ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ
ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສມວນຊນຕາງປະເທດເຂາພບຮອງລດຖະມນຕກະຊວງການຕາງປະເທດ ສສ ຫວຽດນາມ - image 1
 

ໃນໂອກາດດັ່ງກ່າວ, ທ່ານ ນາງ ເລ ທິ ທູ ຮັງ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາສື່ມວນຊົນຕ່າງປະເທດ ທີ່ໄດ້ໃຫ້ຄວາມສຳຄັນມາເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ດັ່ງກ່າວໃນຄັ້ງນີ້, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໂດຍສະເພາະການປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ, ຫັນເປັນຫຼາຍທິດ ແລະ ຫຼາຍຝ່າຍໃນການພົວພັນຕ່າງປະເທດ ຊຶ່ງວຽກງານການຕ່າງປະເທດ ໄດ້ເສີມຂະຫຍາຍບົດບາດບຸກທະລຸ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເປີດກວ້າງທ່າສະໜາມແຫ່ງການພັດທະນາໃໝ່ ຢ່າງທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ປະເທດຊາດ. ວຽກງານການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ກົມກຽວ, ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍປະການ, ການພົວພັນກັບບັນດາປະເທດ ແລະ ຄູ່ຮ່ວມມື ໂດຍສະເພາະແມ່ນບັນດາປະເທດມະຫາອຳນາດ, ຄູ່ຮ່ວມມືຍຸດທະສາດທີ່ສຳຄັນ ແລະ ເພື່ອນມິດທີ່ມີມູນເຊື້ອແມ່ນນັບມື້ນັບເຂົ້າສູ່ລວງເລິກ, ມີຄວາມສະຖຽນລະພາບ ແລະ ຍືນຍົງ.

ທ່ານ ນາງ ເລ ທິ ທູ ຮັງ ຍັງໃຫ້ຮູ້ອີກວ່າ: ດ້ານເສດຖະກິດ ສສ ຫວຽດນາມ ຍັງຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້, ໜີ້ສາທາລະນະ ແລະ ການຂາດດຸນງົບປະມານ; ຊ່ວຍດຸນການຄ້າເກີນດຸນໃນລະດັບສູງຢ່າງຕໍ່ເນື່ອງ. ອັດຕາການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍໄລຍະ 2021-2025 ບັນລຸປະມານ 6.3% ຕໍ່ປີ, ຈັດຢູ່ໃນກຸ່ມສູງອັນດັບຕົ້ນໆຂອງໂລກ. ຂອບເຂດ GDP ໃນປີ 2025 ບັນລຸໄດ້ກວ່າ 510 ຕື້ໂດລາ (ເພີ່ມຂຶ້ນ 1.47 ເທົ່າທຽບໃສ່ 2020), ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 5.000 ໂດລາ, ເຮັດໃຫ້ ຫວຽດນາມເປັນປະເທດທີ່ມີລາຍຮັບສະເລ່ຍສູງ.

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ທອງລຸນ ສີສຸລິດ ສົ່ງສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026

ສະຫາຍ ທອງລຸນ ສີສຸລິດ ສົ່ງສານອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026

ໃນວັນທີ 13 ກຸມພາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ບຸນປີໃໝ່ປະຈໍາຊາດຫວຽດນາມ “ເຕັດບິງເຫງາະ” 2026 ເຖິງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໂດຍມີເນື້ອໃນ ດັ່ງນີ້:
ຈີນ - ອາຊຽນ ມ່ວນຊື່ນຕ້ອນຮັບບຸນກຸດຈີນ

ຈີນ - ອາຊຽນ ມ່ວນຊື່ນຕ້ອນຮັບບຸນກຸດຈີນ

ການສະຫຼອງບຸນປີໃໝ່ (ກຸດຈີນ) ຈີນ-ອາຊຽນ ໄດ້ຈັດຂຶ້ນຢ່າງຄືກຄື້ນ ໃນຕົ້ນເດືອນກຸມພາ 2026 ຢູ່ສຳນັກງານໃຫຍ່ອາຊຽນ ນະຄອນຫຼວງຈາກາຕາ ອິນໂດເນເຊຍ. ໂດຍການເປັນເຈົ້າພາບຂອງຫ້ອງການຖະແຫຼງຂ່າວຂອງອົງການການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຮ່ວມກັນປະຕິບັດງານໂດຍສູນສື່ສານສາກົນກວາງຊີ ຂອງສຳນັກຂ່າວໜັງສືພິມລາຍວັນກວາງຊີ, ສະຖານີວິທະຍຸ ແລະ ໂທລະພາບກວາງຊີ, ກຸ່ມບໍລິສັດພັດທະນາການທ່ອງທ່ຽວກວາງຊີ ແລະ ໄດ້ຮັບການສະໜັບສະໜູນຈາກຄະນະທູຕານູທູດຈີນປະຈຳອາຊຽນ.
ປຶກສາຫາລື ສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ

ປຶກສາຫາລື ສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ

ວັນທີ່ 11 ກຸມພານີ້ ທີ່ໂຮງແຮມເມືອງຫຼວງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອສ້າງນະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງສ້າງສັນຂອງອົງການອຸຍແນັສໂກ ຫຼື UNESCO Creative City Strategyໂດຍເປັນປະທານຂອງທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ມີຜູ້ຊ່ຽວຊານຈາກອົງການອຸຍແນັສໂກ ແລະ ພາກສ່ວນກ່ຽວຂ້ອງ ຂອງແຂວງ, ນະຄອນ, ອົງການປົກຄອງບ້ານເຂົ້າຮ່ວມ.
ຈີນ-ອາຊຽນ ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ

ຈີນ-ອາຊຽນ ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ

ການສະຫຼອງບຸນປີໃໝ່ (ກຸດຈີນ) ຄວາມໝາຍບໍ່ພຽງແຕ່ເປັນການໝູນວຽນ ປ່ຽນຖ່າຍສະເພາະການເວລາເທົ່ານັ້ນ ແຕ່ຄວາມໝາຍອັນເລິກເຊິ່ງຂອງການສະຫຼອງບຸນປີໃໝ່ຂອງປີນີ້ ຊຶ່ງກົງກັບປີມະເມຍ (ປີມ້າ) ຕາມປະຕິທິນຈັນທະຄະຕິຈີນ. ໝາຍເຖິງການກ້າວໄກ, ກ້າວກະໂດດ ໄປສູ່ຄວາມຫວັງໃໝ່ໃນອະນາຄົດ. ການສະຫຼອງກຸດຈີນປີນີ້,ພໍດີກົງກັບວັນສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ອາຊຽນ ຄົບຮອບ 5 ປີ.
ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ການນໍາແຂວງຫຼວງພະບາງ ເຂົ້າອວຍພອນກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ

ຕອນບ່າຍວັນທີ 6 ກຸມພານີ້, ການນໍາແຂວງຫຼວງພະບາງ ນຳໂດຍ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາບໍລິຫານງານພັກແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ໃນໂອກາດບຸນປີໃໝ່ປະຈໍາຊາດ ສປ ຈີນ ໄດ້ໝູນວຽນມາຄົບຮອບອີກວາລະໜຶ້ງ. ໂອກາດນີ້, ທ່ານ ຄຳຫຼ້າ ລຽນປະດິດ ໄດ້ຕີລາຄາສູງ ຕໍ່ການຮ່ວມມືຂອງສອງຊາວລາວ-ຈີນ, ຈີນ-ລາວ
ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ເປີດງານສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026

ສູນວັດທະນະທຳຈີນປະຈຳລາວ ຈັດພິທີເປີດງານສະເຫຼີມຫຼອງບຸນກຸດຈີນປະຈຳປີ 2026 ຂຶ້ນໃນວັນທີ 7 ກຸມພາ ຜ່ານມາ ທີ່ສູນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ); ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ພິທີມອບ-ຮັບຫຼຽນກຽດຕິຄຸນອາທິດອຸໄທ ດາວຄຳ ແລະ ດາວເງິນ ໃຫ້ແກ່ ທ່ານ ບຸນແຝງ ພູມມະໄລສິດ

ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ 2) ຊຶ່ງເປັນໜຶ່ງໃນຫຼຽນກຽດຕິຄຸນພົນລະເຮືອນທີ່ສູງທີ່ສຸດຂອງຍີ່ປຸ່ນ.
ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ງານການກຸສົນຮ່ວມມືລາວ-ຈີນ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ"

ມູນນິທິແມ່ຍິງລາວກ້າວໜ້າ ເພື່ອພັດທະນາ ແລະ ຊ່ວຍເຫຼືອສັງຄົມ (ມລພສ) ຮ່ວມກັບໂທລະ ພາບອາຊຽນ ສປ ຈີນ (ASEAN TV) ປະຈຳ ສປປ ລາວ ໄດ້ຈັດງານການກຸສົນຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ "ຄວາມຫວັງໃໝ່ຫ່ວງໃຍຜູ້ດ້ອຍໂອກາດ" ຈັດຂຶ້ນໃນວັນທີ 7 ກຸມພາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມກ່າວເປີດງານໂດຍທ່ານ ປ້າ ນາລີ ສີສຸລິດ ພັນລະຍາເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ.
ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານ ສນຊ ຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຄຳນັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດຢູ່ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພານີ້.
ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມການຫຼຸດພົ້ນອອກຈາກຄວາມທຸກຍາກ

ກິດຈະກໍາອ່ານປຶ້ມ ໃນຫົວຂໍ້: ການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເປີດນໍາໃຊ້ຕູ້ປຶ້ມຄັງປັນຍາຈາກພາກໃຕ້ (ຕູ້ປຶ້ມອົບອຸ່ນຈາກພາກໃຕ້) ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 6 ກຸມພານີ້ ທີ່ຫໍສະໝຸດແຫ່ງຊາດ ນະຄອນຫຼວວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ກົດປຸ່ມເປີດຕູ້ປຶ້ມຂອງທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານສື່ມວນຊົນ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ, ທ່ານ ໄຊຊຽງຢົງ (Cai Xian grong) ຮອງຫົວໜ້າຄະນະໂຄສະນາອົບຮົມພັກກອມມູນິດຈີນ ແຂວງຢຸນນານ, ມີຜູ້ອໍານວຍການຫໍສະໝຸດແຫ່ງຊາດ, ຄູ-ນັກຮຽນຈາກໂຮງຮຽນປະຖົມສົມບູນໜອງປີງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງລາວ-ຈີນເຂົ້າຮ່ວມ.
ເພີ່ມເຕີມ