃດ?.

(ຂ່າວ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ