ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX,ໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາງສູນ​ທອນໄຊ​ຍະ​ຈັກຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແລະການ​ຄຸ້ມ​ຄອງ​ການ​ລົງ​ທຶນ.
ສສ​ຊ ສະເໜຫາຍບນຫາໃຫລດຖະບານແກໄຂ - image 1
 

 

ທ່ານ ສຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງ ບໍລິຄຳໄຊໄດ້ກ່າວວ່າ: ການເຕີບໂຕທາງດ້ານເສດຖະກິດໃນໄລຍະ 5 ປີຜ່ານນັ້ນເກີດຄວາມບໍ່ສົມດຸນສອງຢ່າງຄື:ບໍ່ສົມດຸນການພັດທະນາເສດຖະກິດກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດກັບການພັດທະນາວັດທະນາທຳສັງຄົມບໍ່ໄປສົມຄູ່ກັນ, ສະນັ້ນການພັດທະນາ 5 ປີ ຕໍ່ໜ້ານີ້ຄວນໄດ້ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຮາກຖານຢ່າງແຂງແຮງ ແລະ ສະເໜີວ່າການຈັດບູລິມະສິດອັນດັບໜຶ່ງຈະປ່ຽນແທນໃຫ້ຂະແໜງການອື່ນຄວນຈະແມ່ນຂົງເຂດກະສິກຳ ແລະ ອຸດສາກະກຳປຸງແຕ່ງ ເຮົາຈຶ່ຶງຈະສາມາດມີພູມຕ້ານທານໃນກໍລະນີສະພາບແວດລ້ອມທາງນອກມີຜົນກະທົບ,ຊຶ່ງຜ່ານມາພວກເຮົາກໍມີບົດຮຽນມາແລ້ວ ໃນປີ 1997 ວິກິດເສດຖະກິດການເງິນ ແລະ ປີ 2022-2023 ອັດຕາເງິນເຟີ້ເພີ່ມຂຶ້ນຮອດ 40% ເນື່ອງວ່າເສດຖະກິດພວກເຮົາບອບບາງ, SME ກວມ 90%, ເມື່ອທຽບໃສ່ການສົ່ງອອກສິນຄ້າກະສິກຳກັບແຮ່ທາດ, ການສົ່ງອອກແຮ່ທາດມູນຄ່າຫຼາຍກວ່າແລະໃນ3-4ປີຜ່ານມາ ເພີ່ມຂຶ້ນສອງເທົ່າ,ແຕ່ການສົ່ງອອກຜະລິດຕະພັນກະສິກຳບັນລຸປະມານ 1,500 ລ້ານໂດລາ ເຫັນວ່າຍັງຕໍ່າ,ສະນັ້ນແນວທາງເສດຖະກິດເອກກະລາດເປັນເຈົ້າຕົນເອງແມ່ນເພິ່ງພາຊັບພະຍາກອນ ແລະ ເພິ່ງພາຮາກຖານເສດຖະກິດນີ້ເປັນຫຼັກ,ຕໍ່ບັນຫານີ້ ຈຶ່ງຢາກສະເໜີ ໃຫ້ລັດຖະບານພິຈາລະນາຢ່າງແຂງແຮງເພື່ອຊ່ວຍໜູນແຫຼ່ງທຶນໃນການຊຸກຍູ້ໃຫ້ບັນດາ SME ໄດ້ເຂົ້າເຖິງຕາມດຳລັດ 93/ນຍ ຊຶ່ງປັດຈຸບັນມີ ປະມານ 600 ຕື້ກີບເທົ່ານັ້ນ ແລະ ມີເທົ່າໃດຫົວໜ່ວຍທີ່ເຂົ້າເຖິງແຫຼ່ງທຶນ, ສະນັ້ນ ຈຶ່ງຢາກໃຫ້ເພີ່ມຂຶ້ນ 10 ພັນຕື້ ເພື່ອຕອບສະໜອງໃຫ້ພາກທຸລະກິດຮາກຖານເຫຼົ່ານີ້ໄດ້ເຂົ້າເຖິງແຫຼ່ງທຶນຕ່າງໆ, ອັນທີສອງ ສະເໜີໃຫ້ລັດຖະບານພິຈາລະນາຄືນບັນຫາຂໍ້ຄົງຄ້າງກຽ່ວກັບການສ້າງສະພາບແວ້ດລ້ອມການດຳເນີນທຸລະກິດ ຕໍ່ບັນຫານີ້ແມ່ນຢາກໃຫ້ເອົາຫົວຂໍ້ດັ່ງກ່າວມາລາຍງາສະເພາະ ແລະ ເພື່ອໃຫ້ຮູ້ວ່າການແກ້ໄຂຫົວຂໍ້ນີ້ ແຕ່ລະປີໄດ້ແກ້ໄຂຈັກຂໍ້ແລ້ວ ແລະ ຈະຕໍ່ສືບແກ້ໄຂແແນວໃດຕື່ມ.

ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 18 ແຂວງ ໄຊສົມບູນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການລົງທຶນ ແລະ ການຄຸ້ມຄອງການລົງທຶນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນຊຶ່ງບັນຫານີ້ ເປັນບັນຫາທີ່ສຳຄັນ ເພາະວ່າການລົງທຶນ ຂອງລັດຜ່ານມາກໍມີບັນຫາ ນັບແຕ່ການຈັດຊື້-ຈັດຈ້າງ,ການປະເມີນ ແລະ ອື່ນໆ ແມ່ນມີຄວາມຫຍຸ້ງຍາກ, ຜ່ານມາກໍມີການຄ້າງຄາຫຼາຍໂຄງການ,ໃນຂະນະດຽວກັນການລົງທຶນຂອງພາກເອກກະຊົນກໍເຊັ່ນກັນ ມີຫຼາຍໂຄງການບໍ່ປະຕິບັດຕາມລະບຽບການ ເຮັດໃຫ້ເກີດມີຫາງສຽງຈົ່ມວ່າຈາກສັງຄົມ,ສ່ວນການລົງທຶນຈາກເງິນຊ່ວຍເຫຼືອລ້າ ກໍເປັນບັນຫາສຳຄັນ,ທັງໆທີ່ພວກເຮົາຂາດແຄນທຶນເພື່ອມາພັດທະນາ,ແຕ່ໃນເວລາມີໂອກາດໄດ້ຮັບທຶນຊ່ວຍເຫຼືອລ້າພວກເຮົາຊ້ຳພັດເຮັດບໍ່ໄດ້ດີເທົ່າທີ່ຄວນ,ສະນັ້ນຕໍ່ບັນຫານີ້ ສະເໜີໃຫ້ລັດຖະບານເບິ່ງຄືນແລະພິຈາລະນາຢ່າງລະອຽດຕື່ມ ແລະ ໃຫ້ຈັດສັນໃຫ້ດີຂຶ້ນຕື່ມ.

ໃນຂະນະທີ່ ການລົງທຶນໂຄງການແຮ່ທາດ, ຕໍ່ວຽກງານນີ້ລັດຖະບານໄດ້ມີຄຳສັ່ງໄປແລ້ວ ແລະ ໄດ້ມີການປະເມີນປະເພດໂຄງການ ດີ,ກາງ,ອອ່ນ ແລະ ອອ່ນຫຼາຍ ແຕ່ພາຍຫຼັງໄດ້ປະເມີນໄປແລ້ວ ໂດຍສະເພາະໂຄງການທີ່ເຮັດບໍ່ໄດ້ດີຍັງບໍ່ໃຫ້ຢຸດເຊົາ, ຕໍ່ກໍລະນີ້ແມ່ນເປັນບັນຫາທີ່ແກ່ຍາວ,ສະນັ້ນສະເໜີໃຫ້ລັດຖະບານເບິ່ງຄືນເຊັ່ນດຽວກັນ.

(ຂ່າວ:ສຳນານ,ພາບ:ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV

ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນໃນ ວັນທີ 29 ທັນວານີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີບັນດາການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18, ພ້ອມດ້ວຍ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.
ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ