ສ​ສ​ຊ ສ​ສ​ຂ ​ຈຳ​ປາ​ສັກເຄື່ອນ​ໄຫວ​ພົບ​ປະ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ

ສ​ສ​ຊ ສ​ສ​ຂ ​ຈຳ​ປາ​ສັກເຄື່ອນ​ໄຫວ​ພົບ​ປະ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ
ໃນວັນ​ທີ 22 ກັນ​ຍານີ້,ທ່ານ ສາຍ​ທອງ ໄຊ​ຍ​ະ​ວົງ ຮອງ​ເລ​ຂາ​ພັກ​ແຂວງ ປະ​ທານຄະ​ນະ​ສະ​ມາ​ຊິກ​ສະ​ພາ​​ແຫ່ງ​ຊາດ(ສສຊ)ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 15, ປະ​ທານ​ສະ​ພາປະ​ຊາ​ຊົນ​ແຂວງ​(ສພຂ)ຈຳ​ປາ​ສັກ ພ້ອມ​ຄະ​ນະ ໄດ້​ລົງພົບ​ປະ​ໂອ້​ລົບ​ກັບ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ສະ​ໂມ​ສອນ​ເມືອງ​ໂຂງ ຊຶ່ງ​ໃຫ້​ກຽດ​ຕ້ອນ​ຮັບ​ຈາກ​ທ່ານ​ນາງ ຄຳ​ພູ ລິດ​ທິ​ສັກ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ພັກ​ເມືອງ ເຈົ້າ​ເມືອງໆ​ໂຂງ, ມີບັນ​ດາ​ທ່າ​ນໃນ​ຄະ​ນະ​ປະ​ຈຳ​ພັກ​ເມືອງ, ກຳ​ມະ​ການ​ພັກ​ເມືອງ, ຫົວ​ໜ້າ-ຮອງ​ຫົວ​ໜ້າ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນ​ພິ​ທີ ທ່ານ ສາຍ​ທອງ ​ໄຊ​ຍະ​ວົງ ໄດ້​ໃຫ້​ຮູ້​ກ່ຽວ​ກັບ​ການ​ລົງ​ມາ​ເຮັດ​ວຽກ​ຄັ້ງ​ນີ້​ໂດຍ​ສັງ​ເຂບ​ວ່າ: ການ​ລົງ​ມາ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ ສສຊ ປະ​ຈຳ​ເຂດ​ເລື່ອກ​ຕັ້ງ​ທີ 15 ແຂວງ​ຈຳ​ປາ​ສັກ ແລະ ສສຂ ປະ​ຈຳ​ເຂດ​ເລືອກ​ຕັ້ງ​ເມືອງ​ໂຂງ ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ລົງ​ເຜີຍ​ແຜ່​ຜົນ​ສຳ​ເລັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື່ອ​ທີ 3 ຂອງ​ ສພຊ ຊຸດ​ທີ IX ແລະ ສພຂ ​ຈຳ​ປາ​ສັກ ຊຸດ​ທີ II ຕາມ​ພາ​ລະ​ບົດ​ບາດ, ສິດ​ ແລະ ໜ້າ​ທີ່​ໃນ​ການ​ເປັນ​ຜູ້​ແທນ, ພາຍຫຼັງ​ສຳ​ເລັດ​ກອງ​ປະ​ຊຸມ​ແລ້ວ​ຕ້ອງ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ທຸກ​ຄັ້​ງ​ລົງ​ເຜີຍ​ແຜ່​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ຮັບ​ຮູ້; ພ້ອມ​ດຽວ​ກັນ​ນີ້ ກໍ​ເປັນ​ການ​ເກັບ​ກຳ​ເອົາ​ບັນ​ຫາ​ຕ່າງໆ​ທີ່​ພໍ່​ແມ່​ປະ​ຊາ​ຊົນ​ຂັດ​ຂ້ອງ​ໝອງ​ໃຈ, ຂໍ​ການ​ຊ່ວຍ​ເຫຼືອ​ຕ່າງໆ ເພື່ອ​ສະ​ເໜີ​ຕໍ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ພິ​ຈາ​ລະ​ນາ ​ຫາ​ວິ​ທີ​ທາງ​ແກ້​ໄຂຊ່ວຍ​ເຫຼືອ​ຢ່າງ​ຮີບ​ດ່ວນ. ໂອ​ກາດນີ້ ທ່ານນາງ ຄຳ​ພູ ລິດ​ທິ​ສັກ ກໍ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວຽກ​ງານ​ 6 ເດືອນ​ຕົ້ນປີ 2022 ວ່າ​: ການ​ລົງ​ທຶນ​ຢູ່​ພາຍ​ໃນ​ເມືອງ​ມີ​ທັງ​ໝົດ 22 ໂຄງ​ການ, ມູນ​ຄ່າ 231 ຕື້ກວ່າ​ກີບ, ການ​ຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ປະ​ຕິ​ບັດ​ໄດ້ 4 ຕື້ 745 ລ້ານ​ກີບ, ເທົ່າ​ກັບ 80%, ດ້ານ​ລາຍ​ຈ່າຍ​ປະ​ຕິ​ບັດ​ໄດ້ 8 ຕື້ 824 ລ້ານ​ກີບ, ເທົ່າ​ກັບ 60%, ຂຶ້ນ​ທະ​ບ​ຽນ​ວິ​ສາ​ຫະ​ກິດ​ໄດ້ 14 ຫົວ​ໜ່ວຍ, ມີ​ທຶນ​ຈົດ​ທະ​ບຽນ 2 ຕື້ 399 ລ້ານ​ກີບ, ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ຜ​ະ​ລິດ​ຂອງ​ກຸ່ມ​ຜູ້​ຜະ​ລິດ​ຕ່າງໆ​ພາຍ​ໃນ​ເມືອງໃຫ້​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ​ເປັນ​ຕົ້ນ: ກຸ່ມ​ຜູ້​ຜະ​ລິດ​ເຫຼົ້າ​ຂາວ, ກຸ່ມ​ຜະ​ລິດ​ເສັ້ນ​ເຝີ, ກຸ່ມ​ຜະ​ລິດ​ນ້ຳ​ຕານ​ກ້ອນ ແລະ ກຸ່ມ​ຫັດ​ຖະ​ກຳ​ຈັກ​ສານ​ໄມ້​ປ່ອງ ແລະ ວຽກ​ງານ​ອື່ນໆ​ກໍ​ເຫັນ​ວ່າ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ; ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ການ​ເຄື່ອນ​ໄຫວ​ລົງ​ພົບ​ປະ​ໂອ້​ລົມ​ກັບ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ເຂດ​ເລືອກ​ຕັ້ງ​ເມືອງ​ໂຂງ ຄັ້ງ​ນີ້ ປະ​ທານ​ ສພຂ ພ້ອມ​ຄະ​ນະ ກໍ​ໄດ້​ເຄື່ອນ​ໄຫວ​ລົງ​ພົບ​ປະ​ຢ້ຽມ​ຢາມກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ຮາກ​ຖານ​ກຸ່ມ​ບ້ານ​ອ້ອມ​ຂ້າງ​ເມືອງ ໂດຍ​ຄຳ​ສະ​ເໜີ​ສ່ວນ​ໃຫຍ່​ແມ່ນ​ກ່ຽວ​ກັບ​ບັນ​ຫາ​ໄຟ​ຟ້າ, ແຫຼ່ງ​ນ້ຳ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປູກ​ຝັງ-ລ້ຽງ​ສັດ, ບັນ​ຫາ​ເສັ້ນ​ທາງ​ເປ່​ເພ ລະ​ດູ​ຝົນ​ບໍ່​ສາ​ມາດ​ສັນ​ຈອນ​ໄດ້, ຂົວ​ຂ້າມ​ລະ​ຫວ່າ​ງ​ບ້ານ​ຕໍ່​ບ້ານ​ເປ່​ເພ ແລະ ບັນ​ຫາ​ການ​ອອກ​ໃບ​ຕາ​ດິນ​ຖາ​ວອນ​ຊັກ​ຊ້າ.
(ຂ່າວ-ພາບ: ພຸດ​ທ​ະ​ສິນ ວົງ​ວິ​ໄລ​ທອງ)

ຄໍາເຫັນ

ຂ່າວການເມືອງ

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນຕໍ່ການຈັດຕັ້ງແຜນວຽກງານຂອງ ສປນວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ10 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານ ຂອງທ່ານນາງ ລໍາພອຍ ສີອັກຄະຈັນ ຮອງປະທານ ສປນວ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 1 ນວ ແລະ ສສນວ ໄດ້ພ້ອມກັນຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2025 ຂອງ ສປນວ ແລະ ພ້ອມກັນຄົ້ນຄວ້າພິຈາລະນາ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ.
ເພີ່ມເຕີມ