ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່
​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສມໃສປະກອບຄຳເຫນວຽກງານ ສພຊ ເພອຍກສງໜາທການເມອງໃນໄລຍະໃໝ - image 1
 

ທ່ານ ຄຳພັນ ຄຸນສົມບັດ ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ປະກອບຄຳເຫັນຕໍ່ບົດລາຍງານ ຂອງສພຊ ຊຶ່ງທ່ານໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານທີ່ຜ່ານມາ, ພ້ອມທັງຍົກໃຫ້ເຫັນສອງປະເດັນສຳຄັນທີ່ຕິດພັນກັບວຽກງານຕິດຕາມກວດກາ ແລະ ການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ເພື່ອໃຫ້ພາກສ່ວນກ່ຽວຂ້ອງນຳໄປພິຈາລະນາປັບປຸງ ຄື:1. ບັນຫາການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍແລະ ມະຕິຂອງສະພາ, ໄລຍະຜ່ານມາ, ການຕິດຕາມກວດກາການປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຕ່າງໆ ໄດ້ຮັບຜົນດີລະດັບໜຶ່ງ, ມີການຊີ້ແຈງຈາກພາກສ່ວນກ່ຽວຂ້ອງ ແລະ ຫຼາຍບັນຫາໄດ້ຮັບການແກ້ໄຂ.ເຖິງແນວໃດກໍຕາມມີບາງບັນຫາທີ່ຍັງບໍ່ທັນສາມາດແກ້ໄຂໄດ້ ຍ້ອນການຊີ້ແຈງ ຫຼື ວິທີການແກ້ໄຂຂອງບາງພາກສ່ວນຍັງບໍ່ທັນຖືກຈຸດ ແລະ ບໍ່ທັນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ສະເໜີໃຫ້ກຳມາທິການກົດໝາຍ, ກຳມາທິການຍຸຕິທຳ ແລະ ບັນດາກຳມາທິການກ່ຽວຂ້ອງ ຄວນສົມທົບກັນຄົ້ນຄວ້າ ແລະ ແບ່ງຄວາມຮັບຜິດຊອບກັນຢ່າງຮັດກຸມ ເພື່ອເພີ່ມປະສິດທິພາບໃນການຕິດຕາມກວດກາໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, 2. ຄວາມຫຍຸ້ງຍາກໃນການແກ້ໄຂຄຳຮ້ອງຂໍຄວາມເປັນທຳແລະ ຈຳນວນຄຳຮ້ອງທີ່ຍັງຄ້າງ, ໄດ້ຍົກໃຫ້ເຫັນເຖິງສະຖິຕິຄຳຮ້ອງຂໍຄວາມເປັນທຳທີ່ຍັງຄ້າງຢູ່ສະພາແຫ່ງຊາດ ຊຶ່ງມີສູງເຖິງ 886 ເລື່ອງ, ແຕ່ມີພຽງ 44ເລື່ອງ ເທົ່ານັ້ນທີ່ໄດ້ຮັບການແກ້ໄຂສຳເລັດ. ຕໍ່ກັບບັນຫາດັ່ງກ່າວ ທ່ານສະແດງຄວາມເປັນຫ່ວງວ່າ ຕົວເລກດັ່ງກ່າວເປັນຕົວເລກທີ່ຂ້ອນຂ້າງສູງ ແລະ ຕັ້ງຄຳຖາມວ່າຈຳນວນຄຳຮ້ອງດັ່ງກ່າວຢູ່ໃນຂອບເຂດທົ່ວປະເທດ ຫຼື ສະເພາະສະພາແຫ່ງຊາດຮັບຜິດຊອບ, ພ້ອມທັງສະເໜີໃຫ້ມີການຈັດສັນ ແລະ ແບ່ງປັນວຽກງານໃຫ້ກົງກັບໜ້າທີ່ຂອງແຕ່ລະກຳມາທິການຢ່າງເປັນລະບົບ.

ທ່ານ ອາລຸນໄຊ ສູນນະລາດ ສສຊປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການປະຕິບັດພາລະບົດບາດຂອງ ສພຊ ໂດຍສະເພາະໃນໄລຍະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກທີ່ໄດ້ເພີ່ມບົດບາດການນຳພາຂອງພັກໃນວຽກງານສະພາໃຫ້ສູງເດັ່ນຂຶ້ນ.

ຂໍ້ສະເໜີແນະ ແລະ ບັນຫາສຳຄັນເພື່ອການປັບປຸງ: ດ້ານຜົນສຳເລັດການເລືອກຕັ້ງ: ທ່ານໄດ້ຍົກໃຫ້ເຫັນຜົນງານການເລືອກຕັ້ງ ສສຊ ຊຸດທີ 15 ໂດຍສະເພາະຕົວເລກຜູ້ມີສິດເລືອກຕັ້ງທີ່ມາໃຊ້ສິດເພີ່ມຂຶ້ນລື່ນແຜນ 3,15% ຊຶ່ງສະທ້ອນໃຫ້ເຫັນເຖິງການໂຄສະນາເຜີຍແຜ່ທີ່ກວ້າງຂວາງ ແລະ ການແກ້ໄຂບັນຫາຕາມຄຳສະເໜີຂອງປະຊາຊົນ, ການປັບປຸງກົດໝາຍ ແລະ ຄວາມສັກສິດ: ການສ້າງ ແລະ ປັບປຸງກົດໝາຍແມ່ນເຮັດໄດ້ດີ ແຕ່ຜົນຕອບຮັບຍັງມີຂໍ້ຈຳກັດ ເຊັ່ນ: ຕົວເລກບໍ່ບັນລຸຄາດໝາຍ ແລະ ກົດໝາຍຍັງບໍ່ທັນສັກສິດເທົ່າທີ່ຄວນ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ເອົາໃຈໃສ່ປະເມີນຄວາມຕ້ອງການໃນການປັບປຸງມາດຕາ ແລະ ກົດໝາຍໂດຍບໍ່ເນັ້ນພຽງແຕ່ປະລິມານພ້ອມທັງເພີ່ມຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍໃຫ້ມີຄວາມສັກສິດຂຶ້ນກວ່າເກົ່າ, ການຕົກລົງບັນຫາສຳຄັນຂອງຊາດ: ສ່ວນຫຼາຍການຕົກລົງບັນຫາສຳຄັນຍັງປະກົດວ່າຕົກຄ້າງ ເນື່ອງຈາກອີງໃສ່ຄວາມຕ້ອງການຂອງຂະແໜງການ ແຕ່ບໍ່ໄດ້ຢູ່ໃນແຜນຂອງສະພາ. ດັ່ງນັ້ນ, ຄວນນຳເອົາບັນຫາສຳຄັນຂອງປະເທດມາພິຈາລະນາໃຫ້ລະອຽດຖີ່ຖ້ວນ ແລະ ມີຄວາມພ້ອມກ່ອນລົງມະຕິ, ວຽກງານຕິດຕາມກວດກາ: ຄວນສຸມໃສ່ 3 ບັນຫາສຳຄັນ ຄື: ການເຄົາລົບ ແລະ ປະຕິບັດກົດໝາຍ, ການປະຕິບັດບັນດາຄາດໝາຍຕ່າງໆ (ຊຶ່ງມີການລົງມະຕິຫຼາຍແຕ່ການລາຍງານຄືນຜົນການປະຕິບັດຍັງເກືອບວ່າບໍ່ມີ)ແລະ ການເອົາໃຈໃສ່ຕໍ່ຄຳສະເໜີຂອງປະຊາຊົນ ຊຶ່ງຖືເປັນປັດໄຈສຳຄັນໃນການສ້າງຄວາມເຊື່ອໝັ້ນຈາກປະຊາຊົນ, ການສ້າງຄວາມເຂັ້ມແຂງໃຫ້ສະພາ: ສະເໜີໃຫ້ຍົກລະດັບ ແລະ ປັບປຸງກຳມະການຕ່າງໆ ລວມທັງກຳມາທິການຂອງສະພາແຫ່ງຊາດ ຊຶ່ງເປັນກົນໄກສຳຄັນໃນການປະຕິບັດສິດໜ້າທີ່, ຜ່ານການຈັດຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງລົງໄປຮອດຂັ້ນທ້ອງຖິ່ນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບໃນການເຮັດວຽກ. ທ່ານ ສສຊ ໄດ້ເນັ້ນຢໍ້າຕື່ມວ່າ ຫາກປະຕິບັດຕາມຈຸດສຳຄັນເຫຼົ່ານີ້ໄດ້ ຈະຍິ່ງເປັນການເພີ່ມທະວີບົດບາດ, ຄວາມສັກສິດ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ສະພາແຫ່ງຊາດໃຫ້ສູງຍິ່ງໆຂຶ້ນໄປ.(ຂ່າວ-ພາບ: ແສງຈັນ+ບຸນຕອມ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ