ສື່ມວນຊົນລາວຈາກໜັງສືພິມ, ວິທະຍຸ ແລະ ໂທລະພາບຈຳນວນ 12 ທ່ານໄດ້ຮັບການຝຶກອົບ ຮົມຍົກລະດັບຄວາມຮູ້ດ້ານການເປັນຄູຝຶກຂຶ້ນໃນລະຫວ່າງວັນທີ 30 ຕຸລາ ຫາວັນທີ 3 ພະຈິກນີ້, ທີ່ສະຖາບັນການປະຊາສຳພັນບາງກອກ ປະເທດໄທ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານນາງ ສຸດລືໄທ ເລີດກະເສມ ຮອງອະທິການບໍດີກົມປະຊາສຳພັນ ຮັກສາການແທນອະທິການບໍດີກົມປະຊາສຳພັນ, ມີທ່ານ ມົງຄົນ ບາງປຣະພາ ນາຍົກສະມາຄົມນັກຂ່າວ ນັກໜັງສືພິມແຫ່ງປະເທດໄທ, ມີທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ແລະ ທີ່ປຶກສາສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ ພ້ອມດ້ວຍສຳມະນາກອນຈາກ ສປປລາວຈຳນວນ 12 ທ່ານເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນ ເພື່ອຍົກລະດັບຄວາມຮູ້, ທັກສະໃນການເປັນວິທະຍາກອນ ເພື່ອພັດ ທະນາບຸກຄະລາກອນດ້ານຂ່າວ ເພື່ອໃຫ້ສື່ມວນຊົນລາວໄດ້ພັດທະນາຫຼັກສູດການຝຶກອົບຮົມ ແລະ ຈັດການຝຶກອົບຮົມບຸກຄະລາກອນດ້ານຂ່າວ, ເພື່ອເຮັດໃຫ້ສື່ມວນຊົນໄທ ແລະ ລາວໄດ້ມີການຮ່ວມມືກັນດ້ານວິຊາການ ແລະ ວິຊາຊີບໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ເນື້ອໃນທີ່ນໍາມາຝຶກອົບຮົມໃນຄັ້ງນີ້ປະກອບມີ ຂະບວນການ ແລະ ຂັ້ນຕອນການພັດທະນາຫຼັກສູດການຝຶກອົບຮົມ, ການບໍລິຫານຈັດການຝຶກອົບຮົມ, ການຮ່າງຫຼັກສູດ ແລະ ການກຳນົດຫົວຂໍ້ໃນການຝຶກອົບຮົມເຕັກນິກການບໍລິຫານຈັດການຝຶກອົບຮົມ, ເຕັກນິກການໃຊ້ເຄື່ອງມືປະກອບການສອນ ແລະ ວິທີການນຳສະເໜີໃຫ້ໜ້າສົນໃຈ, ການຝຶກປະຕິບັດເປັນວິທະຍາກອນ ແລະ ອື່ນໆ. ຊຸດອົບຮົມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຮຽນຮູ້ຫຼັກການຕ່າງຂອງການເປັນຄູຝຶກ ເພື່ອນໍາເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຄົນ ເພື່ອສືບຕໍ່ສ້າງຄູຝຶກທີ່ເປັນຜູ້ສືບທອດໃຫ້ຫຼາຍຂຶ້ນ ແລະ ເກີດປະໂຫຍດສູງສຸດ.
ຂ່າວ: ພູວັນ, ພາບ: ກົມປະຊາສຳພັນ
ຄໍາເຫັນ