ສສຊປະກອບຄຳເຫັນລົງເລິກບັນຫາເງິນຕາ ແລະ ລາຄາສິນຄ້າ

ສສຊປະກອບຄຳເຫັນລົງເລິກບັນຫາເງິນຕາ ແລະ ລາຄາສິນຄ້າ
ບັນດາສະມາຊິກສະພາແຫ່ງຊາດ(ສສຊ)ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນວັນທີ 1 ພະຈິກ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃນຂະນະການປະກອບຄຳເຫັນຂອງ ສສຊ ເຂດເລືອກຕັ້ງຕ່າງໆ ໄດ້ລົງເລິກການແກ້ໄຂບັນຫາສະພາບການປັ່ນປ່ວນຂອງເງິນຕາຕ່າງປະເທດ,ບັນຫາເງິນກີບອ່ອນຄ່າ ແລະ ລາຄາສິນຄ້າແພງ,ບັນຫາພື້ນຖານໂຄງລ່າງແລະ ອື່ນໆ; ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີກ່ຽວກັບການແກ້ໄຂບັນຫາເງິນເຟິີ້ ຫຼື ທາງດ້ານການເງິນ ຊຶ່ງທີ່ຜ່ານມາສະພາບການແກ້ໄຂບັນຫາເງິນເຟີ້ຕະຫຼອດ 1ປີຜ່ານມາ ພາຍຫຼັັງທີ່ມີການປັບປຸງກົງຈັກຂອງລັດຖະບານ ກໍເຫັນວ່າມີຄວາມຕັ້ງໜ້າເອົາໃຈໃສ່,ໃນນັ້ນກໍຍັງເຫັນວ່າສະພາບການດັ່ງກ່າວຍັງບໍ່ທັນແກ້ໄຂບັນຫາດັ່ງກ່າວລົງໄດ້ເທື່ອ ສະພາບການຜັນຜວນແລກປ່ຽນເງິນຕາຕ່າງປະເທດ,ລາຄາສິນຄ້າແພງ ແລະ ອື່ນໆແມ່ນຍັງຢູ່ໃນສະພາບເດີມ ແລະ ຍັງມີຄວາມເພີ່ມຂຶ້ນ ສະນັ້ນຕໍ່ກັບບັນຫາດັ່ງກ່າວ ຍາກສະເໜີໃຫ້ເອົາໃຈໃສ່ເພີ່ມທະວີການບັງຄັບໃຊ້ກົດໝາຍ,ລະບຽບການຕ່າງໆທີ່ລັດຖະບານໄດ້ວາງອອກແລ້ວນັ້ນໃຫ້ມີຄວາມເຂັມງວດກວ່າເກົ່າ ໂດຍສະເພາະແມ່ນບັນດາກົງຈັກການຈັດຕັ້ງທີ່ເຮັດໜ້າທີ່ໃນການຄຸ້ມຄອງ ການເງິນ,ຄຸ້ມຄອງລາຄາສິນຄ້າ ແມ່ນຢາກໃຫ້ມີການກວດກາເບິ່ງຄືນຄວາມຮັບຜິດຊອບທາງດ້ານການເມືອງ,ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ,ຖ້າຫາກພວກເຮົາບໍ່ເອົາໃຈໃສ່ເຖິງວ່າຈະມີກົດໝາຍ,ມະຕິ,ຄຳສັ່ງດີປານໃດກໍຕາມ ແຕ່ຜູ້ຈັດຕັ້ງປະຕິບັດແມ່ນຊັບພະຍາກອນມະນຸດ ແມ່ນບຸກຄະລາກອນ ແມ່ນພໍ່ຄ້າຊາວຂາຍຂອງພວເຮົາ ຊຶ່ງພວກເຮົາສັງເກດເຫັນຢ່າງຈະແຈ້ງວ່າ ບັນດາສິນຄ້າຕ່າງໆຢູ່ໃນຫ້າງຮ້ານລ້ວນແຕ່ຮຽກຂາຍເປັນເງິນຕາຕ່າງປະເທດ,ສະນັ້ນຕໍ່ບັນຫານີ້ສະເໜີກະຊວງທີ່ກ່ຽວຂ້ອງ,ທະນາຄານ,ກະຊວງອຸດສາຫະກຳ ແລະ ການຄ້້າ ແລະ ພາກສ່ວນກ່ຽວຂ້ອງຕ່າງໆທົບທວນເບິ່ງຄືນວ່າມາດຕະການຂອງພວກເຮົາເຮັດໃດ້ດີຫຼື ບໍ່,ຖ້າບໍ່ໄດ້ດີຕ້ອງໃຫ້ມີຄວາມເຂັ້ມງວດ ແລະ ເພີ່ມທະວີຂຶ້ນຕື່ມ, ໃນນັ້ນບັນດາສິນຄ້າຕ່າງປະເທດທີ່ລົງທຶນຢູ່ໃນລາວກໍເຊັ່ນດຽວກັນກໍຍັງຮຽກເກັບເປັນເງິນຕາຕ່າງປະເທດເຊັ່ນກັນຕໍ່ບັນຫານີ້ກໍໃຫ້ເອົາໃຈໃສ່ເຊັ່ນກັນ;ທ່ານກ່າວຕື່ມວ່າ:ຕໍ່ກັບການຊຸກຍູ້ກະຕຸ້ນການລົງທຶນຊຶ່ງຕໍ່ກັບບັນຫານີ້ປັດຈຸບັນພົບຄວາມຫຍຸ້ງຍາກແມ່ນບໍ່ມີນັກລົງທຶນເຂົ້າມາລົງທຶນຊຶ່ງສາເຫດແມ່ນບັນຫາເລື່ອງເສັ້ນທາງຄົມມະນຄົມບໍ່ອຳນວຍຄວາມສະດວກ ສະນັ້ນຈຶ່ງຢາກໃຫ້ລັດຖະບານ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງຄວນມີການປະຕິຮູບໃນການສ້າງເສັ້ນທາງ ແລະ ລວມທັງການຄຸ້ມຄອງເລື່ອງນໍ້າໜັກ ຕໍ່ກັບການຄຸ້ມຄອງເລື່ອງນໍ້າໜັກແມ່ນຍາກໃຫ້ເປັນຄວາມຮັບຜິດຊອບຂອງໂຊເຟີລົດຖ້າຫາກລົດຜູ້ໃດມີນໍ້າໜັກເກີນຕ້ອງປັບໃໝໂຊເຟີລົດ ແລະປະຕິບັດຕາມລະບຽບການຕ່າໆ
ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອຕັ້ງທີ 15 ແຂວງຈຳປາສັກ ສະເໜີລັດຖະບານ ກຳນົດໂຄງສ້າງລາຄາສິນຄ້າ ເປັນຕົ້ນ, ລາຄາເຂົ້າ, ຊີ້ນງົວ, ຄວາຍ, ໝູ, ໄຂ່  ທີ່ສາມາດຜະລິດຢູ່ພາຍໃນປະເທດ ໃຫ້ມີຄວາມຊັດເຈນ, ເໝາະສົມ, ມີລາຄາເປັນເອກະພາບກັນ, ຫຼີກລ່ຽງການນຳເຂົ້າສິນຄ້າ, ອັນໃດທີ່ສາມາດຜະລິດໄດ້ຢູ່ພາຍໃນ ລັດຖະບານຕ້ອງສຸມໃສ່ຊຸກຍູ້ສົ່ງເສີມ, ຄວນມີນະໂຍບາຍເພື່ອເຮັດໃຫ້ການຜະລິດມີຕົ້ນທຶນໜ້ອຍ ລວມເຖິງການເຂົ້າເຖິງແຫຼ່ງທຶນ ໃຫ້ມີຄວາມສະດວກສະບາຍ, ໂດຍສະເພາະຕ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າທົດແທນການນຳເຂົ້າ, ໄປພ້ອມກັບການຜະລິດເພື່ອສົ່ງອອກ.ທ່ານ ກ່າວຕື່ມວ່າ:ຄຽງຄູ່ກັບບັນຫາລາຄາສິນຄ້າ ກໍແມ່ນບັນຫາອັດຕາເງິນເຟິ້, ອັດຕາແລກປ່ຽນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ ເພື່ອເຮັດໃຫ້ສະພາບການດັ່ງກ່າວ, ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໃຫ້ຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ຕ້ອງຜ່ານລະບົບທະນາຄານ ລັດຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບໍລິສັດໃດທີ່ນຳເຂົ້າ-ສົ່ງອອກ ໂດຍບໍ່ຜ່ານລະບົບທະນາຄານ  ຕ້ອງໃສ່ລະບຽບຢ່າງເດັດຂາດ ເພື່ອເຮັດໃຫ້ບັນຫາດັ່ງກ່າວ,ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ. 
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ