ສືກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ

ສືກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ

ສືກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ
ຫວ່າງບໍ່ດົນມານີ້,ກົມໄປສະນີກະຊວງເຕັກໂນໂລຊີແລະການສື່ສານ (ກຕສ)ຮ່ວມກັບບໍລິສັດເທັດສະຫຍາມອິນເຕີເນັດເຊີນໍຈຳກັດປະເທດໄທໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ“ໃນການສຶກສາຄວາມເປັນໄປໄດ້ໃນການຮ່ວມມືແລະພັດທະນາລະບົບການບໍລິການໄປສະນີແບບດີຈີຕອນ”ທີ່ໂຮງແຮມມິລະໂຄແກຣນ ປະເທດໄທ. ການເຊັນບົດບັນທຶກໃນຄັ້ງນີ້ໃຫ້ກຽດລົງນາມ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ກຕສ ແຫ່ງ ສປປ ລາວ ຮ່ວມກັບທ່ານໂຄວິດທັນຍາຣັດຕະກຣຸນຜູ້ອຳນວຍການບໍລິສັດເທັດສະຫຍາມອິນເຕີເນັດເຊີນໍຈຳກັດປະເທດໄທ.ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງທ່ານຄຳພັນອັ່ນລາວັນເອກອັກຄະລັດຖະທູດລາວປະຈຳປະເທດໄທ, ມີທ່ານໄຊລືຊາອິນສີຊຽງໃໝ່ຮອງລັດຖະມົນຕີ ກຕສ ລາວ, ຕາງໜ້າບໍລິສັດໄປສະນີລາວຈຳກັດ ແລະເຈົ້າໜ້າທີ່ຝ່າຍປະເທດໄທເຂົ້າຮ່ວມ.
ສກສາຄວາມເປນໄປໄດໃນການຮວມມແລະພດທະນາລະບບການບລການໄປສະນແບບດຈຕອນ - image 1
 

 

ຈຸດປະສົງຂອງພິທີລົງນາມໃນຄັ້ງນີ້,ແມ່ນເພື່ອພັດທະນາແລະສົ່ງເສີມວຽກງານຫັນເປັນດີຈີຕອນຂອງຂະແໜງການບໍລິການໂລຈິສຕິກແລະໄປສະນີຂອງສປປລາວໃຫ້ມີຄວາມທັນສະໄໝ, ວ່ອງໄວແລະມີປະສິດທິພາບຫຼາຍຂຶ້ນ.ເນື່ອງຈາກພວກເຮົາອາໄສຢູ່ໃນຍຸກທີ່ເສດຖະກິດນັບມື້ນັບໄດ້ຮັບການຊຸກຍູ້ຈາກການຄ້າເອເລັກໂຕຣນິກ, ການຄ້າລະຫວ່າງປະເທດ, ການໄຫຼເຂົົ້າຂອງສິນຄ້າແລະຂໍ້ມູນຂ່າວສານຢ່າງບໍ່ຢຸດຢັ້ງ. ສຳລັບສປປລາວກໍຄືກະຊວງເຕັກໂນໂລຊີແລະການສື່ສານທີ່ຕ້ອງການຜັນຂະຫຍາຍຍຸດທະສາດການຫັນເສດຖະກິດຕາມວິໄສທັດການພັດທະນາເສດຖະກິດດີຈີຕອນແຕ່ປີ 2021-2040 ແລະຍຸດທະສາດການພັດທະນາເສດຖະກິດດີຈີຕອນໄລຍະ 10 ປີແຕ່ປີ 2021-2030 ບວກກັບຈຸດທີ່ຕັ້ງພູມມີສາດຂອງປະເທດລາວທີ່ເປັນຈຸດໃຈກາງຂອງອະນຸພາກພື້ນແມ່ນ້ຳຂອງທີ່ສຳຄັນໃນການເຊື່ອມໂຍງ, ເຊື່ອມຈອດທາງດ້ານໂລຈິສຕິກແລະຂໍ້ມູນຂ່າວສານທີ່ເປັນທ່າແຮງ ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມໃນຍຸກແຫ່ງດີຈີຕອນ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນບາດກ້າວທີ່ສໍາຄັນໃນການວາງພື້ນຖານສໍາລັບການສຶກສາຄວາມເປັນໄປໄດ້ເພື່ອຄົ້ນຫາທ່າແຮງທີ່ບົ່ມຊ້ອນຂອງລະບົບບໍລິການຂົນສົ່ງໄປສະນີແບບດີຈີຕອນທີ່ທັນສະໄໝ. ດ້ວຍເຫດນັ້ນ, ການຮ່ວມມືນີ້ຈຶ່ງໄດ້ຖືກອອກແບບເພື່ອບັນລຸເປົ້າໝາຍທີ່ສຳຄັນຄື: 1. ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບການບໍລິການໄປສະນີແບບດີຈີຕອນທີ່ສົມບູນແລະເສີມຂະຫຍາຍຄຸນນະພາບການບໍລິການໃຫ້ດີຂຶ້ນ. ລະບົບນີ້ຈະຖືກອອກແບບເພື່ອເຊື່ອມຕໍ່ລະຫວ່າງສປປລາວກັບບັນດາຄູ່ຮ່ວມມືທີ່ສຳຄັນໃນພາກພື້ນຄື: ໄທ, ຫວຽດນາມ, ກຳປູເຈຍແລະສາທາລະນະລັດປະຊາຊົນຈີນ, 2. ຈະດໍາເນີນການສໍາຫຼວດຢ່າງລະອຽດກ່ຽວກັບໂຄງລ່າງພື້ນຖານຂອງສປປລາວ, ການລົງເກັບກຳຂໍ້ມູນລະບຽບຫຼັກການທີ່ກ່ຽວຂ້ອງແລະສຶກສາສິ່ງທ້າທາຍຕ່າງໆໃນປັດຈຸບັນ.ໂດຍສະເພາະຄວາມເຂົ້າໃຈກ່ຽວກັບທີ່ຕັ້ງພູມສັນຖານທີ່ມີຄວາມຈໍາເປັນສໍາລັບການສ້າງອະນາຄົດທີ່ເຂັ້ມແຂງແລະຍືນຍົງ, 3. ຄົ້ນຄວ້າແລະສ້າງແຜນຜັງສໍາລັບລະບົບການບໍລິການທີ່ທັນສະໄໝທີ່ລວມມີແພັດຟອມການຄ້າe-commerceແລະe-tradingແບບປະສົມປະສານ, ລະບົບການຄຸ້ມຄອງການຂົນສົ່ງແບບພິເສດ, ການຕິດຕາມຍານພາຫະນະຕົວຈິງ, ສິ່ງເຫຼົ່ານີ້ແມ່ນການບໍລິການທີ່ຈະສ້າງຄວາມເຂັ້ມແຂງໃຫ້ທຸລະກິດSMEs, ສະໜັບສະໜູນຊາວກະສິກອນໃຫ້ເຂົ້າເຖິງຕະຫຼາດພ້ອມກັບສະໜອງຄວາມສະດວກສະບາຍໃຫ້ກັບຜູ້ບໍລິໂພກ.ການຮ່ວມມືໃນຄັ້ງນີ້ຖືວ່າເປັນບາດກ້າວທີ່ສໍາຄັນຂອງການພັດທະນາຂະແໜງການໂລຈິສຕິກໄປສະນີເປັນດີຈີຕອນ,ສ້າງທ່າແຮງທີ່ສຳຄັນໃນການຕິດຕາມ,ຄຸ້ມຄອງດ້ານໄປສະນີໃຫ້ລວມສູນແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍໃນການບໍລິຫານຈັດການຂອງລັດ ໃຫ້ມີປະສິດທະພາບສູງ.

ຂ່າວ ແລະ ພາບ: ກົມໄປສະນີ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ