ສສຊ ສະເໜີ ລັດຖະບານວາງມາດຕະການເຂັ້ມງວດຕໍ່ການບໍລິການດ່ານທ່າບົກ 

ສສຊ ສະເໜີ ລັດຖະບານວາງມາດຕະການເຂັ້ມງວດຕໍ່ການບໍລິການດ່ານທ່າບົກ 
ບັນດາສະມາຊິສະພາແຫ່ງຊາດ(ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 3 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ສັນຍາ ປະເສີດ ສສຊ ເຂດເລກຕັ້ງທີ 13 ແຂວງສະຫວັນນະເຂດ ມີບາງຄຳເຫັນວ່າ: ກ່ອນອື່ນສະແດງຄວາມຊົມເຊີຍຕໍ່ລັດຖະບານທີ່ສາມາດປະຕິບັດໄດ້ຕໍ່ວຽກງານດັ່ງກ່າວໃນຕະຫຼອດໄລຍະຜ່ານມາ ແຕ່ມີຄຳເຫັນຕື່ມໂດຍສະເພາະທ່າແຮງການໃນການເຊື່ອມຈອດ-ເຊື່ອມໂຍງ ຍັງຂັດກັນຢູ່ໂດຍສະເພາະດຳລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນ, ທາງທ່າບົກ ແລະ ກົດໝາຍພາສີ ຈະອຳນວຍຄວາມສະດວກແນວໃດໃຫ້ສິນຄ້າສົ່ງອອກຜ່ານດ່ານດັ່ງກ່າວມີຄວາມສະດວກ. ສະເໜີໃຫ້ລັດຖະບານວາງມາດຕະະການ, ມາດຕະຖານການການບໍລິການຕ່າງໆເຂັ້ມງວດ ເພື່ອເຮັດແນວໃດໃຫ້ດ່ານທ່າບົກດີຂຶ້ນ ພ້ອມໃຫ້ຮີບຮ້ອນປັບປຸງບັນດາເອກະສານ, ນິຕິກຳທີ່ຂັດຕໍ່ກັບການບໍລິການຕ່າງໆ. ໃນນັ້ນ, ເລື່ອງສິນເຊື່ອໂດຍສະເພາະແຂວງສະຫວັນນະເຂດ ຍັງເຫັນຫຼາຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ, ຕ້ອງການແຫຼ່ງເພື່ອເຂົ້າສູ່ສິນເຊື່ອ. ພ້ອມນັ້ນ, ຢາກຮູ້ວ່າຜູ້ທີ່ປ່ອຍເງິນກູ້ໃຫ້ແກ່ທຸລະກິດຂະໜາດນ້ອຍຂະໜາດກາງຢູ່ໃນແຕ່ລະແຂວງມີຫຼາຍປານໃດແມ່ນບໍລິສັດໃດມີຈຳນວນເທົ່າໃດເພື່ອຈະໄດ້ລົງຕິດຕາມກວດກາການຜະລິດນັ້ນມີແທ້ບໍ, ມີປະສິດທິຜົນຄືແນວໃດ. ສະນັ້ນ, ຈະມີວິທີທາງແນວໃດໃຫ້ວິສາຫະກິດດັ່ງກ່າວໃຫ້ສາມາດເຂົ້າເຖິງເງິນໃຫ້ໄດ້ໃຫ້ລັດຖະບານພິຈາລະນາຕື່ມ. ຄຽງຄູ່ກັນນັ້ນ ສປປ ລາວ ຍັງມີຫຼາຍເຂື່ອນໄຟຟ້ານຳສົ່ງຂາຍອອກໄປຕ່າງປະເທດແຕ່ເງິນຢູ່ຕ່າງປະເທດຫຼາຍ ຄວນໃຫ້ມາຊໍາລະສະສາງຢູ່ພາຍໃນປະເທດ, ຖ້າຫາກໄດ້ເງິນຈາກຕ່າງປະເທດໃນການຂາຍໄຟຟ້ານີ້ ເຊື່ອແນວ່າພວກເຮົາຈະບໍ່ຂາດແຫຼ່ງງົບປະມານການເງິນ, ເງິນຕາຕ່າງປະເທດ ເພື່ອນຳມາຊຳລະສະສາງຕ່າງໆ ແລະ ຂໍໃຫ້ຊໍາລະຜ່ານລະບົບທະນາຄານ. ໃນນັ້ນ, ລັດຖະບານຄວນເຂັ້ມງວດກວດກາສິນຄ້າກ່ອນຈະສົ່ງອອກ ໂດຍໃຫ້ມີການຊໍາລະເງິນກ່ອນ ຈຶ່ງອານຸຍາດໃຫ້ນຳສິນຄ້າສົ່ງອອກໄປຕ່າງປະເທດ. 
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້ທີ່ຫ້ອງປະຊຸມໃຫຍ່ຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກຮອງຫົວໜ້າຫ້ອງວ່າການສູນກາງພັກປະທານສະຫະພັນກໍາມະບານ ຫສພ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນວັນທີ່ 6 ພຶດສະພາຜ່ານມາ ທີ່ຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍເປັນປະທານຂອງ ທ່ານ ຄຳຄ່ອງ ພົມມະປັນຍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.

ເພີ່ມເຕີມ