ສຶກສາຄວາມເປັນໄປໄດ້ ໃນການກວດກາ

ສຶກສາຄວາມເປັນໄປໄດ້ ໃນການກວດກາແລະຢັ້ງຢືນເຄມີກ່ອນນຳເຂົ້າ ສປປລາວ

ສຶກສາຄວາມເປັນໄປໄດ້ ໃນການກວດກາແລະຢັ້ງຢືນເຄມີກ່ອນນຳເຂົ້າ ສປປລາວ
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ ລາວສະແຕນດາດ ຈຳກັດ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU)

ໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືວຽກງານກວດກາ ແລະ ຢັ້ງຢືນເຄມີ ກ່ອນນໍາເຂົ້າມາໃນ ສປປ ລາວ ຊຶ່ງຈະຊ່ວຍຊຸກຍູ້ສົ່ງເສີມໃຫ້ຜູ້ດຳເນີນທຸລະກິດກ່ຽວກັບທາດເຄມີ ເອົາໃຈໃສ່ການນຳເຂົ້າເຄມີ ໃຫ້ຖືກຕາມເປົ້າໝາຍ, ມີຄວາມປອດໄພ ແລະສອດຄ່ອງກັບກົດໝາຍ, ລະບຽບການທີ່ຈັດຕັ້ງປະຕິບັດຢູ່ເປັນຕົ້ນ ກົດໝາຍ ວ່າດ້ວຍຄຸ້ມຄອງເຄມີ, ຂໍ້ຕົກລົງ ວ່າດ້ວຍການບໍລິການທີ່ປຶກສາຄວາມປອດໄພກ່ຽວກັບເຄມີ ແລະ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ, ການນຳເຂົ້າ-ສົ່ງອອກ, ສົ່ງຜ່ານເຄມີ.

ພິທີລົງນາມບົດບັນທຶກດັ່ງກ່າວມີຂຶ້ນໃນວັນທີ 4 ພະຈິກຜ່ານມາທີ່ ກະຊວງ ອຄ, ລະຫວ່າງທ່ານບົວວັນວິລະວົງຫົວໜ້າຫ້ອງການກະຊວງ ອຄ ແລະທ່ານອຸທັນໄຕລິດທິປະທານບໍລິສັດ ລາວສະແຕນດາດ ຈຳກັດໂດຍມີທ່ານບຸນເຖິງດວງສະຫວັນຮອງລັດຖະມົນຕີກະຊວງ ອຄ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານບຸນເຖິງ ດວງສະຫວັນກ່າວວ່າ: ການຮ່ວມມືຄັ້ງນີ້ ແມ່ນສອດຄ່ອງກັບພາລະບົດບາດຂອງກະຊວງອຸດສາຫະກຳແລະການຄ້າໃນການຕິດຕາມກວດກາແລະວິໄຈຄວາມຖືກຕ້ອງຂອງທາດເຄມີທີ່ນຳເຂົ້າ-ສົ່ງອອກຊຶ່ງຈະຊ່ວຍຊຸກຍູ້ສົ່ງເສີມໃຫ້ຜູ້ດຳເນີນທຸລະກິດກ່ຽວກັບທາດເຄມີ ເອົາໃຈໃສ່ນຳເຂົ້າເຄມີໃຫ້ຖືກເປົ້າໝາຍ, ມີຄວາມປອດໄພແລະສອດຄ່ອງກັບກົດໝາຍແລະນິຕິກຳຕ່າງໆ ຂອງ ສປປລາວ.

ໃນໄລຍະຜ່ານມາຂະແໜງອຸດສາຫະກຳແລະການຄ້າບໍ່ໄດ້ແຕ່ງຕັ້ງພະນັກງານໄປປະຈຳຢູ່ດ່ານສາກົນເພື່ອກວດກາເຄມີກ່ອນຈະນຳເຂົ້າມາໃນ ສປປລາວແຕ່ຈະກວດກາພາຍຫຼັງທີ່ນຳເຄມີເຂົ້າມາແລ້ວ, ເນື່ອງຈາກຍັງຂາດເຄື່ອງມືອຸປະກອນ, ພະນັກງານທີ່ມີຄວາມຊຳນານແລະຕ້ອງໄດ້ກຳນົດລາຍການເຄມີທີ່ຈະທຳການກວດກາແລະວິໄຈເປັນອັນສະເພາະຈຶ່ງສາມາດປະຕິບັດໄດ້.

ການຮ່ວມມືຄັ້ງນີ້ ຈະຊ່ວຍໃຫ້ພະນັກງານໃນຂະແໜງ ອຄ ໄດ້ຮັບການຍົກລະດັບຄວາມຮູ້ ຄວາມສາມາດໃນການສຶກສາ, ເກັບກຳແລະວິໄຈຕົວຢ່າງເຄມີເພີ່ມຂຶ້ນໃນອະນາຄົດ, ຫາກວຽກງານດັ່ງກ່າວມີຄວາມເຂັ້ມແຂງ, ຂະແໜງ ອຄ ອາດຈະພິຈາລະນາຄົ້ນຄວ້າແຕ່ງຕັ້ງພະນັກງານໄປປະຈຳຢູ່ດ່ານສາກົນເພື່ອກວດກາເຄມີກ່ອນນຳເຂົ້າມາ ສປປລາວເໝືອນກັບປະເທດອ້ອມຂ້າງຂອງພວກເຮົາ.

ທ່ານອຸທັນໄຕລິດທິກ່າວວ່າ: ເຄມີແຕ່ລະຊະນິດ ລ້ວນແຕ່ມີປະໂຫຍດແລະໂທດໃນລະດັບທີ່ແຕກຕ່າງກັນ, ມັນຂຶ້ນກັບການນຳໃຊ້ ແລະຄຸ້ມຄອງທີ່ຖືກຕ້ອງຕາມຫຼັກການວິຊາການຊຶ່ງຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອກວດກາຄວາມຖືກຕ້ອງໃນການນຳເຂົ້າເຄມີຢູ່ດ່ານສາກົນ ກ່ອນນຳເຂົ້າມາ ສປປລາວເພື່ອຫຼີກລ່ຽງການນຳເຂົ້າທາດເຄມີທີ່ບໍ່ຖືກຕ້ອງຕາມກົດໝາຍຊຶ່ງພວກເຮົາມີຄວາມພ້ອມດ້ານງົບປະມານ, ເຕັກນິກວິຊາການແລະເຄື່ອງມືໃນການກວດວັດແທກຕ່າງໆ, ການລົງຕິດຕາມກວດກາ, ເກັບກຳຕົວຢ່າງມາວິໄຈ, ສະໜອງອຸປະກອນໃນການຕອບໂຕ້ໃນກໍລະນີເກີດອຸບັດເຫດ, ການແນະນຳແລະຝຶກອົບຮົມກ່ຽວກັບການຄຸ້ມຄອງເຄມີທີ່ຖືກຕ້ອງ.

ຂໍ້ມູນ: ເສດຖະກິດ-ການຄ້າ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ