ທ່າແຮງຕະຫຼາດສົ່ງອອກກາເຟ ຫວຽດນາມ

ທ່າແຮງຕະຫຼາດສົ່ງອອກກາເຟ ຫວຽດນາມ
ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 25 ກັນຍາ ຜ່ານມາ, ຮ້ານກາເຟ ຫວຽດນາມ ໄດ້ເປີດຢູ່ສູນວາງສະແດງ ແລະ ກອງປະຊຸມກາເຟໂລກ (WCC) ຢູ່ນະຄອນ ເບັງກາລູຣູ ລັດການາຕະກະ ພາກຕາເວັນຕົກສຽງໃຕ້ຂອງ ອິນເດຍ.
ຂ່າວລະບຸວ່າ: ເຂົ້າຮ່ວມພິທີເປີດມີ ທ່ານ ຫງວຽນຫາຍນາມ ປະທານສະມາຄົມກາເຟ ແລະ ໂກໂກ້ ຫວຽດນາມ (VICOFA); ທ່ານ ໄທ ນູຮີບ ຮອງປະທານ VICOFA; ທ່ານ ບຸຍ ຈຸງ ເທືອງ ທີ່ປຶກສາການຄ້າ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ; ທ່ານ ສີຣິນີວາຊາ ເມີທຣີ ກົງສູນກິດຕິມະສັກ ຫວຽດນາມ ປະຈຳ ລັດການາຕະກະ; ທ່ານນາງ ວານູເຊຍ ໂນເກຍຣາ ຜູ້ອໍານວຍການຂອງອົງການກາເຟສາກົນ.
ງານວາງສະແດງ ແລະ WCC ແມ່ນຈັດຂຶ້ນທຸກໆ 5 ປີ, ຄັ້ງທຳອິດຈັດຂຶ້ນໃນປີ 2001, ຄັ້ງທີ 5 ແມ່ນຈະຈັດຂຶ້ນໃນປີ 2020, ແຕ່ເນື່ອງຈາກພະຍາດໂຄວິດ-19 ແຜ່ລະບາດ ຈຶ່ງໄດ້ຍ້າຍມາເປັນປີ 2023. ເບັງກາລູຣູ ເປັນເມືອງທຳອິດໃນອາຊີ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມ ແຕ່ວັນທີ 25-28 ກັນຍາ ນີ້. ຫົວຂໍ້ຂອງ WCC ປີນີ້ແມ່ນ "ການພັດທະນາແບບຍືນຍົງຜ່ານເສດຖະກິດວົງຈອນ ແລະ ການກະສິກໍາທີ່ສະຫຼາດ."
ກອງປະຊຸມໄດ້ດຳເນີນເປັນເວລາ 4 ວັນ ຈະມີການເຂົ້າຮ່ວມຂອງຜູ້ແທນປະມານ 2.000 ຄົນ ທີ່ມາຈາກ 80 ກວ່າປະເທດ. WCC ແມ່ນເວທີປາໄສສຳຄັນສຳລັບການສົນທະນາ ແລະ ການຮ່ວມມືເພື່ອສ້າງອຸດສາຫະກຳກາເຟແບບຍືນຍົງ, ຈາກເມັດກາເຟຈົນເຖິງຜະລິດຕະພັນກາເຟ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຊາວໜຸ່ມປອກຕຸຍການ ໃຊ້ GenAI ສູງກວ່າອັດຕາສະເລ່ຍຂອງເອີຣົບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ກຸມພາ ຜ່ານມາວ່າ: ບົດລາຍງານຈາກມະຫາວິທະຍາໄລ Nova Lisbon ຂອງປອກຕຸຍການ ຊຶ່ງໄດ້ເຜີຍແຜ່ໃນໂອກາດສະເຫຼີມສະຫຼງວັນສາກົນ ເພື່ອການສົ່ງເສີມອິນເຕີເນັດທີ່ປອດໄພ (Safer Internet Day) ລະບຸວ່າ: ປະມານ 85% ຂອງເດັກນ້ອຍ ແລະ ໄວໜຸ່ມອາຍຸລະຫວ່າງ 9-17 ປີໃນປອກຕຸຍການໄດ້ໃຊ້ປັນຍາປະດິດທີ່ສ້າງສັນ (Generative AI) ໃນເດືອນທີ່ຜ່ານມາ ສູງກວ່າລະດັບສະເລ່ຍຂອງເອີຣົບ 10 ຈຸດ.
CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

CGTN ປະກາດຜົນການສຳຫຼວດຄວາມເຫັນກ່ຽວກັບບຸນກຸດຈີນ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຄຳເວົ້າທີ່ວ່າ “ກາຍເປັນຄົນຈີນ” ໄດ້ສ້າງກະແສນິຍົມທາງອິນເຕີເນັດ, ບຸນກຸດຈີນທີ່ຈະໝູນວຽນມາເຖິງນີ້ຈະກາຍເປັນໂອກາດສຳຄັນສຳລັບຊາວເນັດຕ່າງປະເທດຈະໄດ້ຮັບຮູ້ກ່ຽວກັບປະເທດຈີນ .ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດຄວາມເຫັນຂອງຊາວເນັດທົ່ວໂລກກ່ຽວກັບບຸນກຸດຈີນ ໂດຍໄດ້ຮັບຜົນດັ່ງນີ້:
ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ເດືອນມັງກອນ 2026 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ຫ້ອງການບໍລິການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ: ເດືອນມັງກອນ 2026 ແມ່ນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ຂອງໂລກ ແລະ ພົບອຸນຫະພູມທີ່ແຕກຕ່າງກັນຮຸນແຮງລະຫວ່າງສອງຊີກໂລກ. ໂດຍອຸນຫະພູມສະເລ່ຍທົ່ວໂລກແມ່ນ 12.95 ອົງສາ, ຕໍ່າກວ່າສະຖິຕິສູງສຸດໃນເດືອນມັງກອນ 2025 ຢູ່ 0.28 ອົງສາ, ແຕ່ຍັງຄົງເປັນເດືອນມັງກອນທີ່ຮ້ອນທີ່ສຸດອັນດັບ 5 ເທົ່າທີ່ເຄີຍມີການບັນທຶກໄວ້.
ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ຫວຽດນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ ຢູ່​ນະ​ຄອນໂຮ່​ຈິ​ມິນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ກຸມພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ, ທ່ານໄດ້ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນໂຮ່ຈິມິນ ກາຍເປັນກຳລັງໜູນ ແລະ ເປັນບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.
ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ: ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​ທີ່​ຊຸກ​ຍູ້​ໃຫ້​ໂລກ​ກ້າວ​ໄປ​ສູ່​ອະ​ນາ​ຄົດ​ທີ່​ກົມ​ກຽວ ແລະ ຍືນ​ຍົງຫຼາຍກວ່າ

ຂ່າວສານຊີອາໄອລາຍງານວ່າ: ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ 2026, ພາ​ຍຸ​ຫິ​ມະ​ທີ່​ຮ້າຍ​ແຮງ​ຄັ້ງ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ລັດ​ເທັກ​ຊັ​ສ​ຂອງ​ອາ​ເມ​ຣິ​ກາ ຊຶ່ງ​ເຮັດ​ໃຫ້​ໂຮ​ງ​ງານ​ຜະ​ລິດ​ແຜ່ນ​ຊິບ​ຢຸດ​ການ​ຜະ​ລິດ, ລາ​ຄາ​ຂອງ​ໂທ​ລະ​ສັບ​ມື​ຖື​​ໄດ້​ເພີ່ມ​ຂຶ້ນ​ເກືອບ 2 ເທົ່າ.
ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງໃນເດືອນທັນວາ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ກະຊວງກະສິກຳຂອງຟີລິບປິນໄດ້ເປີດເຜີຍວ່າ, ຟີລິບປິນຂາດດຸນການຄ້າກະສິກຳຫຼຸດລົງຢ່າງຫຼວງຫຼາຍໃນເດືອນທັນວາ 2025. ເນື່ອງຈາກການສົ່ງອອກສິນຄ້າກະສິກຳເພີ່ມສູງຂຶ້ນ, ໂດຍສະເພາະແມ່ນໝາກໄມ້ເຂດຮ້ອນ ແລະ ຄຽງຄູ່ກັບການຫຼຸດລົງຂອງການນຳເຂົ້າ.
ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ເຄື່ອງດື່ມທີ່ມີລົດຊາດຫວານ ເຮັດໃຫ້ຊາວ ສ ເກົາຫຼີ ບໍລິໂພກນໍ້າຕານຫຼາຍເກີນໄປ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກຸມພາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກອົງການຄວບຄຸມ ແລະ ປ້ອງກັນພະຍາດ ສ ເກົາຫຼີ (KDCA) ເປີດເຜີຍວ່າ: ອັດຕາສ່ວນປະຊາກອນ ສ ເກົາຫຼີ ທີ່ບໍລິໂພກນໍ້າຕານຫຼາຍເກີນໄປ ມີທ່າອ່ຽງເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ໂດຍສ່ວນໃຫຍ່ແມ່ນຍ້ອນການບໍລິໂພກເຄື່ອງດື່ມທີ່ລົດຊາດຫວານ.
ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ອິນເດຍ ເສີມສ້າງຄວາມສາມາດຂອງອຸດສາຫະກຳຊິບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ບົດຄວາມທີ່ເຜີຍແຜ່ຫວ່າງມໍ່ໆມານີ້, ໂດຍສຳນັກງານປະຊາສຳພັນ (PIB) ຊຶ່ງເປັນອົງການປະຊາສຳພັນຂອງລັດຖະບານອິນເດຍລະບຸວ່າ: ອິນເດຍວາງແຜນທີ່ຈະມີຄວາມສາມາດໃນການອອກແບບ ແລະ ຜະລິດຊິບໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດເຖິງເກືອບ 70-75% ພາຍໃນປີ 2029.
ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ປະ​ກາດຜົນ​ການ​ເລືອກ​ຕັ້ງສະ​ພາ​ຕ່ຳ​ຍິ່​ປຸ່ນ​, ພັກ​ລັດ​ຖະ​ບ​ານປະ​ສົມ​ໄດ້​ຮັບ​ບ່ອນ​ນັ່ງ​​ເກີນ​ເຄິ່ງ​ໜຶ່ງ

ຂ່າວສານຊີອາໄອລາຍງານໃນວັນທີ 9 ກຸມພາ ຜ່ານມາວ່າ: ອີງຕາມຜົນການນັບຄະ​ແນນ​ສຽງຫຼ້າສຸດໃນການເລືອກຕັ້ງສະ​ພາ​ຕ່ຳ​ຍີ່ປຸ່ນທີ່ຈັດຂຶ້ນໃນວັນທີ 8 ກຸມພາ ຜ່ານມານີ້, ພັກ​ລັດ​ຖະ​ບ​ານປະ​ສົມທີ່ປະກອບດ້ວຍ ພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ຟື້ນ​ຟູຍີ່ປຸ່ນ ໄດ້ຮັບບ່ອນ​ນັ່ງຜູ້ແທນ​ເກີນເຄິ່ງໜຶ່ງ​.
ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຈີນ​ ແລະ ​ອາ​ຊຽນ ແມ່ນ​ຄູ່​​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກັນ ​ແລະ​ ກັນ 6 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດ, ທ່ານ ສູນີງໆ ປະທານຄະນະກຳມະການການຮ່ວມມືດ້ານອຸດສາຫະກຳຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຫົວໜ້າຜູ້ຊ່ຽວຊານດ້ານການຄ້າລະຫວ່າງຈີນ-ອາຊຽນ ກ່າວວ່າ: ຈີນຄອງຖານະທີ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນປັນເວລາ 17 ປີລຽນຕິດແລ້ວ, ສ່ວນອາຊຽນກໍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນເປັນເວລາ 6 ປີລຽນຕິດ. ໂດຍສະເພາະ, ໃນປີ 2025, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ອາຊຽນບັນລຸ ຫຼາຍກວ່າ 1,000 ຕື້ໂດລາ, ເພີ່ມຂຶ້ນ 7.4%.
ເພີ່ມເຕີມ