![]() |
ໃນກອງປະຊຸມ, ຄະນະບັດຊາກອງບັນຊາການທະຫານແຂວງ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານ ຊຶ່ງປະກອບມີ 4 ບົດຄື: ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ - ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເອກະສານເພີ່ມທະວີການນໍາພາແນວຄິດ ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເອກະກໍາແໜ້ນເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອເຮັດໃຫ້ການເລືອກຕັ້ງ ດໍາເນີນຖືກຕ້ອງຕາມກົດໝາຍ ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ, ເອກະສານ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນການດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ປະກົດຜົນເປັນຈິງ ໃຫ້ບັນດາຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈໃນການໃຊ້ສິດປະຊາທິປະໄຕ ຂອງຕົນເອງ ເພື່ອປະກອບສ່ວນ ເຮັດໃຫ້ການປ່ອນບັດເລືອກຕັ້ງ ໄດ້ສະມາຊິກຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ແນ່ໃສ່ປັບປຸງບູລະນະສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໃຫ້ໜັກ ແໜ້ນ, ເຂັ້ມແຂງ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ຂ່າວ: ບຸນເພັງ ວົງແກ້ວມະນີ)

ຄໍາເຫັນ