ສສຊ ສະເໜີໃຫ້ສານ ແລະ ໄອຍະການ ແນະນໍາການເຊື່ອມຊຶມນິຕິກຳກ່ຽວຂ້ອງໃຫ້ຄົບຖ້ວນ ພ້ອມສະເໜີໃຫ້ນໍາໃຊ້ AI ມາເປັນເຄື່ອງມືຊ່ວຍວຽກ

ສສຊ ສະເໜີໃຫ້ສານ ແລະ ໄອຍະການ ແນະນໍາການເຊື່ອມຊຶມນິຕິກຳກ່ຽວຂ້ອງໃຫ້ຄົບຖ້ວນ ພ້ອມສະເໜີໃຫ້ນໍາໃຊ້ AI ມາເປັນເຄື່ອງມືຊ່ວຍວຽກ
ວາລະພາກເຊົ້າຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກນີ້, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ວຽງໄຊ ສີວິໄລ ສສຊ ເຂດ 9 ແຂວງຊຽງຂວາງ ກ່າວວ່າ: ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນມີຜົນສຳເລັດຫຼາຍດ້ານ. ອັນພົ້ນເດັ່ນ ແມ່ນບັນດາໂຄງການ, ແຜນງານຕ່າງໆຂອງສານ ກໍຄືຂອງອົງການໄອຍະການ ບັນລຸຄາດໝາຍ ແລະ ລື່ນຄາດໝາຍ ຕາມມະຕິຂອງສະພາແຫ່ງຊາດຮັບຮອງ, ແຕ່ສູນກາງຮອດທ້ອງຖິ່ນ ນັບມື້ກໍໄດ້ມີບາດກ້າວໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ. ແນ່ນອນໃນວຽກງານນັ້ນ, ກໍມີບາງອັນທີ່ຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນໃນການຕິດຕາມ, ກວດກາຂອງອົງການໄອຍະການ ຊຶ່ງມີການປະຕິບັດຄໍາຕັດສິນຂອງສານ ແລະ ໃນໄລຍະຜ່ານມາເຖິງປັດຈຸບັນ ຈໍານວນທັງໝົດທີ່ລະບຸໃນບົດສະຫຼຸບ ມີ 47.254 ເລື່ອງ ຊຶ່ງ 2 ປີຜ່ານມາ ປະຕິບັດໄດ້ 5.200 ເລື່ອງ ເທົ່າກັບ 11%; ໃນຈໍານວນນັ້ນ, ມີຄະດີແພງ 13.911 ເລື່ອງ (ໃນຈໍານວນ 47.254 ເລື່ອງ) ປະຕິບັດໄດ້ 2.948 ເລື່ອງ ຊຶ່ງຖືວ່າປະຕິບັດໄດ້ໜ້ອຍຫຼາຍ. ສະນັ້ນ, ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ຈະມີວິທີໃດຕື່ມ ຂໍໃຫ້ປຶກສາຫາລືທັງ 4 ພາກສ່ວນທີ່ກ່ຽວຂ້ອງ (ສານປະຊາຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທໍາ) ມີທິດທາງໃໝ່ຕື່ມ ໃຫ້ປະຕິບັດໄດ້ດີ ແລະ ໄດ້ຫຼາຍກວ່າເກົ່ານັ້ນ ໃນນັ້ນນັບທັງແນະນໍາໃຫ້ບັນດາອົງການໄອຍະການຢູ່ທ້ອງຖິ່ນ ໃນການເອົາສະຖິຕິໃນຄໍາຕັດສິນໃຫ້ຊັດເຊນ; ຢູ່ຂັ້ນທ້ອງຖິ່ນ, ໂຕເລກຢູ່ອົງການໄອຍະການແລະ ໂຕເລກຢູ່ຫ້ອງປະຕິບັດຄໍາຕັດສິນຂອງສານ ຍັງຂ້ອນຂ້າງບໍ່ກົງກັນ; ນອກນີ້, ກໍຢາກໃຫ້ເບິ່ງຕື່ມ ກໍລະນີຄໍາຕັດສິນເຂົ້າກ່ອນພັດປະຕິບັດຕາມຫຼັງ, ກໍລະນີຄໍາຕັດສິນເຂົ້າຕາມຫຼັງ ພັດປະຕິບັດກ່ອນ.
ໂອກາດນີ້, ທ່ານ ວຽງໄຊ ສີວິໄລ ຍັງໄດ້ແລກປ່ຽນບັນຫາໜຶ່ງທີ່ສຳຄັນວ່າ: ໃນການປະຕິບັດພາລະບົດບາດ, ສິດໜ້າທີ່ຂອງສານ ແລະ ອົງການໄອຍະການໃນການວິເຄາະເນື້ອໃນຈິດໃຈຂອງກົດໝາຍ ກັບວິທີການ ກັບເນື້ອໃນຮູບການໃນການລົງຄໍາເຫັນ ຕໍ່ຄະດີ ຫຼື ຕໍ່ການເຮັດວຽກໃຫ້ຈະແຈ້ງຄົບຖ້ວນ. ຜ່ານມາ, ນິຕິກຳຂອງສານສູງ ກໍໄດ້ອອກມາແລ້ວ 15 ສະບັບ ແລະ ຄໍາແນະນໍາອື່ນໆ, ອົງການໄອຍະການປະຊາຊົນສູງສຸດ ແຕ່ 2021-2023 ໄດ້ອອກນິຕິກຳ ຫຼື ຄໍາສັ່ງ, ຄໍາແນະນໍາຕ່າງໆ 49 ສະບັບ ແລະ ອື່ນໆອີກ. ແຕ່ໃນການປະຕິບັດຕົວຈິງ, ການເຜີຍແຜ່ເຊື່ອມຊຶມໃຫ້ຂະແໜງກ່ຽວຂ້ອງທີ່ຮ່ວມວຽກ ກໍຄືຢູ່ຂັ້ນເຂດ ນັບທັງຜູ້ຊີ້ນໍາວຽກງານສານ, ໄອຍະການຂອງແຂວງ, ຂອງເມືອງ ກໍຍັງບໍ່ທັນເຫັນ ບໍ່ທັນຮູ້ ບໍ່ທັນໄດ້ເຊື່ອມຊຶມຄົບຖ້ວນ ທີ່ຕິດພັນກັບການແກ້ໄຂວຽກງານຂອງສານ, ໄອຍະການເຮັດໃຫ້ການປຶກສາຫາລືວຽກ ຫຼື ປຶກສາຫາລືແກ້ໄຂຄະດີ ອື່ນໆ ມີບັນຫາບໍ່ເຂົ້າໃຈກັນ, ແກ່ຍືດແກ່ຍາວເວລາ, ຄວາມເປັນເອກະພາບ ໃນແງ່ການນໍາພາຂອງສານສູງ, ຂອງໄອຍະການຖືວ່າຍັງບໍ່ເຂັ້ມງວດ. ສະນັ້ນສະເໜີໃຫ້ສານປະຊາຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ເພີ່ມທະວີໃນການຊີ້ນໍາ, ແນະນໍາ ໃຫ້ເຊື່ອມຊຶມນິຕິກຳດັ່ງກ່າວໃຫ້ສານ, ໄອຍະການແລະ ພາກສ່ວນກ່ຽວຂ້ອງໃຫ້ກວ້າງຂວາງຕື່ມ.
ພ້ອມດຽວກັນນີ້, ໃນຂອດເຮັດວຽກ ກໍສະເໜີວ່າ: ກ່ອນສານຈະອອກປະເດັນສືບສວນ-ສອບສວນ ເພີ່ມເຕີມໃຫ້ໄອຍະການຫຼື ໄອຍະການຈະອອກປະເດັນສືບສວນ-ສອບສວນເພີ່ມຕື່ມໃຫ້ເຈົ້າໜ້າທີ່ ຫຼື ສານ, ໄອຍະການຈະມີຄໍາສັ່ງ ຍຶດ, ອາຍັດ ຫຼື ເກັບມ້ຽນຊັບຕ່າງໆນັ້ນ ຊຶ່ງໃນໄລຍະພະນັກງານວິຊາການຂອງພວກເຮົາ ບໍ່ທັນເປັນມືອາຊີບ ເປັນຕົ້ນຢູ່ຂັ້ນເຂດ ກໍຢາກໃຫ້ມີກອງປະຊຸມປຶກສາຫາລື, ອະທິບາຍນໍາກັນໃຫ້ຈະແຈ້ງກ່ອນ ຈຶ່ງອອກປະເດັນ ເພາະຜ່ານມາ ເວລາອອກໄປແລ້ວ ກໍມີເຈົ້າໜ້າທີ່ ຫຼື ຜູ້ທີ່ຈະນໍາໄປປະຕິບັດ ຍັງບໍ່ຮູ້ເລື່ອງ ຊຶ່ງນີ້ກໍເປັນສ່ວນໜຶ່ງທີ່ເຮັດໃຫ້ຄະດີ ທີ່ຈະນໍາມາຕັດສິນແກ່ຍືດແກ່ຍາວ. ພ້ອມກັນນີ້, ກໍຍັງມີການຕັດສິນ ການປ່ອຍຕົວກ່ອນກຳນົດ ຊຶ່ງປັດຈຸບັນປະກົດວ່າມີຫຼາຍ. ຕໍ່ບັນຫານີ້, ກໍຢາກໃຫ້ຄໍາຕັດສິນໃຊ້ໄດ້ເດັດຂາດກ່ອນ ຈຶ່ງປ່ອຍ; ສະເໜີໃຫ້ສານສູງ ແລະ ໄອຍະການສູງ ຊີ້ນໍາຕື່ມ ເພາະຢູ່ຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນເຂດ ທີ່ຍັງຖືວ່າບໍ່ທັນເປັນມືອາຊີບເທື່ອ.
ຂະນະທີ່, ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ກໍໄດ້ກ່າວຊົມເຊີມຜົນສຳເລັດທີ່ຜ່ານມາຂອງ ສານປະຊາຊົນສູງສຸດ ແລະ ໄອຍະການປະຊາຊົນສູງສຸດ ພ້ອມນີ້ກໍສະເໜີທິດໃນການແກ້ໄຂບາງຂໍ້ຄົງຄ້າງວ່າ: ໃຫ້ນໍາໃຊ້ AI ຫຼື ປັນຍາປະດິດ ເພາະປັດຈຸບັນເປັນເຄື່ອງມືໜຶ່ງທີ່ຫຼາຍປະເທດໃນໂລກເອົາມາໃຊ້ ແຕ່ນີ້ກໍບໍ່ມາແທນສານໄດ້, ສຸດທ້າຍກໍຍັງແມ່ນຄົນຢູ່ດີ. ແຕ່ນີ້, ສາມາດເປັນເຄື່ອງມືຊອກຫາຂໍ້ມູນ ແລະ ສາມາດວິເຄາະ-ວິໄຈ ເບື້ອງຕົ້ນໂດຍອີງໃສ່ມາດຕາຂອງກົດໝາຍທັງໝົດ ໃຫ້ຜູ້ພິພາກສາ ຫຼື ໃຫ້ວິຊາການວິເຄາະ. ພ້ອມນີ້, ກໍສະເໜີໃຫ້ລອງຄິດນໍາກັນແຕ່ດຽວນີ້ ຫຼື ເຮົາຈະຂຽນແອັບພິເຄຊັນໃດໜຶ່ງ ຫຼື ໂປຣແກຣມ ທີ່ເປັນຜູ້ຊ່ວຍໃນການຊອກຫາຂໍ້ມູນຕ່າງໆ ໃນປະມວນກົດໝາຍຕ່າງໆ, ບາງເທື່ອກົດໝາຍມີເປັນ 100 ຫຼື 200 ກວ່າ ມາດຕາ ຖ້າເຮົາປ້ອນຂໍ້ມູນເຂົ້າ ກໍຈະບອກອອກມາວ່າ ອັນນີ້ໃຫ້ໄປອ່ານເບິ່ງມາດຕານີ້. ປັດຈຸບັນ, ຫຼາຍປະເທດກໍນໍາໃຊ້ ເປັນຕົ້ນ ຈີນ, ສິງກະໂປ, ອົສຕຣາລີ, ການາດາ, ອັງກິດ, ອາເມຣິກາ ແລະ ອື່ນໆ; ພ້ອມນີ້, ບັນດາປະເທດດັ່ງກ່າວ, ກໍໃຊ້ລະບົບການຈັດລຽງເອກະສານ ກໍໃຊ້ເຕັກໂນໂລຊີມາຊ່ວຍທັງໝົດ. ເມື່ອເບິ່ງຄວາມຫຍຸ້ງຍາກຕ່າງໆ ທີ່ພວກເຮົາກຳລັງເວົ້າກັນຢູ່ນີ້ ເຮົາລອງເຮັດເບິ່ງ ຊຶ່ງກໍຄິດວ່າມີບາງພາກສ່ວນທີ່ເລີ່ມນໍາໃຊ້ແລ້ວ, ແຕ່ກໍຢາກໃຫ້ນໍາມາໃຊ້ຢ່າງຈິງຈັງ ໃນການຄົ້ນຫາ, ວິເຄາະຂໍ້ມູນຂອງຄະດີຕ່າງໆ ເພາະຄອມພິວເຕີ ເປັນທາດທີ່ຊື່ສັດທີ່ສຸດ ຖ້າປ້ອນຂໍ້ມູນທີ່ຖືກກໍຈະຕອບເຮົາອອກມາໃຫ້ຖືກ, ພິຈາລະນາເອົາຢ່າງໜ້ອຍ ບໍ່ແມ່ນເອົາຕາມທັງໝົດ ແຕ່ວ່າມັນກໍເປັນຕົວຊ່ວຍເຮົາໄດ້.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ