ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ການເຄື່ອນໄຫວໃນຄັ້ງນີ້, ບັນດາສື່ມວນຊົນລາວທັງພາກລັດ ແລະ ອົງການຈັດຕັ້ງທາງສັງຄົມທີ່ໄດ້ຮັບການຄັດເລືອກ ໃນການແຂ່ງຂັນຜະລິດບົດຂ່າວສີຂຽວຢູ່ ສປປ ລາວ ພາຍໃຕ້ໂຄງການແກມຊິວ ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານຂອງສື່ຕ່າງໆ ຢູ່ປະເທດຫວຽດນາມ ກໍຄືນະຄອນຫຼວງຮ່າໂນ້ຍ, ຊຶ່ງໄດ້ສົນທະນາໃນລັກສະນະວິຊາການ ໂດຍສະເພາະມີນັກຂ່າວທີ່ຊ່ຽວຊານດ້ານສິ່ງແວດລ້ອມຈາກສຳນັກຕ່າງໆ ແລກປ່ຽນຄວາມຮູ້, ບົດຮຽນ, ປະສົບການ ເປັນຕົ້ນຮູບແບບວິທີການ, ດ້ານທັກສະ, ເງື່ອນໄຂໃນດ້ານຕ່າງໆ ທີ່ຈະຜະລິດບົດຂ່າວໃຫ້ມີປະສິດທິພາບ, ດຶງດູດຄວາມສົນໃຈ, ສະທ້ອນໃຫ້ເຫັນເຖິງຄວາມຈໍາເປັນ ແລະ ກ້າວໄປສູ່ຜົນໄດ້ຮັບ ໃນການແກ້ໄຂບັນຫາຕ່າງໆ ທີ່ປະກົດຂຶ້ນໃນສັງຄົມ ສ່ອງແສງຜ່ານສື່ມວນຊົນເຊັ່ນ: ການນຳສະເໜີຂ່າວ ລັກສະນະໃຫ້ຄວາມຮູ້-ບົດຮຽນ, ການເຈາະເລິກດ້ານຂໍ້ມູນ, ລັກສະນະວິເຄາະ, ວິໄຈ, ການເລົ່າເລື່ອງ ເພື່ອນຳໄປສູ່ການແກ້ໄຂບັນຫາຕ່າງໆ ທີ່ກະທົບຕໍ່ສິ່ງແວດລ້ອມ ກໍຄືທຸກຄົນໃນສັງຄົມ ລວມທັງການປຸກລະດົມສັງຄົມໃຫ້ມີສ່ວນຮ່ວມເພື່ອຫຼີກລ່ຽງການທຳລາຍສິ່ງແວດລ້ອມ ຫັນມາໃສ່ໃຈໃນການຮັກສາສິ່ງແວດລ້ອມຫຼາຍຂຶ້ນ. ຄຽງຄູ່ກັບການພັດທະນາສີຂຽວ ແລະ ຍືນຍົງ ໂດຍມີຂໍ້ມູນຫຼັກການທີ່ໄດ້ຮັບການຢັ້ງຢືນຈາກວິຊາການຂະແໜງການທີ່ກ່ຽວ ຂ້ອງ.
 |
| |
ທ່ານ ຫງວຽນ ຕ່າຍ ວັນ ນັກຂ່າວຊ່ຽວຊານດ້ານສາລະຄະດີສິ່ງແວດລ້ອມປະຈຳໂທພາບແຫ່ງຊາດ ຫວຽດນາມ ໄດ້ໃຫ້ສຳພາດວ່າ: ບົດຮຽນ ແລະ ປະສົບການທີ່ໄດ້ແລກປ່ຽນຄັ້ງນີ້ມີຄວາມສຳຄັນຫຼາຍເພື່ອເປັນຊ່ອງທາງໃນການປັບໃຊ້ເຂົ້າໃນການຜະລິດຂ່າວ, ບົດຄວາມ, ສາລະຄະດີ ລວມທັງດ້ານເຕັກນິກວິທີການຕ່າງໆ ຕາມຄວາມເໝາະສົມ ແລະ ສິ່ງສຳຄັນ ນັກຂ່າວຕ້ອງເປັນໃຈກາງໃນການຄົ້ນຄິດ, ປະດິດສ້າງ ແລະ ເບິ່ງກວ້າງມອງໄກຕໍ່ກັບບັນຫາສິ່ງແວດລ້ອມ ທັງເຜີຍແຜ່ຂໍ້ມູນທີ່ສຳຄັນໃຫ້ສັງຄົມໄດ້ຮັບຮູ້ເພື່ອອະນຸລັກຮັກສາສິ່ງແວດລ້ອມ. ຂ່າວ: ວິໄລວອນ ສິດທິໄຊ
ຄໍາເຫັນ