![]() |
ພິທີເຊັນສັນຍາເພື່ອສຶກສາ-ສຳຫຼວດຄວາມເປັນໄປໄດ້ ໂຄງການດັ່ງກ່າວ, ມີຂຶ້ນເມື່ອບໍ່ດົນມານີ້ ທີ່ ແຂວງວຽງຈັນ, ຝ່າຍແຂວງວຽງຈັນຕາງໜ້າໂດຍທ່ານແສງຈັນດາລາວົງຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມແລະຄຸ້ມຄອງການລົງທຶນແຂວງວຽງຈັນແລະທ່ານສົມເພັດວົງໄຊຍາອຳນວຍການບໍລິສັດຍອດເພຍຈັນ ການລົງທຶນແລະສົ່ງເສີມການຄ້າການຮ່ວມທຶນຈຳກັດ.
ທັງນີ້, ແຂວງວຽງຈັນມີແຜນພັດທະນາເມືອງເຟືອງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຕິດພັນກັບກະສິກຳທີ່ສຳຄັນແຫ່ງໜຶ່ງຂອງແຂວງເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າແຂວງວຽງຈັນກໍຄື ສປປ ລາວເຊິ່ງໂຄງການສຶກສາ-ສຳຫຼວດຄວາມເປັນໄປໄດ້ ເພື່ອພັດທະນາກະສິກຳແບບຄົບວົງຈອນໃນເນື້ອທີ່ 125 ເຮັກຕາຢູ່ບ້ານໂພນໄຊເມືອງເຟືອງ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນເປົ້າໝາຍພັດທະນາຂອງແຂວງວຽງຈັນ. ໂຄງການດັ່ງກ່າວສອດຄ່ອງກັບແຜນແມ່ບົດພັດທະນາດ້ານກະສິກຳຂອງແຂວງ ເພື່ອໃຫ້ກາຍເປັນໂຄງການທີ່ສ້າງແຫຼ່ງລາຍຮັບເຂົ້າງົບປະມານຂອງເມືອງແລະແຂວງ, ພ້ອມທັງສ້າງວຽກເຮັດງານທຳແລະສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ.
![]() |
ບໍລິສັດຜູ້ພັດທະນາມີຄວາມພ້ອມໃນການພັດທະນາກິດຈະການດ້ານກະສິກຳຄົບວົງຈອນຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ, ແຜນຍຸດທະສາດການຜະລິດກະສິກຳຕິດພັນກັບການທ່ອງທ່ຽວແລະການຄຸ້ມຄອງນຳໃຊ້ທີ່ດິນຂອງລັດຢ່າງມີປະສິດທິຜົນ.
ຂ່າວ: ຄຳປສິດ


ຄໍາເຫັນ