ສສຊ ສະເໜີຫຼາຍບັນຫາໃຫ້ລັດຖະບານພິຈາລະນາແກ້ໄຂ

ສສຊ ສະເໜີຫຼາຍບັນຫາໃຫ້ລັດຖະບານພິຈາລະນາແກ້ໄຂ

ສສຊ ສະເໜີຫຼາຍບັນຫາໃຫ້ລັດຖະບານພິຈາລະນາແກ້ໄຂ
ທ່ານ ບຸນຕາ ອ່ອນນາວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ປະກອບຄຳເຫັນ ຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ມິຖຸນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ສສຊ ສະເໜຫາຍບນຫາໃຫລດຖະບານພຈາລະນາແກໄຂ - image 1
 

ທ່ານ ບຸນຕາ ອ່ອນນາວົງ ມີຄຳເຫັນບາງຈຸດວ່າ: ສສຊ ຫຼາຍທ່ານໄດ້ສະເໜີໃຫ້ກະຊວງ ຍທຂ ເຮັດທາງດ່ວນ ແຕ່ຕົວຈິງແລ້ວຈຳນວນປະລິມານການສັນຈອນຢູ່ ສປປ ລາວ ພວກເຮົາຍັງບໍ່ທັນພຽງພໍ ສຳລັບການເຮັດທາງດ່ວນທີ່ມີກຳໄລເກັບຄືນໃນໄລຍະເວລາທີ່ສັ້ນໄດ້ເຊັ່ນ: ທາງດ່ວນວຽງຈັນ-ວັງວຽງ ປັດຈຸບັນປະລິມານການສັນຈອນກໍບໍ່ຮອດເຄິ່ງໜຶ່ງ, ປັດຈຸບັນກອງທຶນທາງທີ່ພວກເຮົາເວົ້າກັນ 800 ຕື້ກີບ, ຂັ້ນຕອນການອອກອະນຸມັດກິນເວລາ 119 ວັນເລີ່ມຈາກກະຊວງ ຍທຂ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ແລະ ສະພາແຫ່ງຊາດ, ຫວັງວ່າການໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບກະຊວງການເງິນຈະເຮັດໃຫ້ຂັ້ນຕອນດັ່ງກ່າວໄວຂຶ້ນ, ຄືດັ່ງທີ່ທ່ານລັດຖະມົນຕີກະຊວງ ຍທຂ ລາຍງານພວກເຮົາມີເສັ້ນທາງສັນຈອນເກືອບ 60 ພັນກິໂລແມັດ, ໃນນີ້ມີ 6 ປະເພດເສັ້ນທາງ ແຕ່ຄວາມອາດສາມາດໃນການບູລະນະ ຮັກສາ ເສັ້ນທາງພວກເຮົາບໍ່ເຖິງ 30% ບວກກັບອັດຕາເງິນເຟີ້ເໜັງຕີງຕ່າງໆເຮັດໃຫ້ປັດຈຸບັນບໍ່ສາມາດສ້ອມແປງທາງໄດ້ຮອດ 20%, ສາເຫດໜຶ່ງ ໄລຍະຜ່ານມາພວກເຮົາເຮັດທາງແມ່ນສຸມໃສ່ເຊື່ອມຈອດນະຄອນຫຼວງວຽງຈັນຫາບັນດາແຂວງ, ແຂວງຫາເມືອງ, ເມືອງຫາບ້ານເປົ້າໝາຍ ໄດ້ເຮັດສຳເລັດໜ້າທີ່ການເມືອງແລ້ວ, ສອງ ຕາໜ່າງເສັ້ນທາງທີ່ພວກເຮົາມີບໍ່ເປັນລະບົບຮັບໃຊ້ຈຸດປະສົງການຄ້າ ແລະ ໂລຈິສຕິກມີທັງເສັ້ນນ້ອຍ-ເສັ້ນໃຫຍ່ ມາດຕະຖານບໍ່ຄືກັນ ຮັບນໍ້າໜັກແຕກຕ່າງກັນ, ການຂົນສົ່ງເສັ້ນນ້ອຍໄປ-ຫາເສັ້ນໃຫຍ່ຈຶ່ງເຮັດໃຫ້ມີການເປ່ເພຄືທີ່ເປັນຢູ່ໃນປັດຈຸບັນ, ສາມ ຍັງບໍ່ທັນມີນິຕິກຳ ແລະ ເຄື່ອງມືທັນສະໄໝໃນການຄຸ້ມຄອງ ແລະ ຂຸດຄົ້ນລາຍຮັບ-ຊັບສິນຄົມມະນາຄົມຂົນສົ່ງ ພາໃຫ້ເສຍໂອກາດຫຼາຍສົມຄວນ, ສີ່ ສັງຄົມໄດ້ຕັ້ງຄຳຖາມຫຼາຍ ພັກ-ລັດເກັບເງິນຄ່າທາງແລ້ວຄືບໍ່ມີເງິນມາແປງທາງໃຫ້ມັນດີ. 

ປັດຈຸບັນພວກເຮົາມີຍານພາຫະນະລົດທີ່ຂຶ້ນທະບຽນແລ້ວ 2,8 ລ້ານຄັນ ແຕ່ໃນຕົວຈິງບໍ່ຮູ້ວ່ານໍາໃຊ້ໄດ້ຈັກຄັນ, ເສຍພັນທະໃຫ້ພາກລັດໄດ້ບໍ່ເຖິງ 20%. ສະນັ້ນ, ເຮັດໃຫ້ເກັບໄດ້ບໍ່ເຕັມເມັດ ເຕັມໜ່ວຍ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດໄດ້ອະນຸມັດການຄຸ້ມຄອງພາຫະນະ ແລະ ການຂົນສົ່ງຄົບວົງຈອນໃນທ້າຍປີ 2024, ພາຍຫຼັງທີ່ໄດ້ກະກຽມສຶກສາມາເກືອບ 5 ປີ ເປັນໂຄງການ ພີດີພີ ຮູບແບບໜຶ່ງ ບໍ່ເວົ້າສະເພາະເສັ້ນທາງ ຊຶ່ງເປັນໂຄງການທາງອ້ອມ ມີອາຍຸສຳປະທານ 20 ປີ ລົງທຶນ 500 ລ້ານໂດລາ, ຄາດຄະເນຈະໄດ້ 70 ລ້ານໂດລາຕໍ່ປີ ຫວັງວ່າຈະປະກອບສ່ວນເຂົ້າໃນການຮັກສາເສັ້ນທາງເພີ່ມຂຶ້ນ. ໃນຈຳນວນລົດ 2,8 ລ້ານຄັນພວກເຮົາເກັບລາຍຮັບໄດ້ 12 ລ້ານໂດລາ ຖືວ່າພວກເຮົາເສຍລາຍໄດ້ໄປເກືອບ 50 ລ້ານໂດລາໃນແຕ່ລະປີ. 

ໄລຍະຜ່ານມາພວກເຮົາເກັບຄ່າທາງໂດຍການເພີ່ມໃສ່ຄ່ານໍ້າມັນເຊື້ອໄຟ ຊຶ່ງເຫັນວ່າບໍ່ມີຄວາມເໝາະສົມ ເພາະວ່າລົດນ້ອຍ-ລົດໃຫຍ່ກະເສຍຄ່າທາງຄືກັນ ຜູ້ຊື້ນໍ້າມັນໄປໃຊ້ເພື່ອຈຸດປະສົງອື່ນເຊັ່ນ: ໃສ່ຈັກໄຖນາ, ໂຮງຈັກ, ໂຮງງານກໍແມ່ນເສຍຄ່າທາງຖືວ່າບໍ່ເໝາະສົມ, ສະຫຼຸບແລ້ວການກໍ່ສ້າງ ແລະ ປັບປຸງໂຄງລ່າງພື້ນຖານຄົມມະນາຄົມຂົນສົ່ງຂອງ ສປປ ລາວ ໃນໄລຍະຜ່ານມາເພື່ອແກ້ໄຂສະເພາະໜ້າໃຫ້ສັງຄົມໄດ້ຊົມໃຊ້ທາງໄປມາ ຫາສູ່, ທ່ອງທ່ຽວເຂົ້າເຖິງການບໍລິການສັງຄົມຕ່າງໆ ແຕ່ພວກເຮົາບໍ່ໄດ້ວາງແຜນແຕ່ຫົວທີ ທາງເສັ້ນໜຶ່ງທີ່ກໍ່ສ້າງ ແລະ ປັບປຸງແລ້ວຈະເອົາເງິນມາແຕ່ໃສເພື່ອໃຫ້ມັນມີສະພາບດີຄືເກົ່າ. 

ຕໍ່ກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ຊຶ່ງເຫັນວ່າຈະສາມາດຫຼຸດມູນຄ່າການກໍ່ສ້າງຫຼາຍກວ່າ 17% ເຫັນວ່າເປັນການລິເລີ່ມທີ່ດີ ໃນເງື່ອນໄຂທີ່ທຸກຢ່າງມີຄວາມສະຖຽນ, ບາງບົດຮຽນຂອງສາກົນເພິ່ນຈະລົງເລິກຕື່ມອີກໃນ 3 ຮູບແບບຂອງການບູລະນະຮັກສາເສັ້ນທາງເຊັ່ນ: ວິທີທີ່ໜຶ່ງເກັບຄ່າທົດແທນຄືນມູນຄ່າກໍ່ສ້າງ ແລະ ສ້ອມແປງ, ວີທີທີ່ສອງເອົາຄ່າຫຼຸ້ຍຫ້ຽນຂອງພາຫະນະມາຄິດໄລ່, ວິທີທີ່ສາມ ການເກັບຄ່າບູລະນະທາງໂດຍການລົງທຶນຂອງລັດ ເປັນທາງເລືອກທີ່ໄດ້ຈ່າຍຖຶກທີ່ສຸດ ແຕ່ວ່າເຮົາຈະເກັບໄປຍາວໆ ຕໍ່ບັນຫາດັ່ງກ່າວ ສະເໜີໃຫ້ລັດຖະບານພິຈາລະນາລົງເລິກຕື່ມ ນອກຈາກການໃຫ້ນະໂຍບາຍໃນ 67% ນີ້ ມີວິທີອື່ນທີ່ຍືນຍົງ ແລະ ຍາວນານອີກບໍ.

ທ່ານ ຄຳດີ ວົງລ້ອມ ສສຊ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ມີຄຳເຫັນແລກປ່ຽນຕໍ່ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງວ່າ: ຢາກໃຫ້ພາກສ່ວນກ່ຽວຂ້ອງມີມາດຕະການເຂັ້ມງວດຕື່ມກ່ຽວກັບການຄຸ້ມຄອງລົດບັນທຸກໜັກ ເປັນສາເຫດເຮັດໃຫ້ເສັ້ນທາງເປ່ເພຫຼາຍ, ສະເໜີໃຫ້ລັດຖະບານຄົ້ນຄວ້າການຊົດເຊີຍຕໍ່ເນື້ອທີ່ດິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເຖິງແມ່ນວ່າຈະເປີດນໍາໃຊ້ມາຫຼາຍປີ ແຕ່ການຊົດເຊີຍຍັງບໍ່ທັນສຳເລັດຢູ່ໃນ 3 ເມືອງ 74 ຈຸດ ມູນຄ່າ 7 ຕື້ກວ່າກີບຂອງເຂດເລືອກຕັ້ງທີ 4 ຂໍໃຫ້ລັດຖະບານຄົ້ນຄວ້າພິຈາລະນາຕື່ມ. 

ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານ ສກລ

ສະຫາຍ ເລັດ ໄຊຍະພອນ ໄດ້ຮັບເລືອກເປັນປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ), ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໄດ້ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 28 ຕຸລານີ້. ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະບໍລິຫານງານ ສກລ, ປະທານສະຫະພັນກຳມະບານກະຊວງ, ອົງການທີ່ເປັນຕົວແທນຈາກກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ຮາກຖານການຜະລິດຕ່າງໆໃນທົ່ວປະເທດຈໍານວນ 389 ສະຫາຍ ຍິງ 91 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ.
ເພີ່ມເຕີມ