ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນຜູ້ໃໝ່

ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນຜູ້ໃໝ່

ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນຜູ້ໃໝ່
ວັນທີ 13 ມີຖຸນານີ້ ທີ່ສະໂມສອນ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດ ການອະນຸມັດໃຫ້ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ກອງບັນຊາການ ປກສ ແຂວງຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ.
ແຕງຕງ ຫວໜາກອງບນຊາການ ປກສ ແຂວງຄາມວນຜໃໝ - image 1
 

ທ່ານ ພົວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 528/ຄລສພ; ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 297/ນຍ; ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດອອກພັກການ ຮັບອຸດໜູນບໍານານ ໂດຍອະນຸມັດໃຫ້ ທ່ານ ພົວ ທິບພະຈັນ ໂພໄຊ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ອອກພັກການຮັບອຸດໜູນບໍານານ ແລະ ຜ່ານດໍາລັດ ສະບັບເລກທີ 311/ນຍ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໂດຍເຫັນດີແຕ່ງຕັ້ງ ທ່ານ ພັອ ຈັນໄຊ ນັນທະວົງ ເປັນຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ຜູ້ໃໝ່. ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1451/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄໍາມ່ວນ, ເຫັນດີຕົກລົງແຕ່ງຕັ້ງ ທ່ານ ພັທ ຄໍາ ນັນທະວົງ ແລະ ທ່ານ ພັທ ແກ້ວມະນີ ຈິດຕະນາພັນ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ.

ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ເອົາໃຈໃສ່ເປັນຄັນທຸງຮັກສາຄວາມສາມັກຄີໃຫ້ມີຄວາມໜັກແໜ້ນ, ມີການແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບໃນໝູ່ຄະນະ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ການຕັດສິນວຽກງານເປັນໝູ່ຄະນະ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບເດັດຂາດຕໍ່ໜ້າທີ່ວຽກງານຂອງຕົນ, ຍົກສູງສະຕິຊາດເອກະລາດເປັນເຈົ້າຕົນເອງ ເສຍສະຫຼະເພື່ອຊາດເພື່ອປະຊາຊົນ, ສ້າງກົມກອງໃຫ້ມີຄວາມເຂັ້ມແຂງຮອບດ້ານ. ເອົາໃຈໃສ່ທີ່ສຸດໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມຈົ່ງຮັກພັກດີ, ມີນໍ້າໃຈຮັກຊາດ ຮັກມູນເຊື້ອຄວາມສາມັກຄີ, ເປັນເຈົ້າການປະຕິບັດໜ້າທີ່ຕາມພາລະບົດບາດ, ມີກົນໄກເຮັດວຽກທີ່ມີປະສິດທິຜົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ຄຽງຄູ່ກັນນັ້ນໃຫ້ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ແກ້ໄຂບັນຫາຢາເສບຕິດ ແລະ ຕິດຕາມກວດກາບັນຫາຄວາມບໍ່ສະຫງົບຮຽບຮ້ອຍຕາມຊາຍແດນລະຫວ່າງປະເທດ ໃຫ້ຄຸ້ມຄອງຢ່າງເຂັ້ມງວດ, ເຊື່ອມຊຶມແນວທາງການເມືອງຂອງພັກໃຫ້ຖືກຕ້ອງ ໄປພ້ອມກັບການປັບປຸງພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ, ພ້ອມທັງໄດ້ສະເໜີໃຫ້ເອົາໃຈໃສ່ ກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກເພື່ອຮັບປະກັນທາງດ້ານເນື້ອໃນ, ຂະບວນການ ແລະ ດ້ານບຸກຄະລາກອນ ໃຫ້ມີຜົນສໍາເລັດທີ່ດີ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ