![]() |
ທ່ານ ນາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ13 ແຂວງສະຫວັນນະເຂດໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການສໍ້ລາດບັງຫຼວງທີ່ເກິດຂຶ້ນ ຊຶ່ງສົ່ງຜົນເສຍຫາຍຢ່າງມະຫາສານໃຫ້ແກ່ປະເທດຊາດຊຶ່ງການສໍ້ລາດບັງຫຼວງເປັນບັນຫາທີ່ເຮັດໃຫ້ປະເທດເຮົາພົບກັບຄວາມຫຍຸງຍາກ, ເຮັດໃຫ້ເງິນຮົ່ວໄຫຼບໍ່ເຂົ້າງົບປະມານຂອງລັດ,ສະນັ້ນ ໃນ 5 ປີ ຕໍ່ໜ້າ ໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາການສໍ້ລາດບັງຫຼວງເປັນບັນຫາສຳຄັນແທ້ໆ.
ທ່ານ ດົງເພັດ ພະຍົນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ແຕ່ຫົວທີໃນການແກ້ໄຂການຂາດແຄນຄູ ໂດຍສະໜອງໂກຕ້າໃຫ້ຄູອາສາສະໝັກໄດ້ເຂົ້າເປັນລັດຖະກອນຄູ ແລະ ໃຫ້ເອົາໃຈໃສ່ກ່ຽວກັບຫຼັກສູດ ການຮຽນ-ການສອນຂອງສາຍສາມັນຢູ່ໃນໂຮງຮຽນໃຫ້ໄປຄຽງຄູ່ກັບການປະຕິຮູບລະບົບ 5-4-3 ມາເປັນລະບົບ 6-3-3ຢູູ່ໃນແຜນຂອງລັດຖະບານຈະປະຕິບັດຢູ່ໃນສົກປີ 2028-2029.
ສຳລັບເງິນເກີນແຜນຂອງສູນກາງ ແລະ ທ້ອງຖິນ ແມ່ນສະເໜີໃຫ້ຈັດແບ່ງປັນຄືນໃໝ່ກ່ຽວກັບເງິນເກີນແຜນຢູ່ທ້ອງຖິ່ນ, ຜ່ານມາແມ່ນໃຫ້ສູນກາງ 50% ແລະ 50% ແມ່ນໃຫ້ແຂວງນຳໃຊ້ ຕໍ່ໄປຂໍສະເໜີ 30% ແລະ 70% ໄດ້ບໍ? 70% ແມ່ນໃຫ້ທ້ອງຖິ່ນນໍາໃຊ້ ແລະ 30%ແມ່ນມອບໃຫ້ສູນກາງ.
ຂ່າວ:ບຸນຕອມ

ຄໍາເຫັນ