![]() |
ໃນພິທີ ທ່ານ ວັນດີ ບຸດສະດີ, ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນ. ວອນຄຳ ເຈື່ອງມະນີວົງ ເປັນກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທີ່ ນະຄອນດານັງ ພ້ອມທັງຮັບຜິດຊອບເຂດພາກກາງ ຄື: ແຂວງຮ່າຕິ່ງ, ກວ້າງບິ່ງ, ກວ້າງຈິ, ເທື່ອທຽນເຫວ້, ກວ້າງນາມ, ກວ້າງຫງາຍ, ບິ່ງດິ້ງ, ຝູອຽນ, ກອນຕຸມ ຢາລາຍ ແລະ ດັກລັກ.
ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ, ເປັນການມອບໝາຍໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບອັນມີກຽດສະຫງ່າ ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ ກົງສຸນໃຫຍ່ ຈະນຳພາເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ພັກ-ລັດ ມອບໝາຍໃຫ້ຢ່າງມີຜົນສຳເລັດ. ໂດຍສະເພາະ, ແມ່ນການບຸກທະລຸການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງປະເທດເຮົາໃນໄລຍະໃໝ່, ລວມທັງການປະຕິ ບັດຄຳຂວັນ ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ, ອັນສໍາຄັນແມ່ນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງແໜ້ນແກ່ນ.
![]() |
ໃນໂອກາດດຽວກັນ, ທ່ານ ນ. ວອນຄຳ ເຈື່ອງມະນີວົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ທີ່ໃຫ້ການໄວ້ເນື້ອເຊື່ອໃຈມອບໝາຍໜ້າທີ່ການເມືອງອັນສຳຄັນໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດ, ຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີຜົນສຳເລັດເປັນກ້າວໆ. (ຂ່າວ: ກຕທ)


ຄໍາເຫັນ