ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຕາມມະຕິ XIຂອງພັກກຳນົດໄວ້

ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຕາມມະຕິ XIຂອງພັກກຳນົດໄວ້
ທິດທາງວຽກຈຸດສຸມ ແລະ ມາດຕະການກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດບສັງຄົມ 5ປີ ຄັ້ງທີ IX ໃນທ້າຍສະໄໝ 2025 ແມ່ນຈະສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຕາມມະຕິ XIຂອງພັກໄດ້ກຳນົດໄວ້ຢ່າງຕັ້ງໜ້າ.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ(ຜທ) ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄລຍະ(2021-2023) ແລະ ທິດທາງແຜນການຮອດປີ 2025 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກ ນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ
    ທ່ານລັດຖະມົນຕີ ກະຊວງ ຜທ ກ່າວວ່າ:ວຽກຈຸດສຸມການສົ່ງເສີມການຜະລິດ-ການບໍລິການເພື່ຶອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ຊຶ່ງໃນນັ້ນ ວຽງານກະສິກຳ ແລະ ປ່າໄມ້ສາມາດຄໍ້າປະກັນໄດ້ສະບຽງອາຫານພາຍໃນໄດ້ໂດຍພື້ນຖານເປັນຕົ້ນການຜະລິດເຂົ້າພຽງພໍກັບຄວາມຕ້ອງການພາຍໃນ ຊຶ່ງໃນ ປີ 2021 ຜະລິດໄດ້ 2,07 ລ້ານໂຕນ ແລະ ປີ 2022 ຜະລິດໄດ້ ປະມານ 2,37 ລ້ານໂຕນ ສຳລັບ 9 ເດືອນ 2023 ສາມາດຜະລິດໄດ້ ປະມານ118.204 ເຮັກຕາ ເທົ່າກັບ 79,42% ຂອງແຜນການຄາດຄະເນຜົນຜະລິດ ຈະບັນລຸໄດ້ 2,42 (ລື່ນແຜນປີ 2,39 ລ້ານໂຕນ ນອກຈາກນັ້ນພືດຜັກ ແລະ ຊີ້ນປາອາຫານຕ່າງໆກໍລ້ວນແຕ່ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ,ໄດ້ຊຸກຍູ້ການລ້ຽງສັດ ແລະ ສັດນໍ້າເປັນສິນຄ້າແບບເປັນກຸ່ມ,ເປັນຟາມ ມາຮອດປັດຈຸບັນມີ ຟາມທັງໝົດ 2.168 ຟາມ ມີສັດລ້ຽງປະມານ 6,06 ລ້ານໂຕ,ວຽກງານການຜະລິດອຸດສາຫະກຳປຸງແຕ່ງ ໄດ້ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ຜູ້ປະກອບການພາຍໃນ ຂະຫຍາຍການຜະລິດສິນຄ້າອຸດສາຫະກຳປຸງແຕ່ງເພື່ອທົດແທນການນຳເຂົ້າ ຊຶ່ງການຜະລິດປຸ໋ຍ ແລະ ຝຸ່ນ ມີ 103 ໂຮງງານດຳເນີນການຜະລິດ ແລະ ມີກຳລັງການຜະລິດ 926.230 ໂຕນ/ປີ , ຊຸກຍູ້ສົ່ງເສີມກຸ່ມຊາວກະສິກອນຜະລິດເພື່ອນຳໃຊ້ເອງ ປະມານ 600.000 ໂຕນ,ການຜະລິດຫົວອາຫານສັດໃນໄລຍະວາລະແຫ່ງຊາດໄດ້ເພີ່ມໂຮງງານຜະລິດອາຫານສັດ 1 ແຫ່ງ(ລວມທັງໝົດ 7 ແຫ່ງ)ສາມາດຜະລິດເພີ່ມ 30.923,61 ໂຕນ ລວມທັງໝົດສາມາດຜະລິດໄດ້ 355.600 ໂຕນ ກວມປະມານ 60%ຂອງຄວາມຕ້ອງການພາຍໃນ(592.670ໂຕນ),ວຽກງານບໍ່ແຮ່ ໄດ້ປັບໂຄງສ້າງລາຄາໄຟຟ້າທີ່ເອື້ອອຳນວຍໃຫ້ແກ່ການລົງທຶນໃນຂະແໜງອຸດສາຫະກຳ ແລະ ກະສິກຳ,ໄດ້ຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດໂດຍໄດ້ອະນຸຍາດເຊັນສັນຍາໂຄງການພັດທະນາບໍ່ແຮ່ໃນຮູບແບບທົດລອງທັງໝົດ 93 ບໍລິສັດ ລວມເນື້ອທີ່ທັງໝົດ 39.866,11 ເຮັກຕາ ຫຼື ເທົ່າກັບ 0,16%ຂອງເນື້ອທີ່ທົ່ວປະເທດ
    ສຳລັບວຽກງານການທ່ອງທ່ຽວໄດ້ສືບຕໍ່ຊຸກຍູ້ພາກທຸລະກິດປັບປຸງການບໍລິການທ່ອງທ່ຽວຢ່າງຮອບດ້ານ ຊຶ່ງເຮັດໃຫ້ຈຳນວນນັກທ່ອງທ່ຽວຕ່າງປະເທດ ເຂົ້າມາ ສປປ ລາວ ໃນ 9 ເດືອນ ປີ 2023 ບັນລຸໄດ້ປະມານເກືອບ 2,5 ລ້ານເທື່ອຄົນ,ສົມທຽບໄລຍະດຽວກັນຂອງປີ 2022,ຄາດວ່າໄດ້ສ້າງລາຍຮັບເປັນເງິນຕາຕ່າງປະເທດປະມານ 602,78 ລ້ານໂດລາ,ວຽກງານໂຍທາທິການ ແລະ ຂົນສົ່ງໄດ້ຊຸກຍູ້ການບໍລິ ການຂອງ 3 ຈຸດທ່າບົກທີ່ເປີດນຳໃຊ້ແລ້ວ ໃນນັ້ນ ທ່າບົກທ່ານາແລ້ງແມ່ນພວມສຸມໃສ່ການເຊື່ອມຈອດທາງລົດໄຟເຂົ້າຫາເຂດທ່າບົກ,ສຳລັບທ່າບົກນາເຕຍຢູ່ໃນຂັ້ນຕອນສຳຫຼວດເນື້ອທີ່ ແລະກຳນົດຮູບແບບຮຸ້ນສ່ວນການລົງທຶນ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ຈຳນວນ 212,30ຕື້ກີບ; ໃນນັ້ນວຽກຈຸດສຸມການສ້າງສະຖຽນລະພາບດ້ານເງິນຕາໄດ້ສຸມໃສ່ຄົ້ນຄວ້າ ແລະ ອອກນະໂຍບາຍສິນເຊື່ອຖົມຂຸມດອກເບ້ຍ ແລະ ນະໂຍບາຍສິນເຊື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນເພື່ອຂະຫຍາຍການເຂົ້າຫາແຫຼ່ງທຶນໃນຂະແໜງການການຜະລິດເພື່ອທົດແທນການນຳເຂົ້າ ແລະ  ສົ່ງອອກ ແລະ ສົ່ງເສີມການຜະລິດສິນຄ້າຂອງ MSME,ໄດ້ສຸມໃສ່ແກ້ໄຂສະພາບຄ່າເງິນກີບ,ຄັງສຳຮອງເງິນຕາຕ່າງປະເທດ ແລະ ຄວບຄຸມອັດຕາເງິນເຟີ້ຕາມແຜນວຽກຂອງຄະນະ 19/ນຍ.
    ສຳລັບທິດທາງວຽກຈຸດສຸມ ແລະ ມາດຕະການກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ IX ໃນທ້າຍສະໄໝ 2025 ແມ່ນຈະສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຕາມມະຕິ XIຂອງພັກໄດ້ກຳນົດໄວ້ຢ່າງຕັ້ງໜ້າ ຊຶ່ງໃນໄລຍະທ້າຍສະໄໝ ຮອດປີ 2025 ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງສືບຕໍ່ສູ້ຊົນປະຕິບັດຄາດໝາຍຕ່າງໆ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ5ປີ ຄັ້ງທີ IX ໂດຍຖືເອົາ 5 ເປົ້າໝາຍວຽກຈຸດສຸມເປັນມາດຕະການຕົ້ນຕໍ ແລະ ແຂງແຮງກວ່າເກົ່າ,ຫັນບັນດາວຽກງານຈຸດສຸມເຊື່ອມເຂົ້າກັບການເຮັດໃຫ້ການປະຕິບັດວຽກງານຕົວຈິງມີຜົນສຳເລັດທີ່ດີຂຶ້ນກວ່າເກົ່າ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ