TESS ສະຫຼຸບຜົນສຳເລັດ ແລະ ສ້າງໄວໜຸ່ມຝຶກວິຊາຊີບ ສ້າງວຽກເຮັດງານທຳສູ່ອະນາຄົດໃນຕໍ່ໜ້າ

TESS ສະຫຼຸບຜົນສຳເລັດ ແລະ ສ້າງໄວໜຸ່ມຝຶກວິຊາຊີບ ສ້າງວຽກເຮັດງານທຳສູ່ອະນາຄົດໃນຕໍ່ໜ້າ

TESS ສະຫຼຸບຜົນສຳເລັດ ແລະ ສ້າງໄວໜຸ່ມຝຶກວິຊາຊີບ ສ້າງວຽກເຮັດງານທຳສູ່ອະນາຄົດໃນຕໍ່ໜ້າ
ໃນວັນທີ 13 ກຸມພາຜ່ານມາ ຢູ່ທີ່ພັດຕະຄານສິນສະໄໝ, ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານ ແລະ ມອບໃບຢັ້ງຢຶນ ໃຫ້ຜູ້ເຂົ້າຮ່ວມວົງຈອນການໃຫ້ຄໍາປຶກສາ ແລະ ສະໜັບສະໜູນການມີວຽກເຮັດງານທຳ ຊຸດທີ 4, ໂດຍການເປັນປະທານຂອງ ທ່ານ ນາງ ພູວຽງ ອິນທະສອນ ຮອງຫົວໜ້າພະແນກສຶກທິການ ແລະ ກິລາແຂວງ, ທ່ານ ນາງ ສົມຄິດ ແທ່ງສົມບັດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ແສງມະນີ ສີສຸດທິຈັກ ຜູ້ປະສານງານໂຄງການ Vtess ປະຈຳແຂວງ, ມີແຂກຖືກເຊີນຈາກບັນດາຂະແໜງການທີ່ກ່ຽວຂ້ອງ, ຜູ້ໃຫ້ຄຳປຶກສາ, ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 78 ທ່ານ.
TESS ສະຫບຜນສຳເລດ ແລະ ສາງໄວໜມຝກວຊາຊບ ສາງວຽກເຮດງານທຳສອະນາຄດໃນຕໜາ - image 1
 

ຈຸດປະສົງຂອງໂຄງການແມ່ນເພື່ອເລັ່ງໃສ່ການຝຶກອົບຮົມວິຊາຊີບ ທີ່ສອດຄ່ອງກັບຄວາມຕ້ອງການຕະຫຼາດແຮງງານ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ຜູ້ດ້ອຍໂອກາດ ໃນຂົງເຂດຊົນນະບົດ ແລະ ເທດສະບານເມືອງ ໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ, ຊຶ່ງໂຄງການໄດ້ຈັດຕັ້ງປະຕິບັດມາແຕ່ເດືອນມີນາ 2025 ຫາ ເດືອນກຸມພາ 2026. ຜ່ານການຈັດຕັ້ງປະຕິບັດ ມີຊາວໜຸ່ມ-ໄວໜຸ່ມ ກຸ່ມເປົ້າໝາຍຈາກເມືອງສາລະວັນ ແລະ ເມືອງເລົ່າງາມ ເຂົ້າຮ່ວມເບື້ອງຕົ້ນ 102 ນ້ອງ ຍິງ 65 ນ້ອງ.

ຊຸດຝຶກອົບຮົມຄັ້ງນີ້, ໄດ້ດໍາເນີນໄປເປັນເວລາ 3 ເດືອນ, ມີເຂົ້າຮ່ວມຝຶກອົບຮົມ 78 ນ້ອງ ຍິງ 50 ນ້ອງ ມີ 10 ສາຂາ ອາຊີບຄື: ຕັດຫຍິບມີ 25 ນ້ອງ, ເສີມສວຍ 21 ນ້ອງ, ສ້ອມແປງໂທລະສັບ 2 ນ້ອງ, ສ້ອມແປງລົດໃຫຍ່ 5 ນ້ອງ, ສ້ອມແປງລົດຈັກ 8 ນ້ອງ, ຂັບລົດໃຫຍ່ 6 ນ້ອງ, ຕັດຜົມຊາຍ 8 ນ້ອງ, ລ້ຽງກົບ, ປູກເຫັດ ແລະ ສ້ອມແປງຄອມພິວເຕີ ສາຂາລະ 1 ນ້ອງ. ຜ່ານການຝຶກອົບຮົມທາງພາກທິດສະດີ ແລະ ໄດ້ລົງຝຶກອົບຮົມຕົວຈິງຢູ່ສະຖານທີ່ປະກອບການ ເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ໃນສາຂາອາຊີບທີ່ຕົນເອງມັກ ແລະ ມີແຜນຈະລິເລີ່ມທຸລະກິດເປັນຂອງຕົນເອງ ເພື່ອກາຍເປັນຜູ້ປະກອບການ ທີ່ສາມາດສ້າງລາຍຮັບເຂົ້າສູ່ຕົນເອງ ແລະ ຄອບຄົວ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເລື້ອຍໆ ແລະ ເປັນຕົວແບບໃຫ້ແກ່ຊາວໜຸ່ມ- ໄວໜຸ່ມ ນໍາເອົາເປັນບົດຮຽນໄດ້.

ໃນພິທີ, ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດການເຂົ້າຮ່ວມຝຶກອົບຮົມ ຊຶ່ງເປັນກຽດມອບໃບຢັ້ງຢືນຂອງ ທ່ານ ນາງ ພູວຽງ ອິນທະສອນ ແລະ ທ່ານ ນາງ ສົມຄິດ ແທ່ງສົມບັດ ໃຫ້ແກ່ຜູ້ເຂົ້າຮ່ວມຈຳນວນ 78 ນ້ອງ ຍິງ 50 ນ້ອງຕື່ມອີກ.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ການນໍາພັກ-ລັດ ສືບຕໍ່ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າວັນທີ 10 ສິງຫານີ້ ການນໍາພັກ-ລັດ, ບັນດາອົງການ, ກະຊວງ, ຄອບຄົວການນໍາ, ອະດີດການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ສຸມໃສ່ 4 ດ້ານ ເພື່ອພັດທະນາສື່ວິທະຍຸກະຈາຍສຽງກອງທັບ

ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ທ່ານ ພັນຕີ ເຄນໄຊ ພິມບຸນເລີຍ ຮອງພະແນກຂ່າວບົດ ວິທະຍຸກະຈາຍກອງທັບ ໄດ້ສະແດງທັດສະນະຕໍ່ ສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວ່າ: ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຄວາມສຳຄັນຂອງສື່ມວນຊົນ, ດ້ານການເມືອງ-ແນວຄິດ ເປັນກະບອກສຽງຂອງພັກ-ລັດ ແລະ ເປັນຂົວຕໍ່ກັບປະຊາຊົນ ເພື່ອໂຄສະນາ, ຜັນຂະຫຍາຍແນວທາງ, ນະໂຍບາຍ ແລະ ກົດໝາຍ, ດ້ານເສດຖະກິດ-ສັງຄົມ, ໃຫ້ຂໍ້ມູນຂ່າວສານ, ເຕັກໂນໂລຊີໃໝ່, ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດ, ດ້ານວັດທະນະທຳ-ສຶກສາ: ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ, ພ້ອມທັງຕໍ່ຕ້ານວັດທະນະທຳທີ່ເປັນບິດເປື່ອນ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນເຄື່ອງມືຕອບໂຕ້, ທັດສະນະຜິດປົກກະຕິ, ຂ່າວປອມ (Fake News) ແລະ ການໂຄສະນາບິດເບືອນ ເພື່ອຮັກສາຄວາມສະຫງົບຂອງສັງຄົມ.
ຝຶກອົບຮົມວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ ປະຊາຊົນ

ຝຶກອົບຮົມວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ ປະຊາຊົນ

ໃນວັນທີ 10 ສິງຫາ ນີ້, ທີ່ ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ໄດ້ມີພິທີເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ແກ່ ນັກຝຶກອົບຮົມກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນເປັນປະທານຮ່ວມ ໂດຍ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຄຳໝັ້ນ ຟອງມະນີ ຜູ້ອຳນວຍການສູນພັດທະນາສີມືແຮງງານ ແຂວງອຸດົມໄຊ, ໂດຍມີບັນດາວິທະຍາກອນ, ນັກສຳມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາຂອງພັກ ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ເນື້ອໃນ ແລະ ຮູບການ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ສື່ມວນຊົນ ໄດ້ເຄື່ອນໄຫວເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ເປັນເວທີແລກປ່ຽນຂໍ້ມູນຂ່າວສານຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປະຕິວັດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ເພື່ອເກັບກຳຂໍ້ມູນແຮງງານ

ເພື່ອສ້າງຖານຂໍ້ມູນສັງຄົມ-ເສດຖະກິດ ໃຫ້ມີຄວາມຖືກຕ້ອງ, ແນ່ນອນ ແລະ ທັນສະໄໝ ຕາມມາດຕະຖານສາກົນ, ໃນວັນທີ 10 ສິງຫາ 2026 ນີ້, ຢູ່ຫ້ອງປະຊຸມ ເຮືອນພັກພູນຊັບ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີພິທີເປີດຊຸດຝຶກອົບຮົມນັກເດີນສຳຫຼວດ ແລະ ກວດກາຂັ້ນແຂວງ ຂອງການສຳຫຼວດແຮງງານ ປະຈຳປີ 2026–2027 ຢ່າງເປັນທາງການ.
ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ທີ່ຕາແສງນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ເຂົ້າຮ່ວມພັກປະຊາຊົນ ປະຕິວັດລາວ ໃນປີ 1976. ເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ດີເດັ່ນຂອງການປະຕິວັດລາວ ແລະ ເປັນຜູ້ວາງຮາກຖານໃຫ້ແກ່ລັດລາວ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ ແລະ ໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ ແລະ ຫວຽດນາມ. ໄລຍະທີ່ຍັງມີຊີວິດ ເພິ່ນ ໄດ້ດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ນໍ້າເທີນ 2 ຢຸດການຜະລິດໄຟຟ້າຊົ່ວຄາວ ເພື່ອຢຸດການປ່ອຍນໍ້າລົງສູ່ແມ່ນໍ້າເຊບັ້ງໄຟ

ກອງປະຊຸມກ່ຽວກັບການຢຸດການປ່ອຍນໍ້າ (ຢຸດການຜະລິດໄຟຟ້າຊົ່ວຄາວ) ຂອງບໍລິສັດໄຟຟ້າ ນໍ້າເທີນ 2 ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2026, ທີ່ ບໍລິສັດໄຟຟ້ານໍ້າເທີນ 2 ບ້ານສ້າງແກ້ວ ເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍມີຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງຍົມມະລາດ, ເມືອງມະຫາໄຊ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເຂົ້າຮ່ວມ.
ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ສ​ພ​ຂ ຄໍາມ່ວນ ຕິດຕາມສະພາບໄພພິບັດນໍ້າຖ້ວມຢູ່ເມືອງຄູນຄໍາ

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຄໍາມ່ວນ ຮ່ວມກັບຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມສະພາບໄພພິບັດນໍ້າຖ້ວມ ຢູ່ເມືອງຄູນຄໍາ ເມື່ອ​ວັນ​ທີ 8 ສິງ​ຫາ​ຜ່ານ​ມາ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄູນຄໍາ ພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ສາລະວັນ ສໍາເລັດການຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ

ຊຸດຝຶກອົບຮົມຍົກລະດັບວຽກງານເສນາທິການຮັບໃຊ້ການນໍາ ໃຫ້ພະນັກງານ ຫ້ອງວ່າການແຂວງ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ເມືອງ ທົ່ວແຂວງສາລະວັນ ປິດລົງເມື່ອ​ບໍ່​ດົນ​ມາ​ນີ້ ນີ້ ທີ່ ແຂວງສາລະວັນ ໂດຍ​ມີທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ; ມີນັກສຳມະກອນ ທີ່ມາຈາກຫ້ອງວ່າການແຂວງ-ເມືອງ, ພະແນກການ ແລະ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ການນຳແຂວງຫຼວງພະບາງ ຢ້ຽມ​ຢາມບໍ​ລິ​ສັດຊີມັງຫຼວງພະບາງ ຈຽງເກີ ຈໍາກັດ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກແຂວງປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ-ເຮັດວຽກ ຢູ່ບໍລິສັດຊີມັງ ຫຼວງພະບາງ ຈຽງເກີ ຈໍາກັດຜູ້ດຽວ ເມື່ອ​ວັນ​ທີ 6 ສິງ​ຫາ​ຜ່ານ​ມາ, ໂຮງ​ງານ​ດັ່ງ​ກ່າວຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນໍ້າບາກ, ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະພະນັກງານພາຍໃນໂຮງງານ.
ເພີ່ມເຕີມ