![]() |
ການທັດສະນະແລກປ່ຽນບົດຮຽນໃນຄັ້ງນີ້, ບັນດາສື່ມວນຊົນລາວ ທັງພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ຮັບການຄັດເລືອກໃນການແຂ່ງຂັນຜະລິດບົດຂ່າວສີຂຽວ ຢູ່ ສປປ ລາວ, ພາຍໃຕ້ໂຄງການ GAMCIL ກໍໄດ້ຮັບຟັງການລາຍງານໃນການຈັດຕັ້ງປະຕິບັດວຽກງານຂອງສື່ຕ່າງໆ ຢູ່ປະເທດຫວຽດນາມ ກໍຄືນະຄອນຫຼວງຮ່າໂນ້ຍ, ຊື່ງໄດ້ສົນທະນາໃນລັກສະນະວິຊາການ ໂດຍສະເພາະມີນັກຂ່າວ ທີ່ຊ່ຽວຊານດ້ານສິ່ງແວດລ້ອມຈາກສຳນັກຕ່າງໆ ແລກປ່ຽນຄວາມຮູ້, ບົດຮຽນ, ປະສົບການ ເປັນຕົ້ນ: ຮູບແບບວິທີການ, ດ້ານທັກສະ, ເງື່ອນໄຂໃນດ້ານຕ່າງໆ ທີ່ຈະຜະລິດບົດຂ່າວ ມີປະສິດທິພາບ, ດຶງດູດຄວາມສົນໃຈ, ສະທ້ອນໃຫ້ເຫັນເຖີງຄວາມຈໍາເປັນ ແລະ ກ້າວໄປສູ່ຜົນໄດ້ຮັບໃນການແກ້ໄຂບັນຫາຕ່າງໆ ທີ່ປະກົດຂຶ້ນໃນສັງຄົມ ຜ່ານການສ່ອງແສງຜ່ານສື່ມວນຊົນ ເປັນຕົ້ນ: ນຳສະເໜີຂ່າວ ລັກສະນະໃຫ້ຄວາມຮູ້-ບົດຮຽນ, ການເຈາະເລີກດ້ານຂໍ້ມູນ, ລັກສະນະວິເຄາະ ວິໄຈ, ການເລົ່າເລື່ອງ ເພື່ອນຳໄປສູ່ການແກ້ໄຂບັນຫາຕ່າງໆ ທີ່ກະທົບຕໍ່ສິ່ງແວດລ້ອມ ກໍຄືທຸກຄົນໃນສັງຄົມ ແລະ ປຸກລະດົມສັງຄົມ ມີສ່ວນຮ່ວມ ເພື່ອຫຼິກລ້ຽງການທຳລາຍສິ່ງແວດລ້ອມ ຫັນມາໃສ່ໃຈໃນການຮັກສາສິ່ງແວດລ້ອມ ຫຼາຍຂຶ້ນ ຄຽງຄູ່ກັບການພັດທະນາສີຂຽວ ແລະ ຍືນຍົງ ໂດຍມີຂໍ້ມູນຫຼັກການທີ່ໄດ້ຮັບການຢັ້ງຢືນຈາກວິຊາການຂະແໜງການທີ່ກ່ຽວຂ້ອງ.
ທ່ານ ຫງວຽນ ຕ່າຍ ວັນ ນັກຂ່າວຊ່ຽວຊານດ້ານສາລະຄະດີສິ່ງແວດລ້ອມ ປະຈຳໂທພາບແຫ່ງຊາດ ຫວຽດນາມ ໃຫ້ສຳພາດວ່າ: ບົດຮຽນ ແລະ ປະສົບການ ທີ່ໄດ້ແລກປ່ຽນຄັ້ງນີ້ ມີຄວາມສຳຄັນຫຼາຍ ເພື່ອເປັນຊ່ອງທາງໃນການປັບໃຊ້ເຂົ້າໃນການຜະລິດຂ່າວ, ບົດຄວາມ, ສາລະຄະດີ, ທັງດ້ານເຕັກນິກວິທີການຕ່າງໆ ຕາມຄວາມເໝາະສົມ ແລະ ສິ່ງສຳຄັນ ນັກຂ່າວ ຕ້ອງເປັນໃຈກາງໃນການຄົ້ນຄິດ, ປະດິດສ້າງ ແລະ ເບີ່ງກວ້າງມອງໄກ ຕໍ່ກັບບັນຫາສິ່ງແວດລ້ອມ, ທັງເຜີຍແຜ່ຂໍ້ມູນທີ່ສຳຄັນໃຫ້ສັງຄົມໄດ້ຮັບຮູ້ ເພື່ອອະນຸລັກຮັກສາສິ່ງແວດລ້ອມ.
![]() |
ການເຄື່ອນໄຫວທັດສະນະສຶກສາ 3 ຈຸດນີ້, ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ທັນວານີ້ ຢູ່ທີ່ນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ, ນຳພາໂດຍ: ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ອົງການແຄຣ ນານາຊາດ ປະຈຳລາວ, ມີຜູ້ຕາງໜ້າສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ, ໂດຍການຕ້ອນຮັບຜູ້ຕາງໜ້າຈາກສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດຫວຽດນາມ ແລະ ສື່ໜັງສືພິມອອນລາຍ ຫວຽດນາມ ພຣັດ.
(ຂ່າວ: ວິໄລວອນ ສິດທິໄຊ)


ຄໍາເຫັນ